ອາເມຣິກາ ປິດໂຮງຮູບເງົາທົ່ວປະເທດ ປ້ອງກັນການແຜ່ລະບາດໂຄວິດ-19

69

ຜູ້ໃຫ້ບໍລິການໂຮງຮູບເງົາລະດັບແຖວໜ້າຂອງສະຫະລັດ ປະກາດໂຈະໃຫ້ບໍລິການທົ່ວປະເທດ ດ້ານລັດເນວາດາ ສັ່ງປິດສະຖານທີ່ຫຼາຍແຫ່ງ ລວມທັງຄາສິໂນທັງໝົດ ເພື່ອຄວບຄຸມການແຜ່ລະບາດເຊື້ອໂຄວິດ-19 ເຊິ່ງມີຜູ້ເສຍຊິວິດໃນປະເທດ ກວ່າ 100 ຄົນແລ້ວ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ເມື່ອວັນພຸດ ທີ 18 ມີນາ ວ່າ ບໍລິສັດເອເອັມຊີ ຜູ້ໃຫ້ບໍລິການເຄືອໂຮງຮູບເງົາທີ່ໃຫຍ່ທີ່ສຸດໃນສະຫະລັດ ອອກຖະແຫຼງການ ເມື່ອວັນອັງຄານ ຜ່ານມາ ວ່າ ເພື່ອໃຫ້ສອດຄ່ອງກັບແນວທາງປະຕິບັດກ່ຽວກັບ “ໄລຍະຫ່າງທາງສັງຄົມ” ທີ່ກຳນົດໂດຍລັດຖະບານກາງ ແລະ ລັດຖະບານທ້ອງຖິ່ນ ເປັນໄລຍະ 15 ວັນ ນັບຕັ້ງແຕ່ວັນຈັນ ຜ່ານມາ ສົ່ງຜົນກະທົບຕໍ່ການດຳເນີນທຸລະກິດຂອງໂຮງຮູບເງົາ “ແບບບໍ່ສາມາດຫຼີກລ່ຽງໄດ້” ດ້ວຍເຫດນີ້ ເອເອັມຊີ ຈະປິດໃຫ້ບໍລິການໂຮງຮູບເງົາທົ່ວປະເທດ ເປັນໄລຍະ ຢ່າງໜ້ອຍ 6 ອາທິດ ແຕ່ອາດດົນເຖິງ 12 ອາທິດ.

ຂະນະທີ່ ບໍລິສັດຣີກັລ ຜູ້ໃຫ້ບໍລິການເຄືອໂຮງຮູບເງົາລາຍໃຫຍ່ອັນດັບ 2 ຂອງສະຫະລັດ ໄດ້ປະກາດໂຈະໃຫ້ບໍລິການໂຮງຮູບເງົາທັງໝົດ “ແບບບໍ່ມີກຳນົດ” ທັງນີ້, ມີການຄາດການວ່າ ຜູ້ປະກອບການໂຮງຮູບເງົາແຫ່ງອື່ນກໍ່ຈະພ້ອມໃຈກັນປະຕິບັດຕາມ ເອເອັມຊີ ແລະ ຣີກັລ ເຊັ່ນກັນ ໝາຍຄວາມວ່າໂຮງຮູບເງົາໃນອາເມຣີກາ ຫຼາຍກວ່າ 44.000 ແຫ່ງ ຈະໂຈະໃຫ້ບໍລິການຈົນຮອດໄລຍະຕົ້ນເດືອນພຶດສະພານີ້ ເປັນຢ່າງໜ້ອຍ.

ຂະນະດຽວກັນ, ທ່ານສະຕີຟ ຊິໂຊແລັກ ເຈົ້າຄອງລັດເນວາດາ ໄດ້ປະກາດ ເມື່ອວັນອັງຄານ ຜ່ານມາ ວ່າ “ໃຫ້ປິດສະຖານທີ່ ເຊິ່ງບໍ່ມີຄວາມຈຳເປັນຫຼາຍ” ຢ່າງໜ້ອຍ 30 ວັນ ເລິ່ມຕັ້ງແຕ່ວັນພຸດ ທີ 18 ມີນາ ຕາມເວລາທ້ອງຖິ່ນ ເຊິ່ງປະກອບມີໂຮງໜັງ, ສູນອອກກຳລັງກາຍ, ບ່ອນອອກກຳລັງກາຍຂອງໂຮງຮຽນ, ໂຮງລະຄອນເວທີ ແລະ ຄາຊິໂນທຸກແຫ່ງ ໃນສ່ວນຂອງຮ້ານອາຫານ ຂໍໃຫ້ປິດຫ້ອງຮັບປະທານອາຫານພາຍໃນຮ້ານ ໂດຍໄລຍະນີ້ ໃຫ້ບໍລິການລູກຄ້າ ດ້ວຍວິທີການຈັດສົ່ງແທນ.

ນອກຈາກນີ້, ເຈົ້າຄອງລັດອີກຫຼາຍກວ່າ 10 ແຫ່ງ ໄດ້ສັ່ງປິດຮ້ານອາຫານ, ສະຖານທີ່ບັນເທີງ ແລະ ສະຖານທີ່ສັນທະນາການ ເພື່ອຫຼຸດຜ່ອນຄວາມຮ້າຍແຮງຂອງວິກິດເຊື້ອໄວຣັສໂຄວິດ-19 ໃນສະຫະລັດ ອາເມຣິກາ ເຊິ່ງມີຜູ້ປ່ວຍສະສົມຢ່າງໜ້ອຍ 6.518 ຄົນ ປິ່ນປົວເຊົາແລ້ວ 17 ຄົນ ແລະ ເສຍຊີວິດຢ່າງໜ້ອຍ 108 ຄົນ.