ຈີນ ເດີນໜ້າມອບຄວາມຊ່ວຍເຫຼືອທະວີບເອີຣົບ ຜ່ານວິກິດເຊື້ອໄວຣັສໂຄວິດ-19

73

ເຈົ້າໜ້າທີ່ສາທາລະນະສຸກຈີນເດີນທາງເຂົ້າປະເທດອິຕາລີ ເພື່ອຊ່ວຍຕໍ່ສູ້ກັບການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຂະນະທີ່ ອີກຫຼາຍປະເທດໃນເອີຣົບທະຍອຍໄດ້ຮັບການຊ່ວຍເຫຼືອຈາກລັດຖະບານປັກກິ່ງ.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງປາໂດວາ ປະເທດອິຕາລີ ເມື່ອວັນພະຫັດ ທີ 19 ມີນາ ວ່າ ບຸກຄະລາກອນແພດໝໍຂອງຈີນຈຳນວນໜຶ່ງໄດ້ລົງພື້ນທີ່ເມືອງປາໂດວາ ໃນແຄວ້ນເວເນໂຕ ທາງພາກເໜືອຂອງປະເທດອິຕາລີ ເພື່ອສະໜັບສະໜູນການເຮັດວຽກງານຂອງເຈົ້າໜ້າທີ່ທ້ອງຖິ່ນ ໃນການຊ່ວຍເຫຼືອປະຊາຊົນທີ່ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ໂດຍເມືອງປາໂດວາ ເປັນໜຶ່ງໃນ ຂົງເຂດວິກິດທີ່ສຸດ.

ທັງນີ້ ທີມງານຜູ້ຊ່ຽວຊານດ້ານສາທາລະນະສຸກກຸ່ມດັ່ງກ່າວເປັນສ່ວນໜຶ່ງຂອງບຸກຄະລາກອນ 37 ຄົນ ພ້ອມອຸປະກອນເທົາທຸກຕ່າງໆ ເຊິ່ງມີນ້ຳໜັກລວມ ປະມານ 20 ໂຕ້ນ ທີ່ລຳລຽງມາຮອດອິຕາລີ ເມື່ອກາງອາທິດນີ້ ແລະ ຖືເປັນທີມງານ ຊຸດທີ 2 ໂດຍສ່ວນໃຫຍ່ປັກຫຼັກລົງພື້ນທີ່ແຄວ້ນລອມບາເດຍ ເຊິ່ງຢູ່ຕິດກັບແຄວ້ນເວເນໂຕ ແລະ ເປັນ “ພື້ນທີ່ສີແດງ” ຂອງໄວຣັສໂຄວິດ-19 ໃນປະເທດອິຕາລີ.

ດ້ານທ່ານຫຼຸຍຈິ ດິ ໄມໂອ ລັດຖະມົນຕີກະຊວງການຕ່າງປະເທດອິຕາລີ ກ່າວວ່າ ລັດຖະບານ ແລະ ປະຊາຊົນອິຕາລີຈະບໍ່ມີວັນລືມນ້ຳໃຈຈາກ “ມິດຕະພາບທີ່ແທ້ຈິງໃນເວລາທີ່ປະສົບກັບຄວາມຫຍຸ້ງຍາກ” ໂດຍນອກເໜືອຈາກການຊ່ວຍເຫຼືອຈາກລັດຖະບານປັກກິ່ງທີ່ມອບໃຫ້ແກ່ອິຕາລີແລ້ວ ມູນນິທິອາລິບາບາ ຂອງ ແຈັກ ມາ ໄດ້ບໍລິຈາກໜ້າກາກອະນາໄມ ມາສົມທົບອີກ 1 ລ້ານອັນດ້ວຍ.

ຂະນະທີ່ ສະຖານທູດຈີນ ປະຈຳນະຄອນຫຼວງມາດຣິດ ລາຍງານວ່າ ໜ້າກາກອະນາໄມທາງການແພດຫຼາຍແບບ ລວມ 1,8 ລ້ານອັນ ໄດ້ຂົນສົ່ງມາຮອດປະເທດອິຕາລີ ແລະ ປະເທດສະເປນແລ້ວ ເຊິ່ງເປັນຊຸດທີ່ 2 ຫຼັງກ່ອນໜ້ານີ້ ສະພາກາແດງຈີນ ໄດ້ສົ່ງມອບໃຫ້ທັງສອງປະເທດ ເມື່ອອາທິດ ຜ່ານມາ. ດ້ານກະຊວງການຕ່າງປະເທດຝຣັ່ງ, ໂປໂລຍ ແລະ ເນເທີແລນ ເປີດເຜີຍວ່າ ໄດ້ຮັບ “ໜ້າກາກອະນາໄມ” ຈຳນວນໜຶ່ງຈາກລັດຖະບານຈີນເຊັ່ນກັນ.

ສ່ວນ ທ່ານນາງອົວຊູລາ ຟອນ ແດ ເລເຢນ ປະທານຄະນະກຳມາທິການສະຫະພາບເອີຣົບ ກ່າວວ່າ ທ່ານໄດ້ໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີຫຼີ່ ເຄີສຽງ ເມື່ອວັນພຸດ ຜ່ານມາ ໂດຍທ່ານໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ລັດຖະບານປັກກິ່ງ ຈາກການທີ່ທ່ານຫຼີ່ ໄດ້ກ່າວວ່າ ຈີນກຳລັງກະກຽມສົ່ງອຸປະກອນກວດຫາເຊື້ອໄວຣັສໂຄວິດ-19 ຈຳນວນ 500.000 ຊຸດ ແລະ ໜ້າກາກອະນາໄມດ້ານການແພດ 2 ລ້ານອັນ ມອບໃຫ້ກັບສະຫະພາບເອີຣົບ (EU) ເພື່ອແຈກຢາຍໃຫ້ແຕ່ລະປະເທດສະມາຊິກ ໃນການຕໍ່ສູ້ກັບໄວຣັສດັ່ງກ່າວ ເຊິ່ງປັດຈຸບັນ ເປັນພາກພື້ນວິກິດທີ່ສຸດ.