ວັດຖຸອຸປະກອນຕ່າງໆທີ່ຈະຮັບໃຊ້ຊຽງຂວາງ ເກມ ຮອດເປົ້າໝາຍຄົບຖ້ວນ

320

ວັດຖຸ, ອຸປະກອນ ແລະ ສິ່ງປະກອບຕ່າງໆທີ່ຈະຮັບໃຊ້ງານກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ໄດ້ຮອດຈຸດໝາຍປາຍທາງ ແຂວງຊຽງຂວາງ ຢ່າງເປັນທາງການ. ຫຼ້າສຸດໃນວັນທີ 18 ມີນາ 2020 ໄດ້ມີພິທີມອບ – ຮັບຢ່າງເປັນທາງການ.

ວັດຖຸ, ອຸປະກອນ ແລະ ສິ່ງປະກອບຕ່າງໆແມ່ນສູນຈຳໜ່າຍເຄື່ອງກີລາຄົບວົງຈອນ ສະເຕດ້ຽມ ສະປອດ ເປັນຜູ້ຈັດຊື້ ແລະ ນຳສົ່ງໃຫ້ກຽດການກ່າວມອບໂດຍ ທ່ານ ວຽງສະຫວັນ ແສງຈັນ ເຈົ້າຂອງສູນຈຳໜ່າຍເຄື່ອງກີລາຄົບວົງຈອນ ສະເຕດ້ຽມ ສະປອດ ຕົວແທນຈຳໜ່າຍເຄື່ອງກີລາ FBT ພຽງຜູ້ດຽວໃນ ສປປ ລາວ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ທັງເປັນຫົວໜ້າກໍາມະການເຕັກນິກ – ຈັດການແຂ່ງຂັນ, ມີຄະນະຫົວໜ້າກໍາມະການເຕັກນິກ – ຈັດການແຂ່ງຂັນ, ບັນດາພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດດັ່ງກ່າວ ທ່ານ ທອງຜິວ ສີປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຊຽງຂວາງ ໄດ້ລາຍງານວ່າ: ອີງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງຊຽງຂວາງ ປະທານຈັດງານກີລາແຫ່ງຊາດ ຄັ້ງທີ 11 ວ່າດ້ວຍການແຕ່ງຕັ້ງກໍາມະການຈັດຊື້ວັດຖຸ, ອຸປະກອນ ແລະ ສິ່ງປະກອບຕ່າງໆ ເພື່ອຮັບໃຊ້ໃນງານລະຫວ່າງກໍາມະການເຕັກນິກ – ຈັດການແຂ່ງຂັນກັບສູນກີລາສະເຕດ້ຽມ ສະປອດ. ຫຼ້າສຸດມື້ນີ້ເພື່ອຈັດຕັ້ງປະຕິບັດຕາມສັນຍາ ແລະ ເປັນການຢັ້ງຢືນຖືກຕ້ອງຕາມລະບຽບຫຼັກການ ພວກເຮົາຈຶ່ງໄດ້ຈັດພິທີມອບ – ຮັບວັດຖຸອຸປະກອນດັ່ງກ່າວຂຶ້ນ.

