ທ່ຽວສາລະວັນ ສຳຜັດວິຖີຊີວິດເຜົ່າຕະໂອ້ຍ

192

ສາລະວັນ ເປັນແຂວງທີ່ມີແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈຫຼາຍແຫ່ງ ເປັນຕົ້ນ ອຸທິຍານແຫ່ງຊາດຊຽງທອງ ເປັນແຫຼ່ງທ່ອງທ່ຽວທີ່ມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ, ມີສັດສາວາສິ່ງນາໆພັນທີ່ຫາຍາກອາໄສຢູ່. ນອກນັ້ນ, ຍັງມີນໍ້າຕົກຕາດຕ່າງໆ ເຊັ່ນ: ຕາດເຊເຊັດ, ຕາດເລາະ ແລະ ອື່ນໆ. ນອກນັ້ນ, ຍັງເປັນແຂວງທີ່ມີຊົນເຜົ່າຕ່າງໆທີ່ມີວັດທະນະທຳຫຼາກຫຼາຍອາໄສຢູ່.

ໃນມື້ນີ້ຜູ້ຂຽນຈະພາໄປທ່ຽວ ຫຼື ຮຽນຮູ້ກ່ຽວກັບການໄປທ່ຽວສຳຜັດວິຖີຊີວິດຂອງຊົນເຜົ່າຕະໂອ້ຍ ທີ່ອາໄສຢູ່ໃນເມືອງຕະໂອ້ຍ.

ການເດີນທາງຫາບ້ານຂອງຊົນເຜົ່າຕະໂອ້ຍ ນັກທ່ອງທ່ຽວຈະໄດ້ເດີນທາງຜ່ານເມືອງຕຸ້ມລານ ແຂວງສາລະວັນ ໄປທາງທິດຕາເວັນອອກສ່ຽງເໜືອໄປຕາມເສັ້ນທາງດິນແດງທີ່ທຸລະກັນດານໜ້ອຍໜຶ່ງ ທີ່ສາມາດແລ່ນໄດ້ສະເພາະລົດກະບະເປັນສ່ວນຫຼາຍ, ຕະຫຼອດເສັ້ນທາງຈະມີທິວທັດທຳມະຊາດອັນສວຍງາມຕະຫຼອດເສັ້ນທາງ ເໝາະສຳລັບການຖ່າຍຮູບເປັນທີ່ລະນຶກທີ່ສຸດ.

ຈາກນັ້ນ, ກໍຮອດບ້ານຊົນເຜົ່າກະຕັງ ແລະ ເດີນທາງໄປຕໍ່ອີກປະມານ 50 ກິໂລແມັດ ຈຶ່ງຮອດບ້ານຂອງຊົນເຜົ່າຕະໂອ້ຍ ອ້ອມຮອບດ້ວຍພູຂະໜາດນ້ອຍ – ໃຫຍ່ແຕກຕ່າງກັນ ແລະ ເຮືອນແຕ່ລະຫຼັງຕັ້ງຢູ່ກະແຈກກະຈາຍ. ໃນບ້ານນອກຈາກຊົນເຜົ່າຕະໂອ້ຍແລ້ວ ຍັງມີເຜົ່າອື່ນປະປົນຢູ່ນໍາກັນ ເມື່ອເຂົ້າໄປໃນບ້ານ ນັກທ່ອງທ່ຽວບາງຄົນຈະຮູ້ສຶກເໝືອນຕົນເອງໄດ້ຢ້ອນຍຸກກັບໄປຢູ່ບ້ານໃນສະໄໝກ່ອນເລີຍກໍວ່າໄດ້.

ຈາກນັ້ນ, ສາມາດໄປພັກຜ່ອນຕາມໂຮມສະເຕທີ່ເປັນເຮືອນຮ້ານ ຫຼື ພັກນຳປະຊາຊົນກໍໄດ້ ເພື່ອຜ່ອນຄາຍຄວາມອິດເມື່ອຍ ແລະ ເອົາເຫື່ອແຮງທີ່ເດີນທາງມາໝົດມື້. ແຕ່ການພັກຜ່ອນຕາມໂຮມສະເຕ ອາດຈະບໍ່ສະດວກເໝືອນທີ່ອື່ນ ເພາະເຜົ່າຕະໂອ້ຍເປັນຊົນເຜົ່າໜຶ່ງທີ່ຍັງຮັກສາວັດທະນະທຳ ແລະ ຮີດຄອງປະເພນີດັ້ງເດີມເອົາໄວ້ ແລະ ປະຕິບັດຮີດຄອງປະເພນີເຄັ່ງຄັດ ແຕ່ກໍເປັນໜຶ່ງໃນກິດຈະກຳທີ່ນັກທ່ອງທ່ຽວຊາວຕ່າງຊາດມັກສຶກສາຮຽນຮູ້ ລວມເຖິງວິຖີຊີວິດຕ່າງໆຂອງຊົນເຜົ່າ.

ມື້ຕໍ່ມານັກທ່ອງທ່ຽວສາມາດໄປທ່ຽວຊົມວິຖີຊີວິດຂອງຊົນເຜົ່າໃນບ້ານ ເຊັ່ນ: ການຕໍ່າຫູກຂອງຊົນເຜົ່າທີ່ຕໍ່າໄດ້ສວຍງາມ ແລະ ມີລວດລາຍສະເພາະຂອງເຜົ່າ, ຊົມວິຖີຊີວິດໃນຍາມເຊົ້າທີ່ແຕ່ລະຄອບຄົວພາກັນໄປຊອກຢູ່ຫາກິນ ຫຼື ໄປໄຮ່ໄປນາຕາມປົກກະຕິ, ການຕໍາເຂົ້າ ພັດເຂົ້າຂອງສາວເຜົ່າຕະໂອ້ຍທີ່ມີນໍ້າໃຈເອື້ອເຝື້ອ ລວມເຖິງຊົມການສະແດງສິລະປະຕ່າງໆຂອງເຜົ່າ ເຊິ່ງເປັນບັນຍາກາດທີ່ໜ້າຈົດຈໍາ. ຈາກນັ້ນກໍເດີນທາງກັບ   ແຂວງສາລະວັນ.

[ ໂດຍ: ກາວຊົ່ງ ]