ປິດໄປອີກແຂວງ! ບໍລິຄຳໄຊ ສັ່ງໂຈະການເຂົ້າ-ອອກ ດ່ານປະເພນີ 5 ແຫ່ງ ແບບບໍ່ມີກຳນົດ

262

ມາຮອດປັດຈຸບັນ ສປປ ລາວ ສັ່ງປິດດ່ານປະເພນີໄປແລ້ວຫຼາຍແຫ່ງ ຢູ່ບັນດາແຂວງທີ່ມີຊາຍແດນຕິດຈອດກັບປະເທດ ທີ່ມີການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ທັງນີ້, ກໍ່ເພື່ອປ້ອງກັນ ແລະ ຄວບຄຸມ ບໍ່ໃຫ້ເຊື້ອພະຍາດດັ່ງກ່າວແພ່ລາມສູ່ປະຊາຊົນລາວບັນດາເຜົ່າ. ຫຼ້າສຸດ, ບໍລິຄຳໄຊ ກໍ່ໄດ້ອອກຄຳສັ່ງປິດດ່ານປະເພນີ ຈຳນວນ 5 ແຫ່ງ ພາຍໃນແຂວງ ປ້ອງກັນພະຍາດ.

ອີງຕາມຄຳສັ່ງ ສະບັບເລກທີ 05/ຂບຊ ລົງວັນທີ 18 ມີນາ 2020 ຂອງແຂວງ ບໍລິຄຳໄຊລະບຸວ່າ: ໃຫ້ປິດການບໍລິການຢູ່ບັນດາດ່ານປະເພນີເຂົ້າ-ອອກ ພາຍໃນແຂວງ ບໍລິຄໍາໄຊ ທີ່ມີຊາຍແດນຕິດຈອດກັບ ສສ ຫວຽດນາມ ແລະ ລາຊະອານາຈັກໄທ ເປັນການຊົ່ວຄາວ ເພື່ອປ້ອງກັນບໍ່ໃຫ້ເກີດມີກໍລະນີຕິດເຊື້ອ ແລະ ການແພ່ລະບາດຂອງພະຍາດ ໂຄວິດ-19 ຈົນກວ່າສະພາບການແຜ່ລະບາດ ຈະກັບເຂົ້າສູ່ສະພາບປົກກະຕິ ເຊິ່ງມີລາຍລະອຽດດັ່ງນີ້:

ປິີດດ່ານປະເພນີ 3 ດ່ານ ລະຫວ່າງແຂວງ ບໍລິຄໍາໄຊ ກັບ ລາຊະອານາຈັກໄທ ຄື: ດ່ານ ທ່າສະອາດ (ເມືອງ ປາກກະດິງ; ດ່ານ ປາກກະດິງ (ເມືອງ ປາກກະດິງ); ດ່ານ ບ້ານທວາຍ (ເມືອງ ທ່າພະບາດ) ແລະ ດ່ານປະເພນີ 2 ດ່ານ ລະຫວ່າງແຂວງ ບໍລິຄໍາໄຊ ກັບ ສສ. ຫວຽດນາມ ຄື: ດ່ານ ນໍ້າອ້ອນ (ເມືອງ ໄຊຈໍາພອນ) ແລະ ດ່ານ ທອງມີໄຊ (ເມືອງ ວຽງທອງ).


ສະນັ້ນ, ຈຶ່ງມອບໃຫ້ເຈົ້າໜ້າທີ່ປະຈໍາດ່ານແຕ່ລະຈຸດແຈ້ງ, ປະສານກັບເຈົ້າໜ້າທີ່ຝ່າຍ ສສ.ຫວຽດນາມ ແລະ ລາຊະອານາຈັກໄທ ໃຫ້ຄວາມຮ່ວມມື ແລະ ປະຕິບັດຕາມຄໍາສັ່ງສະບັບນີ້; ໃຫ້ບັນດາເມືອງ ທີ່ມີຊາຍແດນຕິດຈອດກັບ ສສ ຫວຽດນາມ ແລະ ລາຊະອານາຈັກໄທ ເປັນເຈົ້າການຕິດຕາມ, ກວດກາ, ເຜີຍແຜ່ ໃຫ້ພໍ່ແມ່ປະຊາຊົນຮັບຊາບ, ມີສະຕິລະມັດລະວັງ ແລະ ປ້ອງກັນຕົນເອງ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍການຕິດຕາມຂໍ້ມູນຂ່າວສານ ຢ່າງເປັນປົກກະຕິ.


ດັ່ງນັ້ນ, ຈິ່ງໃຫ້ບັນດາເມືອງ, ພະແນກການ, ຫົວໜ້າພະແນກການ, ແນວລາວສ້າງຊາດ, ອົງການຈັດ ຕັ້ງມະຫາຊົນຫົວໜ້າກອງບັນຊາການ ປກຊ, ປກສ, ລັດວິສາຫະກິດ, ບໍລີສັດ ຕະຫຼອດຮອດພໍ່ແມ່ປະຊາຊົນ ບັນດາເຜົ່າພາຍໃນແຂວງ ບໍລິຄໍາໄຊ ຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນຄໍາສັ່ງ ສະບັບນີ້ຢ່າງເຂັ້ມງວດ.