ສຸວັນນີ ຈະຈ່າຍເງິນປັນຜົນ ທ້າຍເດືອນເມສາ

115

ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ( ສ.ວ.ນ ) ຜູ້ດໍາເນີນທຸລະກິດກ່ຽວກັບສະໜອງວັດສະດຸກໍ່ສ້າງ ແລະ ເຄື່ອງໃຊ້ຄົວເຮືອນ ຈາກການດໍາເນີນທຸລະກິດໃນປີ 2019 ຜ່ານມາ ມີຜົນກໍາໄລສຸດທິ 11,2 ຕື້ກີບ ເມື່ອຫັກຄັງສໍາຮອງຕາມລະບຽບການ ແລະ ຄັງສໍາຮອງສະສົມລວມທັງໝົດ 20 ສ່ວນຮ້ອຍຂອງກໍາໄລສຸດທິແລ້ວຍັງເຫຼືອເກືອບ 9 ຕື້ກີບ.

ສະພາບໍລິຫານເຫັນດີຈ່າຍເງິນປັນຜົນໃນອັດຕາ 16 ກີບຕໍ່ຫຸ້ນ ໃຫ້ແກ່ຜູ້ຖືຫຸ້ນ ເຊິ່ງມີກໍານົດຈ່າຍເງິນໃນວັນທີ 30 ເມສາ 2020 ທີ່ຈະມາເຖິງນີ້.

ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ເປັນໜຶ່ງໃນ 11 ບໍລິສັດ ທີ່ຈົດທະບຽນ ແລະ ເປີດການຊື້ – ຂາຍຫຸ້ນໃນຕະຫຼາດຫຼັກຊັບລາວ ໄດ້ແຈ້ງເຊີນບັນດາຜູ້ຖືຫຸ້ນຂອງບໍລິສັດເຂົ້າຮ່ວມກອງປະຊຸມສາມັນຜູ້ຖືຫຸ້ນ ປະຈໍາປີ 2019 ໃນວັນທີ 2 ເມສາ 2020 ທີ່ຈະມາເຖິງນີ້ທີ່ສໍານັກງານໃຫຍ່ຂອງຕະຫຼາດຫຼັກຊັບລາວ. ໃນວາລະຂອງກອງປະຊຸມຈະໄດ້ພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາ ເປັນຕົ້ນແມ່ນ: 1 ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກອງປະຊຸມວິສາມັນຜູ້ຖືຫຸ້ນ ຄັ້ງທີ 1 ປະຈໍາປີ 2019;

2 ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການດໍາເນີນທຸລະກິດຂອງບໍລິສັດປີ 2019 ແລະ ບົດລາຍງານການເງິນປີ 2019; 3 ພິຈາລະນາ ແລະ ຮັບຮອງເອົາແຜນການດໍາເນີນທຸລະກິດປະຈໍາປີ 2020; 4 ພິຈາລະນາ ແລະ ອະນຸມັດການຈ່າຍເງິນປັນຜົນຈາກການດໍາເນີນທຸລະກິດຂອງບໍລິສັດປະຈໍາປີ 2019; 5 ພິຈາລະນາການແຕ່ງຕັ້ງຜູ້ກວດສອບບັນຊີພາຍນອກ ແລະ ກໍານົດຄ່າບໍລິການກວດສອບບັນຊີພາຍນອກ 2020; 6). ພິຈາລະນາການແຕ່ງຕັ້ງສະມາຊິກສະພາບໍລິຫານແທນສະມາຊິກສະພາບໍລິຫານຜູ້ເກົ່າທີ່ລາອອກໄປ ແລະ ອື່ນໆ.

ເວົ້າສະເພາະການພິຈາລະນາ ແລະ ອະນຸມັດການຈ່າຍເງິນປັນຜົນຈາກການດໍາເນີນທຸລະກິດຂອງບໍລິສັດ ປະຈໍາປີ 2019 ສະພາບໍລິຫານເຫັນວ່າໃນຊຸມປີ 2019 ຜ່ານມາ ບໍລິສັດມີກໍາໄລສຸດທິຈາກຜົນການດໍາເນີນທຸລະກິດຈໍານວນ 11,2 ຕື້ກວ່າກີບ ເມື່ອຫັກຄັງສໍາຮອງຕາມລະບຽບການ ແລະ ຄັງສໍາຮອງສະສົມລວມທັງໝົດ 20 ສ່ວນຮ້ອຍຂອງກໍາໄລສຸດທິແລ້ວ ເຫຼືອຈໍານວນ 8,96 ຕື້ກວ່າກີບ ຈຶ່ງເຫັນວ່າກອງປະຊຸມຜູ້ຖືຫຸ້ນຄວນອະນຸມັດໃຫ້ມີການຈ່າຍເງິນປັນຜົນໃນອັດຕາ 16 ກີບຕໍ່ຫຸ້ນ, ຈໍານວນເງິນປັນຜົນທັງໝົດ 2,69 ຕື້ກວ່າກີບ ແລະ ກໍານົດຈ່າຍເງິນປັນຜົນໃນວັນທີ 30 ເມສາ 2020.

ນອກນັ້ນ, ສະພາບໍລິຫານຍັງເຫັນວ່າກອງປະຊຸມຜູ້ຖືຫຸ້ນຄວນແຕ່ງຕັ້ງບໍລິສັດ ພຣາຍສ໌ວໍເຕີເຮົ້າສ໌ກູເປີ້ ( ລາວ ) ຈໍາກັດຜູ້ດຽວ ເປັນຜູ້ກວດສອບບັນຊີພາຍນອກຂອງບໍລິສັດປະຈໍາປີ 2020 ໂດຍມີຄ່າບໍລິຫານເປັນເງິນບໍ່ກາຍ 37.500 ໂດລາ ເນື່ອງຈາກເຄີຍເປັນຜູ້ກວດສອບບັນຊີໃຫ້ແກ່ ບໍລິສັດ ສຸວັນນີ ນັບແຕ່ຈໍາໜ່າຍຫຸ້ນໃຫ້ແກ່ມວນຊົນຄັ້ງທໍາອິດ ເຊິ່ງເຂົາເຈົ້າກໍມີປະສົບການ, ມີຄວາມລະອຽດຮອບຄອບ ແລະ ເປັນບໍລິສັດກວດສອບບັນຊີທີ່ໄດ້ມາດຕະຖານ ລວມທັງໄດ້ຮັບ ຄວາມໄວ້ວາງໃຈໃນລະດັບສາກົນ.