ວິທີການປູກຜັກກາດຮ່ອງເຕ້

83

ປັດຈຸບັນຜັກກາດຮ່ອງເຕ້ ກາຍເປັນພືດຜັກອີກຊະນິດໜຶ່ງທີ່ຄົນລາວນິຍົມບໍລິໂພກ ແລະ ປູກຂາຍເປັນສິນຄ້າ ເຊິ່ງຈະສັງເກດເຫັນໄດ້ຕາມຕະຫຼາດແຫ່ງຕ່າງໆຈະມີຜັກກາດຊະນິດນີ້ວາງຂາຍຢູ່ບໍ່ຫຼາຍກໍໜ້ອຍ. ດັ່ງນັ້ນ, ມື້ນີ້ຜູ້ຂຽນຈຶ່ງໄດ້ນໍາເອົາວິທີການປູກຜັກກາດດັ່ງກ່າວມາໃຫ້ທ່ານຜູ້ອ່ານໄດ້ນໍາໄປທົດລອງປູກ ເພື່ອບໍລິໂພກເອງຕາມສວນຄົວລອງເບິ່ງ.

1 ການກຽມໜານ: ແປງໜານດ້ວຍການຂຸດ ຫຼື ໄຖ ພ້ອມພວນດິນປັບໜ້າໜານໃຫ້ລຽບ ພຽງດີ ໂດຍມີຄວາມກວ້າງປະມານ 1 ແມັດ, ຍົກໜານສູງ 30 ຊັງຕີແມັດ ( 20 ຊັງຕີແມັດໃນລະດູແລ້ງ ), ໄລຍະຫ່າງລະ ຫວ່າງໜານຕໍ່ໜານ 50 ຊັງຕີແມັດ ແລະ ຮອງພື້ນໜານດ້ວຍຝຸ່ນຄອກ.

2 ການປູກ: ສາມາດເຮັດໄດ້ດ້ວຍການຫວ່ານແກ່ນໂດຍກົງ ເຮັດເປັນແຖວທີ່ວັດແທກໂດຍການໃຊ້ໄມ້ຂີດກໍໄດ້, ຫວ່ານແກ່ນແບບບາງໆເພື່ອບໍ່ໃຫ້ມັນບຽດກັນເກີນໄປເມື່ອຕົ້ນໃຫຍ່, ຫຼັງຫວ່ານໃຫ້ເລີ່ມທໍາການຖອນແຍກອອກ ໂດຍເລີ່ມຈາກໄລຍະຕົ້ນອ່ອນໃຫ້ຖອນແຍກໃນໄລຍະຫ່າງ 10 ຊັງຕີແມັດ, ເມື່ອເບ້ຍໃຫຍ່ຂຶ້ນອີກກໍາລັງຈະເລີນເຕີບໂຕ ໃຫ້ຖອນແຍກອອກໃນໄລຍະຫ່າງ 20 ຊັງຕີແມັດ ແລະ ຖອນແຍກໄລຍະຫ່າງ 25 ຫາ 30 ຊັງຕີແມັດ ສໍາລັບຕົ້ນໃຫຍ່ແລ້ວ.

3 ການໃສ່ປຸ໋ຍ: ກ່ອນໃສ່ປຸ໋ຍສູດ 15:15:15 ໃຫ້ກໍາຈັດວັດຊະພືດ ແລະ ຖອນແຍກອອກກ່ອນ ໂດຍເນັ້ນໃສ່ບໍລິເວນປາຍຮາກເລິກປະມານ 2 ຊັງຕີແມັດ ໃນໄລຍະອາຍຸ 7 ວັນ ໃຫ້ໃສ່ປະມານ 100 ກຣາມຕໍ່ຕົ້ນ, ເມື່ອອາຍຸໄດ້ 14 ວັນ ໃສ່ 50 ກຣາມຕໍ່ຕົ້ນ, ຫຼັງຈາກນັ້ນກໍດູແລຮັກສາໃຫ້ນໍ້າປົກກະຕິໂດຍທີ່ບໍ່ໃສ່ປຸ໋ຍອີກກໍໄດ້.

4 ການເກັບກ່ຽວ: ຫຼັງຈາກປູກອາຍຸປະມານ 35 ຫາ 45 ວັນ ກໍສາມາດເກັບກ່ຽວໄດ້ແລ້ວ ຢ່າປ່ອຍໃຫ້ມັນອອກດອກ ເພາະມັນຈະແກ່ເກີນໄປຄຸນນະພາບຈະຕໍ່າລົງ, ໃຫ້ຕັດຕົ້ນຜັກເໜືອລະດັບດິນເລັກໜ້ອຍເດັດໃບເນົ່າເສຍ ຫຼື ໃບເຫຼືອງຖິ້ມ.

5 ວິທີການເຮັດໃຫ້ຜົນຜະລິດສູງ: ໃຫ້ກໍາຈັດພືດທີ່ຕິດພະຍາດ, ເສດຊາກພືດ ແລະ ວັດຊະພືດອອກຈາກໜານປູກ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ. ພ້ອມນີ້, ກໍຕ້ອງປູກພືດໝູນວຽນປ້ອງກັນການສະສົມຂອງແມງໄມ້, ເຊື້ອພະຍາດ ແລະ ຄືນຄວາມອຸດົມສົມບູນໃຫ້ແກ່ດິນປູກພືດ.

6 ຂໍ້ຄວນລະວັງ: ສັດຕູພືດທີ່ມັກເກີດກັບພືດຊະນິດນີ້ແມ່ນເພ້ຍອ່ອນ, ບົ້ງແມງກະເບື້ອ, ບົ້ງໄຍຜັກ ແລະ ໝັດຜັກ ເຊິ່ງຈໍາເປັນຕ້ອງໃຊ້ສານເຄມີກໍາຈັດ ແຕ່ການນໍາໃຊ້ຕ້ອງປະຕິບັດຕາມຄໍາແນະນໍາຂອງພາກສ່ວນກ່ຽວຂ້ອງ ຫຼື ປະຕິບັດຕາມຄໍາເຕືອນໃນສານເຄມີທີ່ລະບຸໄວ້ຕາມຜະລິດຕະພັນນັ້ນຢ່າງເຄັ່ງຄັດ.

( ທີ່ມາ: ລາວ 44 ຂໍ້ມູນ – ຂ່າວສານເພື່ອການພັດທະນາ )