ວິທີເຮັດເຈວລ້າງມືເອງງ່າຍໆ ປ້ອງກັນພະຍາດ ໂຄວິດ-19

115

ການແຜ່ລະບາດຂອງພະຍາດໄຂ້ຫວັດໃຫ່ຍສາຍພັນໃໝ່ 2019 ຫຼື ໂຄວິດ 19 ທີ່ກຳລັງລະບາດຢູ່ທົ່ວໂລກໃນປັດຈຸບັນ ສະນັ້ນ, ທຸກຄົນຕ້ອງໄດ້ປ້ອງກັນໂຕເອງໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນກົມອານາໄມ ກະຊວງສາທາລະນາສຸກ ລວມທັງອົງການອານາໄມໂລກ (WHO) ອອກມາໃຫ້ຄຳແນະນຳປະຊາຊົນວ່າ ການລ້າງມືທີ່ຖືກຕ້ອງຕາມຂັ້ນຕອນຈະຊ່ວຍຂ້າເຊື້ອໂຄວິດ 19 ໄດ້ ມື້ນີ້ພວກເຮົາໄດ້ນຳເອົາວິທີເຮັດເຈວລ້າງມືເອງງ່າຍມາຝາກດັ່ງນີ້:

ອຸປະກອນທີ່ໃຊ້:

1 ຊາມ ຫຼື ກະປຸກສຳລັບປະສົມ

2 ອຸປະກອນຄົນສານ

3 ອຸປະກອນຕອງປະລິມານ

4 ກະປຸກໃສ່ເຈວແບບຫົວປ້ຳ

5 ກວຍສຳລັບຕອງເຈວໃສ່ກະປຸກ

6 ສີນ້ຳຫອມ (ສຳລັບປະລິມານຂຶຶ້ນຢູ່ກັບຄວາມມັກຂອງແຕ່ລະຄົນ)

ເຊິ່ງອຸກອນກອນເຫຼົ່ານີ້ແມ່ນສາມາດນຳເອົາຂອງທີ່ມີຢູ່ໃນບ້ານແລ້ວມາໃຊ້ແທນກັນໄດ້.

ສ່ວນປະສົມ:

1 ແອວກໍຮໍ 954% ຫຼື 440 ມິນລີລິດ ທີ່ເປັນໂຕຂ້າເຊື້ອໂລກ

2 ນ້ຳກັ້ນ ( 120 ມິນລີລິດ) ຕົວຊ່ວຍໃນການເຈືອຈາງແອວກໍຮໍ

3 ຄາຣ໌ໂບພອລ 940 ( 2 ກຣາມ) ໂຕເຮັດໃຫ້ເກີດເນື້ອເຈວ

4 ໂພລໄພຣີນໄກລຄອລ ( 20 ມິນລີລິດ) ໂຕຊ່ວຍຮັກສາຄວາມຊຸມຊື່ນໃຫເຜິວບໍ່ແຫ້ງ

5 ໄຕຣເອທາໂນລາມິ່ນ ເຮັດໃຫ້ເປັນໜີດ ແລະ ຈັບໂຕ.

ຂັ້ນຕອນການເຮັດເຈວ:

1 ໃສ່ນ້ຳກັ່ນ 120 ມິນລີລິດ ລົງໃນຊາມ

2 ຄ່ອຍໆໃສ່ຄາຣ໌ໂບພອລ 940 ຫຼື 2 ກຣາມ ໃສ່ລົງໄປເທື່ອລະນ້ອຍ ແລະ ຄົນຈົນລະລາຍບໍ່ເປັນກ້ອນ.

3 ເຕີມໂພລໄພຣີນໄກລຄອລ 20 ມິນລີລິດ ລົງໄປ ແລ້ວຄົນໃຫ້ເຂົ້າກັນ

4 ເຕີມແອວກໍຮໍຂ້າເຊື້ອ 95% ຫຼື 440 ມິນລີລິດ ຄົນໃຫ້ເຂົ້າກັນ (ສຳຄົນທີ່ຍາກໃຫ້ມີສີ ຫຼື ກິ່ນຫອມໆ ກໍສາມາດເຕີມໄດ້ ຫຼັງຂັ້ນຕອນນີ້ເລີຍ).

5 ຢອດໄຕລເອທາໂນລາມິ່ນ ລົງໄປເທື່ອລະຢແດ ແລະ ຄົນໄວໆ ຈົນໄດ້ເນື້ອເຈວໜີດໃສ

6 ນຳມາໃສ່ຂວດຫົວປ້ຳ.

ເຊິ່ງກະຊວງສາທາລະນາສຸກ ລະບຸວ່າ ແອວກໍຮໍທີ່ຈະຂ້າເຊື້ອໂຄວິດ 19 ໄດ້ ຈະຕ້ອງມີຄວາມເຂັ້ມຂຸ້ນຫຼາຍກວ່າ 70% ດັ່ງນັ້ນຖ້າໃຜຈະຊື້ເຈວລ້າງມື ຫຼື ເຮັດໃຊ້ເອງ ຕ້ອງເບີ່ງປະລິມານ ແລະ ສ່ວນປະສົມໃຫ້ດີທີ່ສຳຄັນ ເຈວລ້າງມືເປັນເຄື່ອງມືມືທາງການແພດຫ້າມເຮັດຂາຍເດັດຂາດ.

ເພາະສູດນີ້ມີໄວ້ສຳລັບເຮັດໃຊ້ເອງໃນຊ່ວງທີ່ເກີດວິກິດ ແລະ ຂາດແຄນເທົ່ານັ້ນ.

(ຮຽບຮຽງຈາກ: workpointnews)