ສາຍການບິນແຄວນຕັສ ໂຈະຖ້ຽວບິນລະຫວ່າງປະເທດ ພ້ອມສັ່ງພັກວຽກພະນັກງານ 20 ພັນຄົນ

71

ສາຍການບິນແຄວນຕັສຂອງປະເທດອົດສະຕຣາລີ ປະກາດຢຸດໃຫ້ບໍລິການຖ້ຽວບິນທຸກໆສາຍການບິນລະຫວ່າງປະເທດ ແລະ ສັ່ງພັກວຽກພະນັກງານ 20 ພັນຄົນ ເນື່ອງຈາກວິກິດການແຜ່ລະບາດໂຄວິດ-19.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຊິດນີ ປະເທດອົດສະຕຣາລີ ເມື່ອວັນພະຫັດ ທີ 19 ມີນາ ວ່າ ທ່ານອາລັນ ຈອຍ ປະທານຄະນະເຈົ້າໜ້າທີ່ຝ່າຍບໍລິຫານ (CEO) ຂອງແຄວນຕັສ ສາຍການບິນແຫ່ງຊາດຂອງອົດສະຕຣາລີ ໄດ້ຖະແຫຼງເມື່ອວັນພະຫັດ ວ່າ ການບໍລິການຂອງແຄວນຕັສ ສຳລັບຖ້ຽວບິນພາຍໃນປະເທດ ຫຼຸດລົງເຫຼືອ 60% ແຕ່ສາຍການບິນຈຳເປັນຕ້ອງໂຈະທຸກຖ້ຽວບິນລະຫວ່າງປະເທດ ຢ່າງໜ້ອຍ 2 ເດືອນ ໂດຍຈະເລິ່ມປະຕິບັດຕັ້ງແຕ່ຕົ້ນເດືອນເມສາ ນີ້ ເຊິ່ງໃນເວລາດຽວກັນ ໝາຍ ຄວາມວ່າ ແຄວນຕັສຕ້ອງໄດ້ສັ່ງພັກວຽກພະນັກງານທົ່ວໂລກ ປະມານ 20.000 ຄົນ ຈາກຈຳນວນທັງໝົດທີ່ມີປະມານ 30.000 ຄົນ.

ດ້ານເວີຈິນ ອົດສະຕຣາລີ ໜຶ່ງໃນສາຍການບິນທີ່ໃຫຍ່ທີ່ສຸດຂອງອົດສະຕຣາລີ ປະກາດໂຈະໃຫ້ບໍລິການທຸກຖ້ຽວບິນລະຫວ່າງປະເທດທັງໝົດ ລະຫວ່າງ ວັນທີ 30 ມີນາ – 14 ມິຖຸນາ ເປັນຢ່າງໜ້ອຍ ແລະ ຫຼຸດການບໍລິການພາຍໃນປະເທດ ເຫຼືອ 50% ຈົນກວ່າຈະມີການປ່ຽນແປງ.

ในภาพอาจจะมี ท้องฟ้า, เครื่องบิน และ สถานที่กลางแจ้ง

ການເຄື່ອນໄຫວດັ່ງກ່າວ ເປັນຜົນມາຈາກ ນາຍົກລັດຖະມົນຕີສະກັອດ ມໍຣິສັນ ປະກາດ ສະຖານະການສຸກເສີນດ້ານຄວາມຫຼາກຫຼາຍທາງຊີວິພາບແກ່ມະນຸດ ເນື່ອງຈາກການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19 ເຊິ່ງເປັນໜຶ່ງໃນມາດຕະການຕົ້ນຕໍ ຄື ການຍົກສູງ “ຄວາມອັນຕະລາຍ” ຈາກການເດີນທາງໄປຕ່າງປະເທດ ຢູ່ລະດັບ 4 ເຊິ່ງເປັນລະດັບສູງສຸດ.

ເຖິງວ່າຜູ້ນຳອົດສະຕຣາລີ ອະທິບາຍວ່າ ລັດຖະບານບໍ່ໄດ້ຫ້າມປະຊາຊົນເດີນທາງໄປຕ່າງປະເທດ “ແບບເດັດຂາດ” ແຕ່ຍົກລະດັບການເຕືອນໄພໃຫ້ເປັນຂັ້ນສູງສຸດ ຖ້າພົນລະເມືອງອົດສະຕຣາລີ ຫຼື ຜູ້ທີ່ອາໄສຢູ່ພາຍໃນປະເທດຖາວອນ ຕ້ອງການເດີນທາງໄປປະເທດໃດກໍ່ຕາມ ແລ້ວລົ້ມປ່ວຍຈາກໄວຣັສໂຄວິດ-19 ທາງເຈົ້າໜ້າທີ່ທາງການທູດຂອງລັດຖະບານແຄນເບີຣາ ປະຈຳປະເທດນັ້ນ ອາດຈະຊ່ວຍເຫຼືອລຳບາກ ຫຼື ບໍ່ສາມາດອອກໄປຊ່ວຍໄດ້ ດ້ວຍຂໍ້ຈຳກັດດ້ານການເຄື່ອນໄຫວນອກສະຖານທີ່ຂອງ ລັດຖະບານແຕ່ລະປະເທດ.