ຫໍພິພິທະພັນວຽງຈັນ ສິລະປະຮ່ວມສະໄໝ ພັກວຽກພະນັກງານຊົ່ວຄາວ ພ້ອມສຸມໃສ່ປັບປຸງການບໍລິການ

413

ຫໍພິພິທະພັນວຽງຈັນ ສິລະປະຮ່ວມສະໄໝ ເປີດບໍລິການທົດລອງເບື້ອງຕົ້ນ ແລະ ຍັງບໍ່ທັນໄດ້ເກັບຄ່າບໍລິການໃນບາງກຸ່ມນັກທ່ອງທ່ຽວເທື່ອ, ແຕ່ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ – 19 ຫໍພິພິທະພັນ ໄດ້ແຈ້ງພັກພະນັກງານ ປະມານ 70% ເພື່ອພັກຜ່ອນຊົ່ວຄາວຈົນຮອດເດືອນມິຖຸນາປີນີ້.

ທ່ານ ພິຊິດ ໄຊຍະທິດ ປະທານຫໍພິພິທະພັນວຽງຈັນ ສິລະປະຮ່ວມສະໄໝ ໃຫ້ສຳພາດໃນວັນທີ 16 ມີນາ 2020 ວ່າ: ຫໍພິພິທະພັນວຽງຈັນ ສິລະປະຮ່ວມສະໄໝ ເປັນຫໍພິພິທະພັນທີ່ປະກອບໄປດ້ວຍຮູບໄມ້ແກະສະຫຼັກຈຳນວນຫຼາຍທີ່ເຮັດຈາກຕໍໄມ້ຕ່າງໆ ໂດຍແກະສະຫຼັກຕາມຮີດຄອງປະເພນີ ແລະ ວັດທະນະທຳຂອງຄົນລາວ ລວມເຖິງວິຖີຊີວິດຂອງຄົນລາວມາແຕ່ດົນນານ ລວມເຖິງແກະສະຫຼັກຮູບຕາມວັດທະນະທຳ ແລະ ຄວາມເຊື່ອຖືຂອງຊາດ.

ໃນແຕ່ລະມື້ມີນັກທ່ອງທ່ຽວເຂົ້າມາ ປະມານ 300 – 500 ຄົນ ແຕ່ຫຼັງຈາກການລະບາດຂອງພະຍາດໂຄວິດ – 19 ໄດ້ສົ່ງຜົນກະທົບຕໍ່ການທ່ອງທ່ຽວຂອງຫໍພິພິທະພັນຫຼາຍພໍສົມຄວນ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ – 19 ຫໍພິພິທະພັນກໍໄດ້ພັກພະນັກງານ ປະມານ 70% ຂອງຈໍານວນພະນັກງານທັງໝົດ ມາຕັ້ງແຕ່ວັນທີ 24 ມັງກອນ 2020 ເປັນຕົ້ນມາ ແລະ ຄາດວ່າຈະເປີດບໍລິການອີກໃນເດືອນມິຖຸນາ 2020 ນີ້ ເນື່ອງຈາກນັກທ່ອງທ່ຽວທີ່ມາທ່ຽວໃນຫໍພິພິທະພັນສ່ວນຫຼາຍແມ່ນນັກທ່ອງທ່ຽວຈີນ, ສ.ເກົາຫຼີ, ໄທ, ຫວຽດນາມ, ນັກທ່ອງທ່ຽວເອີຣົບ ແລະ ອື່ນໆ. ໃນນັ້ນ, ນັກທ່ອງທ່ຽວຈີນ ກວມປະມານ 70%, ຫຼັງຈາກທີ່ພະຍາດດັ່ງກ່າວໄດ້ລະບາດຂຶ້ນເຮັດໃຫ້ຫຼາຍສາຍການບິນຢຸດບິນ ສົ່ງຜົນໃຫ້ນັກທ່ອງທ່ຽວບໍ່ສາມາດເດີນທາງມາທ່ຽວໃນບັນດາປະເທດອ້ອມຂ້າງ ກໍຄືໃນ ສປປ ລາວ ເຮັດໃຫ້ນັກທ່ອງທ່ຽວທີ່ມາທ່ຽວໃນຫໍພິພິທະພັນເກືອບວ່າບໍ່ມີເລີຍ.

ເຖິງຢ່າງໃດກໍຕາມ, ໃນສະພາບການປັດຈຸບັນຫໍພິພິທະພັນກໍໄດ້ຖືໂອກາດໃນໄລຍະນີ້ ເພື່ອປັບປຸງ ແລະ ຍົກລະດັບຄວາມສວຍງາມຕາມຈຸດຕ່າງໆ ລວມເຖິງພັດທະນາການທ່ອງທ່ຽວຄົບວົງຈອນ ເຊັ່ນ: ຮ້ານອາຫານ, ຮ້ານຂາຍເຄື່ອງຕ່າງໆ ເພື່ອຕອບສະໜອງ ຄວາມຕ້ອງການ ແລະ ອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວໃນຕໍ່ໜ້າ.

ນອກນັ້ນ, ທ່ານຍັງໃຫ້ຮູ້ຕື່ມວ່າ: ເພື່ອການພັດທະນາທີ່ຍືນຍົງ ແລະ ຜັນຂະຫຍາຍໃຫ້ກາຍເປັນບ່ອນທ່ອງທ່ຽວຄົບວົງຈອນຕາມມາດຕະຖານສາກົນ, ຫໍພິພິທະພັນກຳລັງສະເໜີໂຄງການອອກແບບຫໍພິພິທະພັນວຽງຈັນ ສິລະປະຮ່ວມສະໄໝ ຢູ່ 2 ຈຸດຄື ບຶງທາດຫຼວງ ແລະ ໜອງເຊືອມ ເພື່ອສ້າງໃຫ້ເປັນສະຖານທີ່ທ່ອງທ່ຽວທີ່ສຳຄັນໃນນະຄອນຫຼວງວຽງຈັນ ໂດຍອອກແບບອາຄານທີ່ມີ ຄວາມໝາຍທາງສິລະປະລາວ ແລະ ສ້າງເລື່ອງລາວໃຫ້ມີຄວາມໝາຍ, ອອກແບບອາຄານທີ່ໂດດເດັ່ນທາງດ້ານສິລະປະທີ່ເປັນເອກະລັກຂອງຊາດ ເຊິ່ງຄາດວ່າຈະເລີ່ມສ້າງໄດ້ໃນທ້າຍປີນີ້ ແລະ ອາດຈະເປີດບໍລິການເປັນທາງການ ຫຼັງຈາກທາງລົດໄຟ ລາວ – ຈີນ ສຳເລັດ.

ຫໍພິພິທະພັນວຽງຈັນ ສິລະປະຮ່ວມສະໄໝ ຕັ້ງຢູ່ຖະໜົນໄກສອນ ພົມວິຫານ ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເປີດບໍລິການແຕ່ 9:00 – 17:00 ໂມງ, ຈັນ – ອາທິດ.

[ ຂ່າວ: ກາວຊົ່ງ; ຮູບ: ບຸນມີ ]