ບີ-ຢູ ເອັຟຊີ ຄວ້າແຊ້ມບານເຕະ ລາວ-ທ໊ອບ ຄັບ 2020

116

ທີມພາກວິຊາບໍລິຫານທຸລະກິດ ຫຼື ບີ-ຢູ ເອົາຊະນະ ພາກວິຊາພາສາອັງກິດ ພາກແລງຫ້ອງປີ 1 ບີ (ບູລເລັດ ຢູໄນເຕັດ) ຂາດຮອຍ 3-0 ໃນການແຂ່ງຂັນບານເຕະ 9 ຄົນ ທົ່ວວິທະຍາໄລ ລາວ-ທ໊ອບ ຄັ້ງທີ l ປະຈໍາປີ 2020 ເພື່ອສົ່ງເສີມຂະບວນການຈັດຕັ້ງປະຕິບັດຕາມ 5 ຫຼັກມູນການສຶກສາ ຂອງກະຊວງສຶກສາທິການ ແລະ ກີລາ ວາງອອກໃຫ້ປະກົດຜົນເປັນຈິງ.

ການແຂ່ງຂັນເຕະບານ 9 ຄົນ ( ເຕະ 8 ຮັບ 1 ) ທົ່ວວິທະຍາໄລ ລາວ-ທ໊ອບ ຄັ້ງທີ l ປະຈໍາປີ 2020 ນັດຊີງຊະນະເລີດ ລະຫວ່າງ ທີມພາກວິຊາບໍລິຫານທຸລະກິດ ພົບກັບ ທີມພາກວິຊາພາສາອັງກິດ ພາກແລງຫ້ອງປີ 1 ບີ ໄດ້ມີຂຶ້ນໃນວັນທີ 14 ມີນາ ຜ່ານມາ ທີ່ສະໜາມກີລາເຕະບານຫຍ້າທຽມ ເຟີຣາລີ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ປອ. ກວັນ ຍົງວຸກ ປະທານວິທະຍາໄລລາວ-ທ໋ອບ ພ້ອມດ້ວຍຄະນະອຳນວຍການ, ພະນັກງານ, ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງຫຼວງຫຼາຍ.

ປະກົດວ່າ: ທີມພາກວິຊາບໍລິຫານທຸລະກິດ ສາມາດ ເອົາຊະນະ ທີມພາກວິຊາພາສາອັງກິດ ພາກແລງຫ້ອງປີ 1 ບີ ໄປແບບຂາດຮອຍ 3-0 ຄວ້າແຊັມລາຍການດັ່ງກ່າວໄປຄອງ ແລະ ນັກກີລາຂອງທີມດັ່ງກ່າວສ່ວນໃຫຍ່ ມີລາຍຊື່ຕິດທີມວິທະຍາໄລ ລາວ-ທ໋ອບ ກຽມເຂົ້າຮ່ວມແຂ່ງຂັນລີກ ລາຍການ ດິວິຊັ່ນ 1 ຂອງ ສຕລ ສ່ວນທີມພາກວິຊາພາສາອັງກິດ ພາກແລງຫ້ອງປີ 1 ບີ ໄດ້ອັນດັບທີ 2. ຂະນະທີ່ອັນດັບ 3 ຕົກເປັນຂອງທີມພາກວິຊາພາສາອັງກິດ ພາກເຊົ້າ ແລະ ທີ 4 ທີມພາກວິຊາພາສາອັງກິດ ພາກຄໍ່າ.

ລາງວັນທີມຊະນະເລີດ ທີ 1 ໄດ້ຮັບຂັນແຊັມ ພ້ອມທຶນການສຶກສາ 1,5 ລ້ານກີບ, ທີ 2 ໄດ້ຮັບທຶນການສຶກສາ 1 ລ້ານກີບ, ທີ 3 ໄດ້ຮັບທຶນການສຶກສາ 8 ແສນກີບ ແລະ ທີ 4 ໄດ້ຮັບທຶນການສຶກສາ 5 ແສນກີບ ນອກນັ້ນ ກໍຍັງມີ ລາງວັນກອງເຊຍດີເດັ່ນ 4 ແສນກີບ ແລະ ດາວຍິງສູງສຸດ 1 ແສນກີບ ອີກດ້ວຍ.