ຫ້ອງການສາທາລະນະສຸກ ເມືອງທ່າແຕງ ແຂວງເຊກອງ ຮ່ວມກັບຄູ່ຮ່ວມພັດທະນາ ໄດ້ເປີດຂະບວນການສັກຢາວັກຊີນປ້ອງກັນພະຍາດມະເຮັງປາກມົດລູກໃຫ້ເດັກຍິງ ໃນວັນທີ 17 ມີນາ 2020 ທີ່ໂຮງຮຽນ ມສ ທ່າແຕງ ໂດຍການເປັນປະທານຂອງ ທ່ານ ກໍລະກັນ ບຸດສະບາ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີ ທ່ານ ນາງ ຫຼ່ຽມ ຈຳປາ ຄະນະຫ້ອງການສຶກສາທິການ ແລະ ກີລາເມືອງ, ທ່ານ ປິ່ນແກ້ວ ຈອມຈັນທະສິງ ຮອງອຳນວຍໂຮງຮຽນ ມສ ທ່າແຕງ ພ້ອມດ້ວຍພະນັກງານຄູ – ອາຈານ, ແພດ -ໝໍ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ທ່ານ ກໍລະກັນ ບຸດສະບາ ຫົວໜ້າຫ້ອງການສາທາລະນະສຸກເມືອງທ່າແຕງ ກ່າວວ່າ: ການເປີດຂະບວນການສັກຢາວັກຊີນກໍເພື່ອຕ້ານ ແລະ ສະກັດກັ້ນພະຍາດມະເຮັງປາກມົດລູກ ( HPV ) ຂອງແມ່ຍິງ ແລະ ເດັກຍິງທົ່ວເມືອງທ່າແຕງໃນກຸ່ມເປົ້າໝາຍ 1 ອາຍຸ 10 – 14 ປີ ເຊິ່ງເປັນປັດໄຈສໍາຄັນທີ່ສາມາດປ້ອງກັນພະຍາດມະເຮັງປາກມົດລູກ ( HPV ) ແລະ ຈະຊ່ວຍຕັດວົງຈອນຂອງພະຍາດທີ່ເກີດຂຶ້ນໃນເພດຍິງ ແລະ ເປັນໜຶ່ງວິທີໃນການປ້ອງກັນພະຍາດທີ່ມີປະສິດທິຜົນສູງ ເພື່ອສ້າງພູມຄຸ້ມກັນໃຫ້ແກ່ເຂົາເຈົ້າໄດ້ມີສຸຂະພາບແຂງແຮງ.
ພາຍຫຼັງສໍາເລັດການເປີດຂະບວນການສັກຢາວັກຊີນ ໃຫ້ເດັກຍິງໃນກຸ່ມເປົ້າໝາຍຢູ່ໂຮງຮຽນ ມສ ທ່າແຕງໃນຄັ້ງນີ້ແລ້ວຈະສືບຕໍ່ເຄື່ອນໄຫວກິດຈະກຳດັ່ງກ່າວໃຫ້ແກ່ເດັກຍິງບັນດາໂຮງຮຽນ ແລະ ບ້ານໃນທົ່ວເມືອງໃຫ້ໄດ້ຢ່າງທົ່ວເຖິງ.
[ ຮູບ – ຂ່າວ: ລັດຕະນາ ຄຳສົມພູ ]