ລັດຖະບານຮ່ວມຫາລື ພ້ອມວາງຫຼາຍມາດຕະການເຂັ້ມງວດ ກຽມຮັບມືກັບໂຄວິດ-19

119

ລັດຖະບານ ຮ່ວມກັບຄະນະສະເພາະ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບມາດຕະການສະກັດກັ້ນ ແລະ ຮັບມືກັບພະຍາດໂຄວິດ-19 ຂຶ້ນ ໃນວັນທີ 18 ມີນາ 2020 ທີ່ ສຳນັກງານນາຍົກລັດຖະມົນຕີ, ໂດຍເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍ ບັນດາລັດຖະມົນຕີແຕ່ລະກະຊວງ ແລະ ບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມປຶກສາຫາລືໃນຄັ້ງນີ້ ແມ່ນເພື່ອທົບທວນຄືນ ບັນດາມາດຕະການທີ່ວາງໄວ້ ແລະ ປະຕິບັດຜ່ານມາ ພ້ອມທັງວາງບາງມາດຕະການໃໝ່ ທີ່ເຫັນວ່າ ເໝາະສົມກັບສະພາບຕົວຈິງ ໂດຍສະເພາະແມ່ນການຈັດສັນງົບປະມານ, ມາດຕະການທາງເສດຖະກິດ, ໂຈະການເດີນທາງອອກນອກປະເທດ ລວມເຖິງປິດໂຮງຮຽນ ແລະ ຮ້ານບັນເທີງຕ່າງໆ ແລະ ອື່ນໆ.

ນອກນັ້ນ, ຍັງໄດ້ສະເໜີປັບປຸງມາດຕະການເຝົ້າລະວັງໃຫ້ເຂັ້ມງວດຂຶ້ນ ແລະ ປັບປຸງສູນຂໍ້ມູນຂ່າວສານ ໃຫ້ມີຄວາມຖືກຕ້ອງວ່ອງໄວ ແລະ ທັນເວລາ ເພື່ອໃຫ້ປະຊາຊົນຮັບຮູ້ຢ່າງທົ່ວເຖິງ.

ຂະນະທີ່, ປັດຈຸບັນພົບຜູ້ຕິດເຊື້ອຈາກໂຄວິດ-19 ທັງໝົດ (18 ມີນາ 2020) 197.133 ຄົນ ເພີ່ມຂຶ້ນ 14.948 ຄົນ; ເສຍຊີວິດ 7.905 ຄົນ, ເພີ່ມຂຶ້ນ 751 ຄົນ ແລະ ປິ່ນປົວຫາຍດີແລ້ວ 80.854 ຄົນ, ເພີ່ມຂຶ້ນ 1.436 ຄົນ. ສຳລັບ ສປປ ລາວ ທີ່ມີອາການຄ້າຍຄື ຫຼື ສົງໄສຕິດເຊື້ອໂຄວິດ-19 ທີ່ໄດ້ຮັບການກວດມາຮອດປັດຈຸບັນ ມີທັງໝົດ 92 ຄົນ ແລະ 90 ຄົນ ຜົນກວດອອກມາແລ້ວບໍ່ພົບເຊື້ອ ສ່ວນອີກ 2 ຄົນ ແມ່ນລໍຖ້າຜົນກວດຢູ່.

ຄຽງຄູ່ກັນນີ້, ກະຊວງສາທາລະນະສຸກ ກໍ່ໄດ້ແຈ້ງການແນະນຳວິທີປ້ອງກັນຕົວເອງ ແລະ ຄົນອື່ນຈາກການຕິດເຊື້ອພະຍາດດັ່ງກ່າວ ດ້ວຍການໝັ່ນລ້າງມືໃສ່ສະບູ ແລະ ນໍ້າສະອາດ ຫຼື ເຈວລ້າງມືທີ່ມີສ່ວນປະສົມຂອງເຫຼົ້າ; ອັດປາກ-ດັງເວລາໄອ ແລະ ຈາມ ດ້ວຍຂໍ້ສອກ ແລ້ວລ້າງມືທຸກໆຄັ້ງ; ຫຼີກລ່ຽງການຈັບຕາ, ດັງ ແລະ ປາກ ພ້ອມທັງຫຼີກລ່ຽງຢູ່ບໍລິເວນຊຸມຊົນແອອັດ ແລະ ໃຫ້ຮັກສາໄລຍະຫ່າງລະຫວ່າງທ່ານ ກັບຄົນອື່ນປະມານໜຶ່ງແມັດ.

ທີ່ມາ: ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health