2 ໜຸ່ມ ຄວ້າຕໍາແໜ່ງ Mister Power Man Laos 2020

129

ຂໍສະແດງຄວາມຍິນດີກັບໜຸ່ມໆໃນການປະກວດ Mister Power Man Laos 2020 ເວທີໜຶ່ງທີ່ໃຫ້ບັນດາໜຸ່ມໆຈາກທົ່ວປະເທດມາໂຊຄວາມຮູ້, ຄວາມສາມາດ, ບຸກຄະລິກກະພາບອີກໜຶ່ງເວທີ,

ເຊິ່ງແຕ່ລະຄົນ ເກັ່ງ ແລະ ມີຄວາມສາມາດຫຼາກຫຼາຍທີ່ແຕກຕ່າງກັນໄປ,

ແລະກໍໄດ້ປະກາດຜູ້ຊະນະເລີດໃນມື້ວັນທີ 14 ມີນາ 2020 ຜ່ານມາທີ່ ທາດຫຼວງສະແຄວ໌ ແຕ່ພິເສດສຸດໆສໍາລັບປີນີ້ແມ່ນໄດ້ຜູ້ຊະນະເລີດເຖິງ 2 ຄົນດ້ວຍກັນ.

ນັ້ນກໍຄືໜຸ່ມ ແລັມໂບ້ ອາຍຸ 22 ປີ, ສູງ185cm ຕົວແທນຈາກແຂວງວຽງຈັນ, ໄດ້ຮັບຕໍາແຫນ່ງພາວເວີແມນລາວ 2020 Mister Power Man Laos 2020 ແລະ ກາຍໄປເປັນ Mister Asean International Laos 2020

ແລະ ໜຸ່ມ ແອັດດີ້, ອາຍຸ25ປີ,ສູງ176cm ຕົວແທນຈາກນະຄອນຫຼວງວຽງຈັນ ໄດ້ຮັບຕໍາແຫນ່ງຟາວເວີແມນລາວ 2020 Mister Power Man Laos 2020 ກາຍໄປເປັນ Mister Working ManInternational Laos 2020

ເຊິ່ງ 2 ໜຸ່ມໄດ້ເປັນ Mister Power Man Laos 2020 ຮ່ວມກັນ ແຕ່ຕ່າງຄົນຕ່າງໄດ້ຮັບຕໍາແໜ່ງໃນການປະຕິບັດໜ້າທີ່ກໍຄືການໄປປະກວດໃນເວທີທີ່ແຕກຕ່າງກັນ

ນອກຈາກນັ້ນຍັງມີໜຸ່ມ ອ່ອນຄຳ ແກ້ວມະນີ, ອາຍຸ25ປີ, ສູງ175cm ຕົວແທນຈາກແຂວງຫລວງພະບາງ ໄດ້ເປັນຮອງຟາວເວີແມນລາວ 2020.

ຝາກຕິດຕາມຜົນງານຂອງໜຸ່ມໆ ແລະ ການປະກວດໃນຄັ້ງຕໍ່ໆໄປແນ່ເດີ້