ແນວຄິດໃໝ່ໂລກເຮົາອາດຈະຢູ່ໃນຟອງຮັບເບິນ

64

ຂໍ້ຖົກຖຽງຮ້ອນແຮງເລື່ອງໜຶ່ງໃນວົງການຟີຊິກດາລາສາດເຊິ່ງຍັງບໍ່ສາມາດຫາຂໍ້ສະຫຼຸບໄດ້ຄືການຄິດໄລ່ຄ່າຄົງທີ່ຮັບເບິນຫຼື Hubble constantທີ່ບົ່ງບອກເຖິງການຂະຫຍາຍຕົວຂອງຈັກກະວານດ້ວຍອັດຕາເລັ່ງໂດຍມີນັກວິທະຍາສາດສ່ອງຂຸມດໍາເຫຼົ່ານີ້ໄດ້ແຕກຕ່າງກັນປະມານ10%ມາໂດຍຕະຫຼອດ.

ເຖິງວ່າຄ່າຄົງທີ່ຮັບເບິນໂດຍປະມານຈະຢູ່ທີ່70ກິໂລແມັດຕໍ່ວິນາທີຕໍ່ເມກະພາຣ໌ເຊກເຊິ່ງເຖິງຈັກກະວານມີການຂະຫຍາຍຕົວເພີ່ມທີ່70ກິໂລແມັດຕໍ່ວິນາທີໃນໄລຍະທາງທຸກໆ3,36ລ້ານປີແສງ,ແຕ່ນັກວິທະຍາສາດທີ່ໃຊ້ຂໍ້ມູນຈາກການແຜ່ລັງສີໄມໂຄຣເວບພື້ນຫຼັງຂອງຈັກກະວານຈະຄິດໄລ່ຄ່າຄົງທີ່ຮັບເບິນ67,4ໃນຂະນະທີີ່ນັກວິທະຍາສາດເຊິ່ງໃຊ້ຂໍ້ມູນການເດີນທາງຂອງແສງຈາກເຫດການຊູເປີໂນວາຈະຄິດໄລ່ຄ່າຄົງທີ່ຮັບເບິນໄດ້ຫຼາຍກວ່າທີ່74.

ຫຼ້າສຸດທ່ານ ສຈ.ລູຄັດ ລອມບຣິເຊີ ນັກຟີຊິກທິດສະດີຈາກມະຫາວິທະຍາໄລເຈນີວາຂອງປະເທດ ສະວິດໄດ້ນໍາສະເໜີແນວຄິດໃໝ່ທີ່ຈະຊ່ວຍອະທິບາຍສາເຫດຂອງຂໍ້ຖົກຖຽງດັ່ງກ່າວ ແລະ ສາມາດຫາຂໍ້ສະຫຼຸບໃຫ້ແກ່ເລື່ອງຄ່າຄົງທີ່ຮັບເບິນເຊິ່ງມີຄວາມສໍາຄັນຢ່າງຍິ່ງຕໍ່ພື້ນຖານການສຶກສາດ້ານຈັກກະວານວິທະຍາ.

ແນວຄິດໃໝ່ດັ່ງກ່າວໄດ້ຕີພິມບົດຄວາມວິໄຈຂ້າງຕົ້ນໃນວາລະສານສະບັບໜຶ່ງໂດຍລະບຸເຖິງສົມມຸດຖານທີ່ມີຄວາມເປັນໄປໄດ້ວ່າຈັກກະວານທາງຊ້າງເຜືອກທີ່ໂລກອາໄສຢູ່ນໍາທັງຈັກກະວານໃກ້ຄຽງອີກຫຼາຍພັນແຫ່ງອາດຈະຢູ່ໃນຟອງຮັບເບິນເຊິ່ງເປັນເນື້ອທີ່ວົງມົນໃນອະວະກາດຂະໜາດເສັ້ນລັດສະໝີບໍ່ຕໍ່າກວ່າ250ລ້ານປີແສງ.