ນະຄອນຫຼວງ ເດັດຂາດຫ້າມສວຍໂອກາດກັກຕຸນສິນຄ້າເພື່ອຂຶ້ນລາຄາ ໃນຍາມວິກິດ

236

ສະພາບການລະບາດຂອງໂຄວິດ ນັບມື້ຍິ່ງຮຸນແຮງຂຶ້ນ ເຊິ່ງມັນສົ່ງຜົນກະທົບເຖິງທົ່ວໂລກທີ່ຕ້ອງມີມາດຕະການເຂັ້ມງວດໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວ ເຊັ່ນດຽວກັນກັບລາວເຮົາທີ່ລັດຖະບານໄດ້ມີມາດຕະການເຄັ່ງຄັດເພື່ອປ້ອງກັນພະຍາດນີ້ລະບາດເຂົ້າປະເທດ.

ແນວໃດກໍ່ຕາມໃນສະພາບການວິກິດແບບນີ້ ການປ້ອງກັນຕົນເອງ, ມີຄວາມຮັບຜິດຊອບຕໍ່ຕົນເອງ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເປັນສິ່ງສໍາຄັນທີ່ສຸດ ໂດຍສະເພາະແມ່ນເລື່ອງສະບຽງອາຫານ ເນື່ອງຈາກປັດຈຸບັນປະຊາຊົນແຕກຕື່ນຢ້ານກົວ ແລະ ແກ້ໄຂການອອກສູ່ເຂດກຸ່ມຄົນຫຼາຍດ້ວຍການຊື້ອາຫານກັກຕຸນໄວ້ ເຊິ່ງມັນອາດເປັນໂອກາດໃຫ້ກຸ່ມຄົນຈໍານວນໜຶ່ງສວຍໂອກາດຂຶ້ນລາຄາສິນຄ້າ, ຕໍ່ກັບບັນຫາດັ່ງກ່າວ ພະແນກ ອຸດສາຫະກໍາ ແລະ ການຄ້າ ກໍ່ໄດ້ອອກແຈ້ງການເພື່ອປ້ອງກັນບໍ່ໃຫ້ເກີດມີບັນຫານີ້ແລ້ວ.

ອີງຕາມແຈ້ງການ ຂອງ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ເລື່ອງຮ່ວມແຮງຮ່ວມໃຈເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດເຊື້ອຈຸລະໂລກ ໄວຣັດໂລນາ ສະບັບເລກທີ 0553/ອຄ.ນວ.ຄພນ ລົງວັນທີ 18 ມີນາ 2020 ໃຫ້ຮູ້ວ່າ: ປັດຈຸບັນສະພາບການແຜ່ລະບາດຂອງເຊື້ອຈຸລະໂລກ ໂຄວິດ-19 ໃນຫຼາຍປະເທດໄດ້ຂະຫຍາຍເປັນວົງກວ້າງ ເຖິງວ່າຢູ່ ສປປ ລາວ ຍັງບໍ່ທັນ ພົບແຕ່ກໍ່ມີຄວາມສ່ຽງ ສະນັ້ນ, ເພື່ອຮັບມືໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດເຊື້ອຈຸລະໂລກດັ່ງກ່າວ, ຈີ່ງແຈ້ງມາຍັງທຸກພາກສ່ວນໃຫ້ປະຕິບັດຕາມດັ່ງນີ້:

1 ໃຫ້ທຸກຫົວຫນ່ວຍວິສາຫະກິດ ຈົ່ງຮ່ວມມືໃນການປະຕິບັດມາດຕະການເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດເຊື້ອຈຸລະໂລກ ໂຄວິດ-19 ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ໂດຍໃຫ້ມີການຕິດຕາມຂໍມູນຂ່າວສານການແຈ້ງເຕືອນຈາກຄະນະສະເພາະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ, ປະຕິບັດຕາມມາດຕະການປ້ອງກັນຕາມຫຼັກວິຊາການທີ່ຂະແໜງສາທາລະນະສຸກໄດ້ວາງອອກຢ່າງເຂັ້ມງວດ.

2 ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ຕາມລໍາພັງໃຈ, ກັກຕຸນສິນຄ້າ ທີ່ເປັນການກະທໍາເອົາປຽບຜູ້ບໍລິໂພກໂດຍບໍ່ຊອບທໍາ ແລະ ຈໍາໜ່າຍສິນຄ້າທີ່ບໍ່ມີຄວາມປອດໄພທາງດ້ານຄຸນນະພາບຢ່າງເດັດຂາດ, ພ້ອມກັນນັ້ນກໍ່ໃຫ້ນໍາເອົາສິນຄ້າຂອງຕົນອອກຈໍາຫນ່າຍສູ່ສັງຄົມເປັນປົກກະຕິ, ການດໍາເນີນທຸລະກິດຂອງທຸກຫົວຫນ່ວຍວິສາຫະກິດ ແມ່ນໃຫ້ສືບຕໍ່ເຄື່ອນໄຫວຕາມວັດຖຸປະສົງຂອງຕົນໃຫ້ຕໍ່ເນື່ອງ.

3 ຖ້າພາກສ່ວນທຸລະກິດໃດຫາກມີຄວາມຫຍຸ້ງຍາກ ຫຼື ມີຄວາມຈໍາເປັນໃນການເຄື່ອນໄຫວດໍາເນີນທຸລະກິດຂອງຕົນໃນຊ່ວງໄລຍະການເຝົ້າລະວັງເຊື້ອຈຸລະໂລກດັ່ງກ່າວ ແມ່ນໃຫ້ສະເໜີມາຍັງພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ເພື່ອຄົ້ນຄວ້າ, ນໍາສະເຫນີ ແລະ ພິຈາລະນາແກ້ໄຂຕາມລະບຽບການ

4 ແຈ້ງການສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງ ປະຕິບັດຢ່າງເຂັ້ມງວດ, ຖ້າມີການລະເມີດຂໍ້ຫ້າມຂ້າງເທິງນີ້ ແມ່ນຈະຖືກປະຕິບັດມາດຕະການຕາມລະບຽບກົດຫມາຍ.

1510 ພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈ, ບໍ່ໄດ້ຮັບຄວາມເປັນທຳໃນການຊື້-ຂາຍໂທລາຍງານໄດ້ທີ່ເບີສາຍດ່ວນ