ຂະນະດຽວກັນ, ທ່ານ ວຽງສະຫວັນ ແສງຈັນ ເຈົ້າຂອງສູນຈຳໜ່າຍເຄື່ອງກີລາຄົບວົງຈອນ ສະເຕດ້ຽມ ສະປອດ ຕົວແທນຈຳໜ່າຍເຄື່ອງກີລາ FBT ພຽງຜູ້ດຽວ ໃນ ສປປ ລາວ ລາຍງານວ່າ: ພາຍຫຼັງໄດ້ຮັບການປະມູນຈັດຊື້ວັດຖຸອຸປະກອນກີລາ ສູນກີລາສະເຕດ້ຽມ ສະປອດ ໄດ້ຮີບຮ້ອນສັ່ງເຄື່ອງກີລານໍາ ບໍລິສັດ FBT ແລະ ໄດ້ພົວພັນປະສານສົມທົບກັບສະຫະພັນກີລາທີ່ກ່ຽວຂ້ອງມາປຶກສາຫາລືຮ່ວມກັນ ແລະ ໄດ້ກໍານົດເອົາຊະນິດ, ຍີ່ຫໍ້ ແລະ ມາດຕະການຂອງອຸປະກອນກີລາທັງໝົດ ທີ່ຈະນໍາໃຊ້ແຂ່ງຂັນກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ. ຈາກນັ້ນ, ໄດ້ຫ້າງຫາກະກຽມວັດຖຸອຸປະກອນທັງໝົດ 28 ປະເພດກີລາ ຄົບຖ້ວນຕາມແຜນການຈັດຊື້ຈັດຈ້າງ ແລະ ຈັດສົ່ງງວດທີ 1 ມາຮອດແຂວງຊຽງຂວາງ ໃນວັນເສົາທີ 14 ມີນາ 2020 ເວລາ 14:30 ໂມງ, ເກັບມ້ຽນໄວ້ສະໜາມກີລາໄຊຊະນະ ປະກອບມີອຸປະກອນບານເຕະ, ມວຍສາກົນ, ມວຍລາວ, ເທຄວັນໂດ, ໜ້າເກັກ, ເທັນນິສ, ປັນຈັກສີລັດ, ວູຊູ, ບານສົ່ງໃນຮົ່ມ, ບານສົ່ງຫາດຊາຍ, ກະຕໍ້, ແລ່ນ – ລານ, ປິ່ງປ່ອງ, ດອກປີກໄກ່, ບານບ້ວງ, ເປຕັງ, ກະຕໍ້ຊູນລອນ, ເກີບ ແລະ ຖົງຕີນ.

ຫຼ້າສຸດຮອດວັນທີ 17 ມີນາ 2020 ເວລາ 10:30 ໂມງ ສືບຕໍ່ຂົນສົ່ງເຄື່ອງກີລາງວດທີ 2 ຮອດແຂວງຊຽງຂວາງ ແລະ ເວລາ 14:00 ໂມງ ຈັດເຄື່ອງລົງເກັບໄວ້ໃນສະໜາມກີລາໄຊຊະນະ ມີ: ອຸປະກອນກີລາບິລລຽນ – ສະນຸກເກີ, ຍິງທະນູ, ລົດຖີບ, ໝາກເສິກ, ໝາກແລ້, ມວຍປໍ້າ, ຄາຣາເຕໂດ, ເຮືອຊ່ວງ, ບານບ້ວງ, ປິ່ງປ່ອງ, ຢູໂດ, ລອຍນໍ້າ, ຍິງປືນ ແລະ ຊຸດກໍາມະການຕັດສິນ.

ວັດຖຸອຸປະກອນກີລາທຸກປະເພດ, ທຸກອັນໄດ້ຜ່ານການກວດກາຈາກຄະນະກໍາມະການເຕັກນິກແຂວງ, ສູນກາງ ແລະ ພາກສ່ວນກໍາມະການທີ່ກ່ຽວຂ້ອງແຂວງຊຽງຂວາງ ຢ່າງລະອຽດ ແລະ ຖືກຕ້ອງຄົບຖ້ວນຕາມແຜນການຈັດຊື້ທຸກຢ່າງ ເຊິ່ງຂ້າພະເຈົ້າຕາງໜ້າສູນກີລາສະເຕດ້ຽມ ຂໍຢັ້ງຢືນ ແລະ ຮັບປະກັນດ້ວຍກຽດວ່າອຸປະກອນກີລາທັງໝົດ ທີ່ຈະນໍາໃຊ້ເຂົ້າໃນມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ມີຄຸນນະພາບ ແລະ ໄດ້ມາດຕະຖານຂອງສາກົນແທ້.

( ຄໍາສອນ )