ຂັ້ນຕອນປະຕິບັດເພື່ອຮັກສາຕົນເອງໃຫ້ມີສຸຂະພາບດີ

80

ຈາກສະພາບພະຍາດໂຄວິດ – 19 ກຳລັງລະບາດຂະຫຍາຍເປັນວົງ ກວ້າງສູ່ປະເທດຕ່າງໆ ໂດຍມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 18 ມີນາ 2020 ມີ 165 ປະເທດ ທີ່ລາຍງານຜູ້ຕິດເຊື້ອ ໂດຍມີຜູ້ຕິດເຊື້ອທັງໝົດ 198.229 ກໍລະນີ, ເສຍຊີວິດ 7.965 ກໍລະນີ, ປິ່ນປົວຫາຍດີ 81.109 ກໍລະນີ.

ເຖິງວ່າປະເທດລາວຍັງບໍ່ພົບກໍລະນີຕິດເຊື້ອແຕ່ຖືວ່າມີຄວາມສ່ຽງສູງ. ສະນັ້ນ, ເພື່ອປ້ອງກັນຕົນເອງ ແລະ ຜູ້ອື່ນ. ມື້ນີ້ຈຶ່ງຂໍນຳເອົາຂໍ້ແນະນຳຈາກກະຊວງສາທາລະນະສຸກ ເຖິງຂັ້ນຕອນທີ່ທ່ານສາມາດປະຕິບັດເພື່ອຮັກສາສຸຂະພາບດັ່ງນີ້:

1 ໝັ່ນລ້າງມືໃສ່ສະບູ ແລະ ນໍ້າສະອາດ ຫຼື ເຈລລ້າງມືເປັນປະຈໍາ.

2 ເມື່ອທ່ານມີອາການໄອ ແລະ ຈາມ ຕ້ອງປິດປາກ ແລະ ດັງ ດ້ວຍເຈ້ຍອະນາໄມ ຫຼື ກົກແຂນຂອງທ່ານ. ຈາກນັ້ນ, ຖິ້ມເຈ້ຍອະນາໄມລົງຖັງຂີ້ເຫຍື້ອທັນທີ.

3 ຫຼີກລຽງການສໍາຜັດໃກ້ຊິດກັບຄົນທີ່ມີອາການ ໄຂ້, ໄອ, ເຈັບຄໍ ຫຼື ຫາຍໃຈຍາກ.

4 ຫຼີກລຽງການສຳຜັດຕາ, ດັງ ແລະ ປາກ ຖ້າບໍ່ໄດ້ລ້າງມື.

5 ຫຼີກລຽງການສໍາຜັດກັບສັດທີ່ເຫງົາ ຫຼື ສັດບໍ່ມີເຈົ້າຂອງ ໂດຍສະເພາະແມ່ນຢູ່ຕະຫຼາດສົດ ຖ້າຈໍາເປັນແມ່ນຕ້ອງລ້າງມືໃຫ້ສະອາດທຸກຄັ້ງພາຍຫຼັງສໍາຜັດສັດຕ່າງໆ.

6 ຫຼີກລຽງການເດີນທາງໄປສະຖານທີ່ແອອັດ, ການສໍາຜັດກັບບຸກຄົນອື່ນໆ ແລະ ບໍ່ຄວນໄປເຮັດວຽກ ຫຼື ໄປໂຮງຮຽນຖ້າທ່ານຮູ້ສຶກບໍ່ສະບາຍ.

7 ຖ້າທ່ານມີອາການໄຂ້, ໄອ, ເຈັບຄໍ ຫຼື ຫາຍໃຈຍາກ ຫຼື ທ່ານຕ້ອງເບິ່ງແຍງບຸກຄົນທີ່ມີອາການສະແດງອອກດັ່ງກ່າວຄວນໃສ່ຜ້າອັດປາກ – ດັງ ທ່ານຕ້ອງຮັບປະກັນວ່າຕົນເອງຮູ້ວິທີການໃສ່ ແລະ ຖິ້ມຜ້າອັດປາກ – ດັງຢ່າງຖືກຕ້ອງ.

ຄຳແນະນຳໃນການນຳໃຊ້ຜ້າອັດປາກ:

ບຸກຄົນທີ່ຈຳເປັນຕ້ອງໃສ່ຜ້າອັດປາກ ແລະ ດັງ.

ຖ້າທ່ານມີອາການທາງລະບົບຫາຍໃຈ ເຊັ່ນ: ໄອ ຫຼື ຫາຍໃຈຍາກ.

ຖ້າທ່ານເປັນບຸກຄົນທີ່ກຳລັງເບິ່ງແຍງຄົນເຈັບທີ່ມີອາການທາງລະບົບຫາຍໃຈ.

ຖ້າທ່ານເປັນພະນັກງານແພດໝໍ.

ຖ້າທ່ານເດີນທາງໄປໃນເຂດທີ່ມີການລະບາດ ຫຼື ຊຸມຊົນແອອັດທີ່ມີ ຄວາມສ່ຽງ.

ບຸກຄົນທີ່ບໍ່ຈຳເປັນຕ້ອງໃສ່ຜ້າອັດປາກ – ດັງ.

ທ່ານບໍ່ຈຳເປັນຕ້ອງໃສ່ຜ້າອັດປາກ – ດັງ ຖ້າບຸກຄົນ ຫຼື ປະຊາຊົນທົ່ວໄປຜູ້ທີ່ບໍ່ມີອາການທາງລະບົບຫາຍໃຈ.

ຫາກທ່ານມີອາການຄ້າຍຄືໄຂ້ຫວັດ ເຊັ່ນ: ໄຂ້, ໄອ, ເຈັບຄໍ ຫຼື ຫາຍໃຈຍາກບວກກັບໄດ້ເດີນທາງໄປໃນເຂດທີ່ມີການລະບາດ ພາຍໃນ 14 ວັນ ກ່ອນເລີ່ມຕົ້ນເຈັບ ຫຼື ສໍາຜັດໃກ້ຊິດກັບກໍລະນີຢັ້ງຢືນຕິດເຊື້ອໂຄ   ວິດ – 19. ໃນຂະນະທີ່ກໍລະນີດັ່ງກ່າວກໍາລັງມີອາການໃຫ້ໂທຫາສາຍດ່ວນ 166 ແລະ ກະລຸນາໄປພົບແພດໝໍໃກ້ບ້ານທ່ານ ໂດຍແຈ້ງປະຫວັດການເດີນທາງຂອງທ່ານຖ້າໄດ້ໄປເຂດທີ່ມີການລະບາດພະຍາດດັ່ງກ່າວໃນໄລຍະ 14 ວັນ.

( ຂໍ້ມູນຈາກ: ກະຊວງສາທາລະນະສຸກ )

[ ຮຽບຮຽງ: ນຸ້ມນິ້ມ; ຮູບ: ສຸກສະຫວັນ ]