ຮ່ວມໄວ້ອາໄລກັບການຈາກໄປຢ່າງບໍ່ວັນກັບຂອງທ່ານ ຊົມພູ ແກ້ວປັນຍາ

230

ມື້ນີ້ມີຂ່າວເສົ້າ ຍ້ອນພວກເຮົາໄດ້ສູນເສຍບຸກຄະລາກອນຜູ້ຊົງຄຸນວຸດທິຂອງຊາດໄປອີກທ່ານໜຶ່ງ ນັ້ນກໍ່ຄື ທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະກິລາ ນະຄອນຫຼວງວຽງຈັນ ຕ້ອງຂໍສະແດງຄວາມເສຍໃຈມາຍັງຄອບຄົວແກ້ວປັນຍາ ທີ່ໄດ້ສູນເສຍສະມາຊິກອັນທີເປັນເຄົາລົບຮັກໄປຢ່າງບໍ່ມີວັນກັບຄືນມາອີກ.

ທ່ານ ຊົມພູ ແກ້ວປັນຍາ ຄະນະພັກນະຄອນຫຼວງວຽງຈັນ ເລຂາພັກຮາກຖານ ຫົວຫນ້າພະແນກສຶກສາ-ກິລາ ນະຄອນຫລວງ ໄດ້ເສຍຊີວິດລົງໃນເວລາ 18:30 ໂມງ ຂອງວັນທີ 18 ມີນາ 2020 ດ້ວຍພະຍາດຂອງເພິ່ນເອງ ລວມອາຍຸໄດ້ 64ປີ (ເກີດທີ10/10/1955 ເສຍຊີວິດ 18/03/2020)

ປັດຈຸບັນສົບບໍາເພັນທີ່ບ້ານຫນອງທາໃຕ້ ຮ່ອມ 20 ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ຂ້າງວັດຫນອງທາໃຕ້).

ວັນຊານະປະກິດສົບຈະໄດ້ຈັດຂຶ້ນໃນມື້ວັນອາທິດ ຂອງວັນທີ 22 ມີນາ 2020 ທີ່ວັດທາດຝຸ່ນ

ວັນອັງຄານ ວັນທີ 24 ມີນາ 2020 ເປັນມື້ຫ້າງຫາກະກຽມ, ວັນພຸດ ວັນທີ 25 ມີນາ 2020 ເປັນມື້ໃສ່ບາດພະສົງ9 ອົງ

ດັ່ງນັ້ນຈິ່ງຂໍແຈ້ງຂ່າວມາຍັງການຈັດຕັ້ງທຸກພາກສ່ວນ, ຍາດຕິພີ່ນ້ອງ ເພື່ອນມິດສະຫາຍຊາບແລະໃຫ້ຄວາມອົບອຸ່ນຄອບຄົວຂອງເພິ່ນຕາມວັນເວລາດັ່ງກ່າວ.

ໃນນາມໜັງສືພິມເສດຖະກິດ-ການຄ້າ ຂໍຈາລຶກເຖິງບຸນຄຸນຄວາມງາມຄວາມດີຂອງ ທ່ານ ເຊິ່ງຕະຫຼອດໄລຍະທີ່ທ່ານຍັງມີຊີວິດຢູ່ ທ່ານທີ່ໄດ້ອຸທິດສະຕິປັນຍາໃຫ້ແກ່ປະເທດຊາດ ແລະ ການປະຕິວັດ, ຜົນງານຂອງທ່ານໄດ້ເຮັດໃຫ້ລູກຫຼານຊາວນະຄອນຫຼວງວຽງຈັນຫຼາຍລຸ້ນໄດ້ເຕີບໂຕຢ່າງມີຄຸນນະພາບ ຍ້ອນໄດ້ຮັບການສຶກສາຮ່ຳຮຽນທີ່ດີ ອັນມີທ່ານເປັນຜູ້ນຳໜ້າພາທາງຢູ່ເບື້ອງຫຼັງ.