ໄອເອັມເອຟກຽມອັດສີດເງິນມະຫາສານຊ່ວຍປະເທດໂຄວິດລະບາດ

76

ກອງທຶນການເງິນສາກົນຫຼືໄອເອັມເອຟກຽມອັດສີດເງິນ1ພັນຕື້ໂດລາຊ່ວຍເຫຼືອປະເທດທີ່ໄດ້ຮັບຜົນກະທົບຈາກໂຄວິດ-19ລະບາດ.

ໄອເອັມເອຟລະບຸວ່າ:ພ້ອມທີ່ຈະປ່ອຍເງິນກູ້ຢືມ1ພັນຕື້ໂດລາເພື່ອໃຫ້ຄວາມຊ່ວຍເຫຼືອແກ້ປະເທດຕ່າງໆທົ່ວໂລກທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໂຄວິດ-19.

ທ່ານ ນາງ ຄຣິດຕາລິນາ ຈໍຈີວາ ຜູ້ອໍານວຍການໃຫຍ່ໄອເອັມເອຟກ່າວວ່າ:ໃນຖານະທີ່ດ່ານທໍາອິດໃນການປ້ອງກັນ,ທາງໄອເອັມເອຟສາມາດໃຊ້ເງິນຈາກກອງທຶນສຸກເສີນໃນການຊ່ວຍເຫຼືອປະເທດຕ່າງໆທີ່ມີຄວາມຕ້ອງການເລັ່ງດ່ວນໃນດ້ານດຸນການຊໍາລະເງິນ.

ພ້ອມທັງເນັ້ນຢໍ້າວ່າຂະນະນີ້ໄອເອັມເອຟກຽມຈັດເຮັດຂໍ້ຕົກລົງ40ສະບັບທັງສໍາລັບການເບີກຈ່າຍ ແລະ ກຽມການລ່ວງໜ້າລວມເປັນເງິນປະມານ2ຮ້ອຍຕື້ໂດລາເຊິ່ງການກະກຽມເຫຼົ່ານີ້ຈະເປັນອີກເຄື່ອງມືໜຶ່ງສໍາລັບການເບີກຈ່າຍເງິນກູ້ຢືມຢ່າງໄວວາໃນໄລຍະເກີດບັນຫາ.