ຄັ້ງທຳອິດ! ຈີນ ກວດບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃນປະເທດ

133

ຜູ້ເສຍຊີວິດຈາກເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ໃນປະເທດຈີນມີຢ່າງໜ້ອຍ 3.245 ຄົນ ຂະນະທີ່ ການກວດກາຖືເປັນຄັ້ງທຳອິດທີ່ບໍ່ພົບກໍລະນີຜູ່ຕິດເຊື້ອໃໝ່ພາຍໃນປະເທດ ແຕ່ກວດພົບຜູ້ປ່ວຍທີ່ເດີນທາງມາຈາກຕ່າງປະເທດ 34 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມືອວັນພະຫັດ ທີ 19 ມີນາ ວ່າ ຄະນະກຳມາທິການສາທາລະນະສຸກແຫ່ງຊາດຂອງຈີນ ລາຍງານສະຖານະການຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ເຊິ່ງແຜ່ລະບາດຕັ້ງແຕ່ເດືອນທັນວາ 2019 ເຖິງວັນທີ 18 ມີນາ ຜ່ານມາ ວ່າ ມີ ຜູ້ເສຍຊີວິດເພິ່ມອີກ 8 ຄົນ ທັງໝົດດອາໄສຢູ່ໃນມົນທົນຫູເປີ່ຍ ທີ່ເປັນສູນກາງການແຜ່ລະບາດຂອງໄວຣັສ ລວມຜູ້ເສຍຊີວິດສະສົມ ຢ່າງໜ້ອຍ 3.245 ຄົນ.

ທັງນີ້, ຖືເປັນຄັ້ງທຳອິດ ຕັ້ງແຕ່ລັດຖະບານປັກກິ່ງ ໄດ້ລາຍງານສະຖິຕິປະຈຳວັນກ່ຽວກັບຜູ້ເສຍຊີວິດ ແລະ ຜູ້ປ່ວຍຈາກເຊື້ອໄວຣັສໂຄວິດ-19 ເມື່ອທ້າຍເດືອນມັງກອນ ຜ່ານມາ ເຊິ່ງຜົນກວດບໍ່ພົບຜູ້ປ່ວຍເພິ່ມໃນປະເທດ ໃນຮອບ 24 ຊົ່ວໂມງ ຜ່ານມາ. ແຕ່ໃນເວລາດຽວກັນ, ມີລາຍງານກວດພົບຜູ້ປ່ວຍທີ່ເດີນທາງຈາກຕ່າງປະເທດເພິ່ມອີກ 34 ຄົນ ຈາກຈຳນວນດັ່ງກ່າວ 21 ຄົນ ຢູ່ໃນນະຄອນຫຼວງປັກກິ່ງ ເຊິ່ງບັງຄັບໃຊ້ມາດຕະການກັກຕົວຜູ້ເດີນທາງເຂົ້າປະເທດທຸກຄົນ ຕັ້ງແຕ່ວັນຈັນ ຜ່ານມາ ເພິ່ມ ຈຳນວນຜູ້ປ່ວຍສະສົມທົ່ວປະເທດ ຢ່າງໜ້ອຍ 80.928 ຄົນ, ປິ່ນປົວເຊົາແລ້ວ 70.420 ຄົນ ແລະ ຍັງເຫຼືອຜູ້ປ່ວຍທີ່ປິ່ນປົວໃນໂຮງໝໍ 10.508 ຄົນ.