ກະຊວງຊັບ ອະນຸຍາດໃຫ້ພະນັກງານ-ລັດຖະກອນທີ່ມີລູກນ້ອຍ ພັກວຽກໄດ້ໃນໄລຍະນີ້

386

ສືບເນື່ອງມາຈາກ ການລະບາດຂອງພະຍາດໂຄວິດ-19 ສົ່ງຜົນໃຫ້ຫຼາຍປະເທດໃນໂລກ ຕ່າງກໍ່ໄດ້ມີມາດຕະການຄວບຄຸມຢ່າງເຂັ້ມງວດ ໃນການປ້ອງກັນເຊື້ອພະຍາດດັ່ງກ່າວ ຂະນະທີ່ ສປປ ລາວ ກໍ່ໄດ້ເພີ່ມມາດຕະການຢ່າງເຂັ້ມງວດໃນການປ້ອງກັນ,​ ຄວບຄຸມ ໂດຍລັດຖະບານ ໄດ້ແຈ້ງປິດດ່ານທ້ອງຖິ່ນ-ດ່ານປະເພນີ ໃນຂອບເຂດທົ່ວປະເທດ. ສ່ວນບັນດາດ່ານສາກົນ ແມ່ນສາມາດນຳໃຊ້ເຂົ້າ-ອອກ ເປັນປົກກະຕິ ແຕ່ຈະມີເຈົ້າໜ້າທີ່ຕິດຕາມ ຄວບຄຸມຢ່າງໃກ້ຊິດ, ພ້ອມນັ້ນ, ກະຊວງສຶກສາທິການ ແລະ ກິລາ ກໍ່ໄດ້ມີການແຈ້ງປິດໂຮງລ້ຽງເດັກ, ໂຮງຮຽນ ແລະ ທຸກສະຖາບັນການສຶກສາໃນລາວອີກດ້ວຍ ເພື່ອປ້ອງກັນພະຍາດ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ຢ່າງໃດຕໍ່ຕາມ ເພື່ອເປັນການສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ອ້າຍນ້ອງພະນັກງານ-ລັດຖະກອນ ທີ່ປະຈຳການຢູ່ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ທີ່ມີລູກນ້ອຍ ສາມາດພັກວຽກເບິ່ງແຍງລູກນ້ອຍຂອງຕົນເອງຢູ່ເຮືອນໄດ້ ເນື່ອງຈາກວ່າ ລັດຖະບານ ກໍ່ຄືກະຊວງສຶກສາທິການ ແລະ ກິລາໄດ້ປະກາດໂຈະການຮຽນ ໃນໄລຍະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19ນັ້ນເອງ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ໂດຍອີງຕາມ ແຈ້ງການ ຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 369/ສສກ, ລົງວັນທີ 18 ມີນາ 2020 ແລະ ອີງຕາມ ການຕົກລົງເຫັນດີຂອງຄະນະນໍາກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຄັ້ງວັນທີ 19 ມີນາ 2020. ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງການ ສະບັບເລກທີ 1222/ກຊສ.ຫກ ລົງວັນທີ 20 ມີນາ 2020 ເຖິງບັນດາ ທ່ານຫົວຫນ້າກົມ, ກອງ ແລະ ສະຖາບັນພາຍໃນ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. ເລື່ອງ: ນະໂຍບາຍພັກວຽກ ໃຫ້ພະນັກງານ-ລັດຖະກອນ ທີ່ມີລູກນ້ອຍ ທີ່ປະຈໍາການຢູ່ ພາຍໃນກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

ຫ້ອງການ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ເພື່ອປ້ອງກັນ ແລະ ຮັບມືການແພ່ລະບາດຂອງພະຍາດອັກເສບປອດ ອັນເນື່ອງມາຈາກເຊື້ອຈຸລະໂລກສາຍພັນໃຫມ່ໂຄວິດ-19 ເພື່ອປ້ອງກັນຄວາມສ່ຽງ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ສໍານັກງານອົງການ ຈິ່ງມີນະໂຍບາຍຕໍ່ພະນັກງານ-ລັດຖະກອນຂອງ ກຊສ ທີ່ມີລູກຮຽນຢູ່ໂຮງຮຽນລ້ຽງເດັກ, ໂຮງຮຽນອະນຸບານ ແລະ ໂຮງຮຽນປະຖົມດັ່ງນີ້:

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ໃນໄລຍະທີ່ປີດໂຮງຮຽນລ້ຽງເດັກ, ໂຮງຮຽນອະນຸບານ ແລະ ໂຮງຮຽນປະຖົມ ໃນໄລຍະວັນທີ 20 ມີນາ – 21 ເມສາ 2020 ອະນຸຍາດໃຫ້ພະນັກງານ-ລັດຖະກອນ ທີ່ມີຄວາມຈໍາເປັນພັກ ເພື່ອເບິ່ງແຍງລູກຂອງຕົນ (ໂດຍໃຫ້ມີການຢັ້ງຢືນຈາກໂຮງຮຽນ) ພ້ອມທັງມີການຈັດແບ່ງການຜັດປ່ຽນກັນລະຫວ່າງຜູ້ເປັນພໍ່ ແລະ ແມ່, ບໍ່ອະນຸຍາດໃຫ້ເອົາລູກມາການນໍາຢູ່ຫ້ອງການ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

.ການປະຕິບັດຫນ້າທີ່ແມ່ນສາມາດເອົາໄປເຮັດຢູ່ເຮືອນ ຫຼື ມອບໃຫ້ຜູ້ປະຈໍາການ ຮັບຜິດຊອບແທນໄລຍະທີ່ພັກ ໂດຍໃຫ້ມີການປະສານ ແລະ ລາຍງານກັນຜ່ານອີເມວ, ອິນເຕີເນັດ ແລະ ອື່ນໆ.

ມອບໃຫ້ຫົວຫນ້າກົມ, ກອງ ແລະ ສະຖາບັນ ເກັບກໍາສະຖິຕິພະນັກງານ-ລັດຖະກອນ ທີ່ນອນໃນເງື່ອນໄຂດັ່ງກ່າວ ເພື່ອປະຕິບັດນະໂຍບາຍ ແລະ ລາຍງານຕໍ່ກົມຈັດຕັ້ງ ແລະ ພະນັກງານ ເພື່ອຊາບ ແລະ ຕິດຕາມ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດດ້ວຍ

ພາບຈາກ: ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