ປູ່ເປ້ ກ້າເຮັດ ແລະ ເຊື່ອໝັ້ນທີ່ຈະກ້າສະແດງອອກ

102

ປູ່ເປ້ຜູ້ທີ່ມີພອນສະຫວັນດ້ານການຟ້ອນ ແລະ ຮ້ອງເພງ ພ້ອມທັງມີຄວາມສຸກເວລາທີ່ເຮັດມັນ ເຊິ່ງເຮັດໃຫ້ສາວນ້ອຍຜູ້ນີ້ມີພື້ນຖານໃນການສະແດງຄວາມກ້າ ແລະ ເຊື່ອໝັ້ນໃນສິ່ງທີ່ຕົນເອງເຮັດ.

ສິລິພາພອນ ວໍລະຈັກ ຫຼື ປູ່ເປ້ MVT 02 ອາຍຸ 19 ປີ ໃຫ້ສໍາພາດວ່າ: ປັດຈຸບັນຢູ່ບ້ານຫັດສະດີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ກຳລັງສຶກສາທີ່ວິທະຍາໄລ ລາວ – ອາເມຣິກາ ສາຂາບໍລິຫານທຸລະກິດພາສາອັງກິດ ປີ 2.

ຕົນເອງເປັນລູກສາວດຽວຜ່ານມາຍັງບໍ່ເຄີຍມີຜົນງານໃນດ້ານບັນເທີງມາກ່ອນ, ເຫດຜົນທີ່ເລືອກເຂົ້າປະກວດໃນເວທີນີ້ຍ້ອນຢາກຮຽນຮູ້ ແລະ ພັດທະນາຕົນເອງ, ເວທີນາງສາວນະຄອນຫຼວງວຽງຈັນ ເປັນເວທີອັນຊົງກຽດທີ່ແມ່ຍິງລາວຫຼາຍໆຄົນໃຝ່ຝັນ, ຕົນເອງກໍເປັນຄົນໜຶ່ງທີ່ຢາກເຮັດຄວາມຝັນຂອງຕົນໃຫ້ສຳເລັດ ພ້ອມທີ່ຈະພັດທະນາຕົນເອງ, ຮຽນຮູ້ສິ່ງໃໝ່ໆ, ເປັນແບບຢ່າງທີ່ດີໃຫ້ກັບໄວໜຸ່ມລາວ, ທີ່ສຳຄັນກໍແມ່ນຢາກຮັກສາ ແລະ ເຜີຍແຜ່ວັດທະນະທຳຂອງບ້ານເມືອງເຮົາ.

ຕົນເອງພູມໃຈທີ່ສາມາດເຂົ້າມາເຖິງຮອບ 20 ຄົນສຸດທ້າຍ ນອກຈາກປະສົບການດີໆທີ່ໄດ້ຈາກກອງປະກວດແລ້ວຍັງໄດ້ມິດຕະພາບທີ່ດີຈາກໝູ່ເພື່ອນ ເຊິ່ງຕ້ອງຂອບໃຈກຳລັງໃຈດີໆທີ່ຊ່ວຍໃຫ້ກ້າເຮັດ ແລະ ເຊື່ອໝັ້ນໃນຕົນເອງ, ຕໍ່ຈາກນີ້ກໍຈະເຮັດໃຫ້ດີທີ່ສຸດເພື່ອໃຫ້ໄດ້ເຂົ້າຮອບຊີງຊະນະເລີດ.

ເວທີນີ້ໄດ້ສອນຫຼາຍສິ່ງຫຼາຍຢ່າງໃນແບບສະບັບຂອງແມ່ຍິງລາວຍຸກໃໝ່ທີ່ຄຽງຄູ່ໄປກັບວັດທະນະທຳ, ເຮັດໃຫ້ກ້າເວົ້າ, ກ້າສະແດງອອກ ແລະ ໄດ້ຮຽນຮູ້ສິ່ງໃໝ່ໆທີ່ບໍ່ເຄີຍເຮັດມາກ່ອນ ເຊິ່ງຈະນຳເອົາປະສົບການເຫຼົ່ານີ້ມາປັບໃຊ້ໃນຊີວິດປະຈຳວັນ ແລະ ບໍ່ຢຸດທີ່ຈະພັດທະນາຕົນເອງໃນທຸກໆມື້.

ສ່ວນເຄັດລັບໃນການຮັກສາສຸຂະພາບກໍຄືການອອກກຳລັງກາຍເປັນປະຈຳ, ກິນອາຫານໃຫ້ຄົບ 5 ໝູ່, ດື່ມນໍ້າຫຼາຍໆ ແລະ ພັກຜ່ອນໃຫ້ພຽງພໍ.

ເປົ້າໝາຍໃນອະນາຄົດແມ່ນຢາກຮຽນໃຫ້ຈົບ ແລະ ຢາກມີໂອກາດໄປສຶກສາຕໍ່ທີ່ຕ່າງປະເທດ, ເຮັດວຽກນໍາອົງການຕ່າງໆທີ່ຈະສາມາດພັດທະນາຕົນເອງ, ພັດທະນາສັງຄົມ, ຫາລ້ຽງຊີບ, ລ້ຽງພໍ່ແມ່ ແລະ ຄອບຄົວໄດ້.

ການຟ້ອນ ແລະ ຮ້ອງເພງແມ່ນສິ່ງທີ່ມັກເຮັດ ແລະ ມີ ຄວາມສຸກເວລາທີ່ເຮັດມັນ ເຊິ່ງສາມາດເປັນພະລັງໃຫ້ນໍາເອົາມາສະແດງເພື່ອທີ່ຈະເອົາຊະນະໄດ້, ສາມາດຮ່ວມເຊຍ ແລະ ເປັນກໍາລັງໃຈໃຫ້ນ້ອງໆທັງ 20 ຄົນ ໄດ້ທາງແຟນເພຈ໌ Miss Vientiane ນາງສາວນະຄອນຫຼວງວຽງຈັນ ຫຼື ສາມາດຕິດຕາມຂໍ້ມູນ – ຂ່າວສານຂອງ ນ້ອງປູ່ເປ້ MVT 02 ໄດ້ທາງເຟສບຸ໊ກສ່ວນຕົວ: Poupe Siliphaphone

( ຂ່າວ: ນຸ້ມນິ້ມ )

( ຮູບ: Poupe Silipha-phone )