ເມ ມັກໃນວຽກງານວົງການບັນເທີງ ຈຶ່ງຢາກມີສ່ວນຮ່ວມໃນເວທີນາງສາວນະຄອນຫຼວງວຽງຈັນ

71

ຈາກວຽກງານບັນເທີງທີ່ ນ້ອງເມ ໄດ້ຜ່ານຜົນງານຕ່າງໆຈະຊ່ວຍນໍາເອົາປະສົບການທີ່ໄດ້ຮັບມາຜັນຂະຫຍາຍຕໍ່ໃນເວທີປະກວດນາງສາວນະຄອນຫຼວງວຽງຈັນ 2020 ພ້ອມທັງໄດ້ຮັບປະສົບການອັນໃໝ່ອີກກ້າວໜຶ່ງໃນການນໍາໄປພັດທະນາຕົນເອງໄດ້ບໍ່ຫຼາຍກໍໜ້ອຍ.

ຈັນນະພາ ນວນແສງສີ ຫຼື ເມ MVT 19 ອາຍຸ 19 ປີ ໃຫ້ສໍາພາດວ່າ: ປັດຈຸບັນອາໄສຢູ່ບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງຕົນເອງໄດ້ມີຜົນງານດ້ານວົງການບັນເທີງມາແລ້ວ ເປັນຕົ້ນແມ່ນການເດີນແບບ, ຖ່າຍແບບ, ຖ່າຍ MV, ຮັບງານ event ຕ່າງໆໂດຍສະເພາະແມ່ນເປັນ MC, ຕົນເອງກໍຍັງມັກເຮັດກິດຈະກໍາຕ່າງໆຢູ່ສະເໝີບໍ່ວ່າຈະຢູ່ໃນ ຫຼື ນອກໂຮງຮຽນ. ຈາກປະສົບການ ແລະ ການກ້າສະແດງຄວາມສາມາດຂອງຕົນເອງທີ່ໄດ້ຮຽນຮູ້ມາຈາກຜົນງານໃນວົງການບັນເທີງ ຈົນກາຍເປັນສ່ວນໜຶ່ງໃນການພັດທະນາຕົນເອງທີ່ຈະກ້າເຂົ້າຮ່ວມປະກວດໃນເວທີນາງສາວນະຄອນຫຼວງວຽງຈັນ 2020 ແລະ ຖືກຄັດເລືອກເຂົ້າຮອບ 20 ຄົນສຸດທ້າຍ.

ມື້ທໍາອິດທີ່ຕົນເອງໄດ້ກ້າວເຂົ້າຮ່ວມປະກວດໃນເວທີນາງສາວນະຄອນຫຼວງວຽງຈັນ ຄິດແຕ່ວ່າຈະເຮັດຢ່າງເຕັມທີ່ເພື່ອໃຫ້ອອກມາດີທີ່ສຸດ ແລະ ໃຫ້ໄດ້ເຂົ້າຮອບຕໍ່ໄປ, ແຕ່ເມື່ອມາຮອດຮອບເກັບຕົວຄືການໄດ້ຢູ່ຮ່ວມກັນ ແລະ ເຮັດກິດຈະກໍາຮ່ວມກັນ ຈຶ່ງໄດ້ຮູ້ວ່າສິ່ງສໍາຄັນທີ່ສຸດຄືມິດຕະພາບທີ່ຢູ່ລະ ຫວ່າງທາງທີ່ເຮົາຈະຍ່າງໄປໃຫ້ເຖິງເສັ້ນໄຊນັ້ນເອງ.

ເຫດຜົນທີ່ຕົນເອງເລືອກເຂົ້າປະກວດເວທີນີ້ ທໍາອິດເລີຍກໍຍ້ອນວ່າມີຄວາມມັກຮັກວຽກງານວົງການບັນເທີງຢູ່ແລ້ວ ແລະ ເປັນການທີ່ຈະໄດ້ເຮັດໃນສິ່ງທີ່ມັກກໍຈະສາມາດເຮັດສິ່ງນັ້ນໄດ້ເລື້ອຍໆຢ່າງມີຄວາມສຸກ ເຊິ່ງຄິດວ່າເປັນອີກໂອກາດໜຶ່ງທີ່ຈະສ້າງຄວາມເຊື່ອຖື ແລະ ປະສົບການທີ່ດີໃຫ້ແກ່ຕົນເອງ.

ສ່ວນເຄັດລັບໃນການຮັກສາສຸຂະພາບກໍຄືການພັກຜ່ອນໃຫ້ພຽງພໍ, ກິນອາຫານທີ່ມີປະໂຫຍດ, ດື່ມນໍ້າຫຼາຍໆ ແລະ ອອກກໍາລັງກາຍເປັນປະຈໍາ. ສໍາລັບເວລາວ່າງແມ່ນມັກຈະອ່ານປຶ້ມ ແລະ ຟັງເພງ ໂດຍມີເປົ້າໝາຍຊີວິດຢາກມີວຽກເຮັດງານທໍາທີ່ໝັ້ນຄົງ ແລະ ເບິ່ງແຍງພໍ່ແມ່ໄດ້.

ການໄດ້ມາຢູ່ໃນເວທີນາງງາມແມ່ນປຽບດັ່ງໄດ້ເຮັດຝັນໃຫ້ເປັນຈິງແລ້ວ. ສະນັ້ນ, ຕົນເອງຈະຕັ້ງໃຈເຮັດທຸກກິດຈະກໍາໃຫ້ອອກມາດີທີ່ສຸດ ແລະ ຈະນໍາເອົາທຸກບົດຮຽນທີ່ເອື້ອຍລ້ຽງ ຫຼື ທີມງານໄດ້ບອກສອນອອກມາໃຊ້ໃນຊີວິດປະຈໍາວັນ ໂດຍສະເພາະແມ່ນການເວົ້າໃຫ້ມີ ຄວາມນອບນ້ອມ, ການປະພຶດໃຫ້ມີຄວາມຖືກຕ້ອງເໝາະສົມ ແລະ ການໄປ – ມາໃຫ້ມີຄວາມຮັບຜິດຊອບຕໍ່ເວລາ, ແຕ່ສິ່ງທີ່ຕົນເອງເວົ້າມາກໍເປັນພຽງສ່ວນໜ້ອຍໜຶ່ງເທົ່ານັ້ນ ເພາະຍັງມີອີກຫຼາຍຢ່າງທີ່ຈະຕ້ອງຮຽນຮູ້ເພື່ອກຽມພ້ອມເປັນຕົວແທນແມ່ຍິງລາວ ທີ່ຈະນໍາເອົາວັດທະນະທໍາອັນດີອອກໄປເຜີຍແຜ່ໃຫ້ສັງຄົມ ແລະ ຄົນຮຸ່ນໃໝ່ໄດ້ຮັບຮູ້.

ສາມາດຕິດຕາມການເຄື່ອນໄຫວກິດຈະກໍາຕ່າງໆ ພ້ອມທັງຮ່ວມເຊຍ ແລະ ເປັນກໍາລັງໃຈໃຫ້ນ້ອງໆທັງ 20 ຄົນໄດ້ທາງແຟນເພຈ໌ Miss Vientiane ນາງສາວນະຄອນຫຼວງວຽງຈັນ ຫຼື ສາມາດຕິດຕາມຂໍ້ມູນ – ຂ່າວສານຂອງ ນ້ອງເມ MVT 19 ໄດ້ທາງເຟສບຸ໊ກສ່ວນຕົວ: Channapha Nouane-sengsy.

( ຂ່າວ: ນຸ້ມນິ້ມ )

( ຮູບ: Channapha Nouanesengsy )