ຊົມເຊີຍ! ໂຮງຮຽນປາດຖະໜາ ຄວ້າລາງວັນທີ 1 ການແຂ່ງຂັນທັກສະການໂຕ້ວາທີ

425

ໂຮງຮຽນປາດຖະໜາ ສາມາດຍາດໄດ້ລາງວັນຊະນະເລີດ ຈາກການແຂ່ງຂັນທັກສະການໂຕ້ວາທີ ລະດັບມັດທະຍົມຕອນປາຍ ທົ່ວນະຄອນຫຼວງວຽງຈັນ ສົກຮຽນ 2019 – 2020 ຄັ້ງທີ 4 ເຊິ່ງເປັນປີທໍາອິດທີ່ໂຮງຮຽນປາດຖະໜາເຂົ້າຮ່ວມແຂ່ງຂັນ ແລະ ເປັນປີທຳອິດທີ່ໂຮງຮຽນພາກເອກະຊົນຍາດໄດ້ລາງວັນທີ 1.

ນາງ ປາວີນາ ສໍລະຈຳປາ ຮຽນຊັ້ນ ມ 6 ຕາງໜ້າໃຫ້ທີມໂຕ້ວາທີຂອງໂຮງຮຽນປາດຖະໜາ ໃຫ້ສຳພາດວ່າ: ພວກນ້ອງຮູ້ສຶກຕື່ນເຕັ້ນ ແລະ ດີໃຈຫຼາຍ ທີ່ໄດ້ເຂົ້າຮ່ວມແຂ່ງຂັນທັກສະການໂຕ້ວາທີຂອງມູນນິທິເຈືອງສົມບູນຂັນ ເພາະເປັນຄັ້ງທຳອິດທີ່ພວກນ້ອງໄດ້ເຂົ້າແຂ່ງຂັນໂຕ້ວາທີໃນເວທີໃຫຍ່ແບບນີ້. ໄລຍະຜ່ານມາພວກນ້ອງເຄີຍໂຕ້ວາທີ ຢູ່ແຕ່ພາຍໃນໂຮງຮຽນບໍ່ຄິດບໍ່ຝັນວ່າທີມພວກນ້ອງຈະຜ່ານເຂົ້າຮອບ 2 ທີມສຸດທ້າຍ ແລະ ສາມາດຍາດໄດ້ລາງວັນຊະນະເລີດຖືວ່່າເກີນຄາດຫວັງຫຼາຍ ເພາະການແຂ່ງຂັນດັ່ງກ່າວມີໂຮງຮຽນເຂົ້າຮ່ວມຫຼາຍກວ່າ 70 ແຫ່ງ.

ທີມໂຕ້ວາທີໂຮງຮຽນປາດຖະໜາ ປະກອບມີ 4 ຄົນ ຄື: ນາງ ປາວີນາ ສໍລະຈໍາປາ ຮຽນຊັ້ນ ມ 6, ນາງ ຄຳຮ້າວ ສໍພາບມີໄຊ ຮຽນຊັ້ນ ມ 6, ນາງ ນ້ຳຝົນ ແສນທະວີ ຮຽນຊັ້ນ ມ 7 ແລະ ທ້າວ ສົມສະໜຸກ ວົງຫາຈັກ ຮຽນຊັ້ນ ມ 7, ໃນການແຂ່ງຂັນປະກອບມີຝ່າຍສະເໜີ ແລະ ຝ່າຍຄ້ານ ເຊິ່ງໂຮງຮຽນປາດຖະໜາໄດ້ຮັບບົດໂຕ້ວາທີເປັນຝ່າຍຄ້ານ ໃນຫົວຂໍ້: “ ສະມາດໂຟນມີປະໂຫຍດຕໍ່ການສຶກສາ ”.

ກ່ອນທີ່ພວກນ້ອງຈະມາເຖິງຈຸດນີ້ ພວກນ້ອງໄດ້ຕັ້ງໃຈຝຶກຊ້ອມກັນຢ່າງໜັກ ທຸ່ມເທເວລາຫຼາຍກວ່າ 4 ອາທິດ ໃຫ້ກັບການແຂ່ງຂັນຄັ້ງນີ້ ແລ້ວຜົນທີ່ໄດ້ຕອບກັບມາກໍຖືວ່າກຸ້ມຄ່າທີ່ສຸດແລ້ວ. ສິ່ງທີ່ເຮັດໃຫ້ພວກເຮົາປະສົບຜົນສຳເລັດໄດ້ກໍຍ້ອນຄວາມພະຍາຍາມ ທຸກຄົນໃນທີມໄດ້ຮ່ວມມືກັນເຮັດວຽກເປັນທີມ, ພ້ອມກັນສຶກສາຫາປະສົບການໃໝ່ໆໃນເວທີແຂ່ງຂັນໂຕ້ວາທີແຕ່ລະຂັ້ນ.

ສິ່ງທີ່ເຮັດໃຫ້ຍາດໄດ້ລາງວັນດັ່ງກ່າວ ກໍອາດຈະແມ່ນທັກສະທາງດ້ານການເວົ້າຂອງທຸກຄົນໃນທີມຖືວ່າມີຢູ່ໃນຕົວແລ້ວ ແລະ ການແກ້ໄຂສະເພາະໜ້າໄດ້ດີ, ມີສິລະປະການເວົ້າ. ອີກຢ່າງກໍຍ້ອນການກຽມພ້ອມທຸກດ້ານທັງຕົວພວກນ້ອງເອງ ແລະ ຄູຝຶກ ຈຶ່ງເຮັດໃຫ້ເວລາຂຶ້ນເວທີພວກເຮົາມີສະມາທິດີບໍ່ຕື່ນເວທີຈົນເກີນໄປ ແລະ ບໍ່ກົດດັນຕົວເອງ ຈຶ່ງເຮັດໃຫ້ພວກເຮົາຍາດໄດ້ລາງວັນຊະນະເລີດ, ນາງ ປາວີນາ ສໍລະຈຳປາ ກ່າວ.

ນອກຈາກໄດ້ລາງວັນຊະນະເລີດແລ້ວ ເວທີນີ້ຍັງໄດ້ຄວາມຮູ້ຫຼາຍໆຢ່າງ ເປັນຕົ້ນແມ່ນທັກສະທາງດ້ານການເວົ້າ, ເວົ້າແນວໃດໃຫ້ເປັນຕາຟັງ, ເວົ້າແນວໃດໃຫ້ສະຫງ່າຜ່າເຜີຍ, ໄດ້ຮູ້ຈັກໝູ່ເພື່ອນໃໝ່ຫຼາຍໆຄົນ, ຮູ້ທັກສະການເວົ້າທີ່ມ່ວນອອນຊອນຈັບໃຈຜູ້ຟັງ, ຮູ້ຈັກເຮັດວຽກເປັນທີມ ແລະ ໄດ້ຄວາມຮູ້ຫຼາຍຢ່າງຈາກຄຳຕິຊົມຂອງຄະນະກຳມະການ ແລະ ພວກນ້ອງຈະຈື່ຈຳເອົາປະສົບການຄັ້ງນີ້ໄປພັດທະນາຕົນເອງໃຫ້ເປັນນັກເວົ້າທີ່ດີໃນອະນາຄົດ ແລະ ຈະນຳເອົາຄວາມຮູ້ທີ່ໄດ້ມາໄປເຜີຍແຜ່ໃຫ້ນ້ອງໆນັກຮຽນໃນຮຸ່ນຕໍ່ໆໄປ.

( ຂ່າວ: ແກ້ວ; ຮູບ: ພຸດທະດາ )