ແຕ່ງຕັ້ງ ທ່ານ ທ່ານ ອິນທະວົງ ແກ້ວອ່ອນໄຂ ເປັນຮອງເຈົ້າເມືອງໆ ຄູນຄໍາຜູ້ໃໝ່

131

ໃນວັນທີ 17 ມີນາ 2020 ຜ່ານມາ ທີ່ຫ້ອງວ່າການປົກຄອງເມືອງ ຄູນຄຳ ແຂວງ ຄຳມ່ວນ ໄດ້ຈັດພິທີ ປະກາດແຕ່ງຕັ້ງຮອງເຈົ້າເມືອງ ແລະ ຫົວໜ້າບັນດາອ້ອມຂ້າງເມືອງຂິ້ນ ພາຍໃຕ້ການເປັນປະທານຂອງທ່ານ ຄໍາໝັ່ນ ສໍປະເສີດ, ເຈົ້າເມືອງໆ ຄູນຄໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພັອ ແກ້ວດາວົງ ໄຊຍະແສງ, ຫົວໜ້າພະແນກພາຍໃນແຂວງ, ມີທ່ານ ສີໄຮ ແກ້ວໄກຖິ່ນ, ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ນ. ມູນທາ ລັດຖະຈັກ ຮອງຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆ ຄໍາມ່ວນ ສະບັບເລກທີ 66/ຈຂ.ຄມ, ລົງວັນທີ 2 ມີນາ 2020 ວ່າດ້ວຍການແຕ່ງຕັ້ງຮອງເຈົ້າເມືອງໆ ຄູນຄໍາ ໂດຍເຫັນດີຕົກລົງ ແຕ່ງຕັ້ງ ທ່ານ ອິນທະວົງ ແກ້ວອ່ອນໄຂ, ຫົວໜ້າຫ້ອງການ ສາທາລະນະສຸກເມືອງ ເປັນຮອງເຈົ້າເມືອງໆ ຄູນຄໍາ.

ຫຼັງຈາກນັ້ນ, ທ່ານ ຄໍາສອນ ສູນທະລາ ຮອງຄະນະຈັດຕັ້ງເມືອງ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງໆ ຄູນຄໍາ ວ່າດ້ວຍການແຕ່ງຕັ້ງຫົວໜ້າ – ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ໂດຍເຫັນດີຕົກລົງ ແຕ່ງຕັ້ງທ່ານ ສົມຫວັງ ສຸວັນທອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງຄູນຄໍາ ເປັນຫົວໜ້າຫ້ອງວ່າການປົກຄອງເມືອງ, ເຫັນດີຕົກລົງ ແຕ່ງຕັ້ງ ທ່ານ ກາລະທອນ ກຽດສັກສີ ຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາ ເມືອງ ເປັນຮອງຫົວໜ້າຫ້ອງວ່າການປົກຄອງເມືອງ ແລະ ແຕ່ງຕັ້ງ ທ່ານ ຈັນທະລົງ ດວງມະໄລ ຮອງຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາ ເມືອງ ຂຶ້ນເປັນຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງ.

ທີ່ມາ: Khammouane News