ລັດຖະບານໃຫ້ ຖວທ ກວດກາເຂັ້ມງວດ ສະຖານທີ່ບັນເທິງ, ຮ້ານນວດຕ້ອງປິດ

149

ຕໍ່ກັບພະຍາດໂຄວິດ ອັກເສບປອດທີ່ໄດ້ແຜ່ລະບາດເປັນວົງກວ້າງໃນທົ່ວໂລກ ຈຸດເລີ່ມຕົ້ນມາຈາກປະເທດຈີນ ເມືອງ ອູຮັ່ນ ຈົນຕອນນີ້ສະຖານະການປະເທດຈີນກັບມາປົກກະຕິ ແລະ ບໍ່ມີຜູ້ຕິດເຊື້ອລາຍໃໝ່ເພີ່ມ ແຕ່ໃນປະເທດອື່ນໆຍັງຄົງພົບຜູ້ຕິດເຊື້ອ, ເສຍຊີວິດ, ກໍລະນີສົງໄສຢູ່ຫຼາຍ ແລະ ລາວເຮົາເອງເຖິງຈະຍັງບໍ່ທັນພົບຜູ້ຕິດເຊື້ອ ແຕ່ກໍລະວັງຢ່າງຈິງຈັງ ປັດຈຸບັນໄດ້ມີແຈ້ງການເລື່ອນ, ໂຈະ ແລະ ປິດສະຖານທີ່ທີ່ມີມວນຊົນຈໍານວນຫຼາຍ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວຕາມໆກັນ,

ຫຼ້າສຸດ ໃນກອງປະຊຸມລັດຖະບານ ປະຈຳເດືອນມີນາ 2020 ທີ່ຈັດຂຶ້ນໃນວັນທີ 18-19 ຜ່ານມາ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍ່ໄດ້ມີຄຳເຫັນຊີ້ນຳໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເອົາໃຈໃສ່ຕິດຕາມກວດກາຢ່າງເຂັ້ມງວດ ສະຖານບັນເທິງ, ຮ້ານຄາຣາໂອເກະ, ຮ້ານນວດຕ່າງໆ ໃຫ້ປິດຕາມທີ່ລັດຖະບານໄດ້ຕົກລົງຊີ້ນຳໄປ.

ພ້ອມກັນນີ້ ໃຫ້ຮີບຮ້ອນສົມທົບກັບຜູ້ປະກອບການ ຖືໂອກາດນີ້ປັບປຸງ ແລະ ກະກຽມສະຖານທີ່ທ່ອງທ່ຽວ ໄວ້ຮອງຮັບພາຍຫຼັງພະຍາດລະບາດສາມາດຄວບຄຸມໄດ້ໃນທົ່ວໂລກ; ເອົາໃຈໃສ່ຊີ້ນຳ ແລະ ຄຸ້ມຄອງການຖະແຫຼງຂ່າວ, ອອກຂ່າວ ກ່ຽວກັບການປະຕິບັດມາດຕະການຕ່າງໆ ທີ່ລັດຖະບານວາງອອກ ໃຫ້ຖືກຕ້ອງ, ທັນການ, ແກ້ໄຂຂ່າວທີ່ບໍ່ມີມູນຄວາມຈິງໃຫ້ທັນເວລາ.

ຕໍ່ທິດຊີ້ນໍາດັ່ງກ່າວ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກໍໄດ້ອອກແຈ້ງການ ສະບັບເລກທີ 115/ຖວທ ວັນທີ 20 ມີນາ 2020 ກ່ຽວກັບການໂຈະ ຮ້ານບັນເທີງທຸກປະເພດ, ຮ້ານບໍລິການນວດ ແລະ ນວດສະປາ ຊົ່ວຄາວ ໃນຂອບເຂດທົ່ວປະເທດແລ້ວ, ໃຫ້ຮ້ານບັນເທິງທຸກປະເພດ, ຮ້ານບໍລິການນວດ ແລະ ຮ້ານບໍລິການສະປາ ທຸກປະເພດ ໃນຂອບເຂດທົ່ວປະເທດ ໂຈະການບໍລິການຊົ່ວຄາວ ນັບຕັ້ງແຕ່ ວັນທີ 19 ມິນາ ເປັນຕົ້ນໄປ ຈົນກວ່າສະພາບການຈະຄືນສູ່ພາວະປົກກະຕິ.

ຫົວຫນ້າພະແນກພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ຈົ່ງຕິດຕາມກວດກາບັນດາຮ້ານບັນເທີງທຸກປະເພດ, ຮ້ານບໍລິການນວດ ແລະຮ້ານ ບໍລິການສະປາ ທຸກປະເພດ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ຈົ່ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມ ງວດ.

ພ້ອມກັນນັ້ນ ໃຫ້ສົມທົບກັບ ຂະແຫນງການກ່ຽວຂ້ອງ ຕິດຕາມກວດກາ ການບໍລິການຂອງຫົວໜ່ວຍທຸລະກິດທີ່ຍັງເປີດບໍລິການ ເຊັ່ນ: ໂຮງແຮມ, ຣີສອດ, ເຮືອນພັກ, ຮ້ານອາຫານ ແລະ ສະຖານທີ່ບໍລິການການທ່ອງທ່ຽວອື່ນ ຢູ່ໃນແຂວງ ຂອງຕົນ ໃຫ້ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດເພື່ອຕ້ານການແຜ່ລະບາດ ຂອງພະຍາດ ໂຄວິດ ຢ່າງເຂັ້ມງວດ.

ມອບໃຫ້ ສະມາຄົມທຸລະກິດທ່ອງທ່ຽວລາວ, ສະມາຄົມໂຮງແຮມ ແລະ ຮ້ານອາຫານ ແຈ້ງໄປຍັງບັນດາຫົວຫນ່ວຍທຸລະກິດ ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ໃຫ້ເອົາໃຈໃສ່ປະຕິບັດຕາມການແນະນໍາຂອງ ຄະນະສະເພາະກິດ ເພື່ອຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ.

ທັງນີ້ກໍເພາະສະຖານບັນເທີງ, ຮ້ານບໍລິການຕ່າງໆເປັນສະຖານທີ່ມວນຊົນຫຼາຍ ງ່າຍຕໍ່ການແຜ່ເຊື້ອ ດັງປະເທດເພື່ອນບ້ານຫຼາຍປະເທດທີ່ມີຜູ້ຕິດເຊື້ອຕໍ່ໆກັນຈາກ ສະຖານບັນເທີງ, ຄ້າຍມວຍ, ຈາກການໄປສັງສັນກັນຕາມຮ້ານຕ່າງໆ ດັ່ງນັ້ນ, ຊ່ວງນີ້ສາຍຫຼິ້ນ, ສາຍທ່ຽວທັງຫຼາຍກໍຄວນງົດໄປກ່ອນເດີ້ ເພື່ອຄວາມປອດໄພຂອງທ່ານ ແລະ ຄອບຄົວ…