10 ປີຜ່ານມາ ໂຄງການຕາບີ ສາມາດປະຕິບັດ 8 ກິດຈະກໍາພົ້ນເດັ່ນ

115

ການຈັດຕັ້ງປະຕິບັດໂຄງການຕາບີ ໄລຍະ 10 ປີຜ່ານມາ ສາມາດປະຕິບັດກິດຈະກຳພົ້ນເດັ່ນໄດ້ທັງໝົດ 8 ກິດຈະກຳ ໃນ 25 ກິດຈະກຳທັງໝົດ ໂດຍສະເພາະແມ່ນການປົກປັກຮັກສາ ແລະ ນໍາໃຊ້ຊີວະນາໆພັນ ລວມເຖິງສົ່ງເສີມການຜະລິດກະສິກຳຕ່າງໆ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນຊາວ ແຂວງຫຼວງພະບາງ.

ທ່ານ ຈັນສະໝອນ ພົງອຸດົມ ຮອງສະຖາບັນຄົ້ນຄວ້າກະສິກໍາ – ປ່າໄມ້ ແລະ ພັດທະນາຊົນນະບົດ ຫົວໜ້າຜູ້ປະສານງານໂຄງການຕາບີ ໄດ້ກ່າວໃນກອງປະຊຸມທົບທວນການຈັດຕັ້ງປະຕິບັດໂຄງການຕາບີ ໃນໄລຍະ 10 ປີຜ່ານມາ ທີ່ຈັດຂຶ້ນໃນວັນທີ 6 ມີນາ 2020 ວ່າ:

ໄລຍະ 10 ປີຜ່ານມາ ໂຄງການຕາບີ ໄດ້ປະສົບຜົນສໍາເລັດຫຼາຍດ້ານ ສະເພາະແມ່ນການຄຸ້ມຄອງປົກປັກຮັກສາ ແລະ ນໍາໃຊ້ຊີວະນາໆພັນ ກະສິກໍາ – ປ່າໄມ້ ແລະ ປັບປຸງຊີວິດການເປັນຢູ່ໃຫ້ມີລາຍຮັບ ແລະ ມີຄວາມຍືນຍົງ ສ້າງຄວາມອາດສາມາດໃຫ້ພະນັກງານຂັ້ນສູນກາງ, ແຂວງ, ເມືອງ, ບ້ານ ເພື່ອສ້າງຈິດສໍານຶກໃຫ້ຄົນຮຸ່ນສືບທອດໃນການຄຸ້ມຄອງປົກປັກຮັກສາຊີວະນານາພັນ; “ ຮູ້ຄຸນຄ່າ, ຮູ້ປົກປັກຮັກສາ ແລະ ຮູ້ນໍາໃຊ້ ”.

ພາບປະກອບຂ່າວ

ຜ່ານການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການຕາບີຢູ່ແຂວງຫຼວງພະບາງ ໃນໄລຍະ 10 ປີ ແມ່ນໄດ້ສຸມໃສ່ຫຼາຍກວ່າ 25 ກິດຈະກຳ. ໃນນີ້, ກິດຈະກໍາທີ່ພົ້ນເດັ່ນກວ່າໝູ່ແມ່ນມີ 8 ກິດຈະກໍາ ຄື: ການສົ່ງເສີມການປູກແຂມ ແລະ ຜະລິດຕະພັນຟອຍ ກວາດ ກວມເອົາ 3 ເມືອງ 16 ບ້ານ 59 ຄອບຄົວ; ໂຄງການປັບປຸງເຕັກນິກການປູກໝາກກ້ຽງພື້ນເມືອງ ເມືອງນ້ຳບາກ ກວມເອົາ 26 ບ້ານ ເນື້ອທີ່ສວນ 350 ເຮັກຕາ ( ກຸ່ມເປົ້າໝາຍມີ 8 ບ້ານ 58 ຄອບຄົວ ເນື້ອທີ່ 60 ເຮັກຕາ ); ອະນຸຮັກ – ຄຸ້ມຄອງ ແລະ ຟື້ນຟູປ່າຍານ ຢູ່ເມືອງໂພນທອງ ກວມເອົາ 7 ບ້ານ 232 ຄອບຄົວ ເນື້ອທີ່ປະມານ 762 ເຮັກຕາ.