ໃໝ່! ສ້າງສຳເລັດແລ້ວ ກຽມເປີດບໍລິການໄວໆນີ້ ສູນຄ້າແຂວງເຊກອງ

135

ແຂວງເຊກອງກຳລັງມີສູນການຄ້າໃຫຍ່ເປັນຂອງຕົນເອງ ເປັນອາຄານ 4 ຊັ້ນ ພ້ອມພື້ນທີ່ໃຊ້ສອຍກວ້າງຂວາງ ທີ່ຄາດວ່າຈະສາມາດຕອບໂຈດຄວາມຕ້ອງການຂອງປະຊາຊົນໄດ້ຫຼາຍສົມຄວນ ໃນສ່ວນຂອງຄວາມສະດວກສະບາຍໃນການຈັບຈ່າຍຊື້-ຂາຍ ແລະພັກຜ່ອນໃນວັນວ່າງຂອງຊາວເຊກອງ. ອາຄານຫຼັງນີ້ມີຂະໜາດ 57,60 ແມັດ x 36,00 ແມັດ ໂດຍເລີ່ມລົງມືກໍ່ສ້າງມາແຕ່ປີ 2014 ຮອດທ້າຍປີ 2019 ກໍ່ສຳເລັດໂດຍພື້ນຖານ ດ້ວຍທຶນກໍ່ສ້າງຈາກກະຊວງອຸດສາຫະກໍາ ແລະ ການຄ້າທັງໝົດ ຈຳນວນ 93,54 ຕື້ກີບ.

ຫຼ້າສຸຸດ, ວັນທີ 16 ມີນາ 2020 ຜ່ານມາ, ຄະນະກໍາມະການຮັບຜິດຊອບໂຄງການກໍ່ສ້າງສູນການຄ້າແຂວງເຊກອງໄດ້ລົງກວດກາ ການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆຂອງໂຄງການທີ່ສຳເລັດແລ້ວ, ໂດຍການເປັນປະທານຂອງທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງໆເຊກອງ, ມີທ່ານ ສົມໃຈ ອິນທະປັດຖາ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ທ່ານ ພັນສອນ ແສງສົ່ງເສີມ ຫົວໜ້າພະແນກການອຸດສາຫະກຳ – ການຄ້າແຂວງເຊກອງ, ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກທີ່ກ່ຽວຂ້ອງ ແລະ ຕ່າງໜ້າບໍລິສັດຜູ້ຮັບເໝົາກໍ່ສ້າງສອນກໍ່ສ້າງເຂົ້າຮ່ວມ.

ທ່ານ ອຸດົມ ສົມຈັນທາ ຮອງອໍານວຍການບໍລິສັດສອນກໍ່ສ້າງ ແລະ ສ້ອມແປງເຄຫາສະຖານຄົບວົງຈອນ ຈໍາກັດຜູ້ດຽວ ໄດ້ຂຶ້ນລາຍງານກ່ຽວກັບການຈັດຕັ້ງປະຕິບັດໂຄງການກໍ່ສ້າງສູນການຄ້າແຂວງ ເຊກອງ ວ່າ: ໂຄງການກໍ່ສ້າງສູນການຄ້າຕັ້ງຢູ່ບ້ານວັດຫຼວງ, ເມືອງລະມາມ, ແຂວງເຊກອງ, ໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 1 ມັງກອນ 2014 ແລະ ສຳເລັດໃນວັນທີ 31 ທັນວາ 2019 ໂດຍໃຊ້ເວລາໃນການກໍ່ສ້າງທັງໝົດ 6 ປີ.

ທ່ານຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ບັນດາໜ້າວຽກທີ່ທາງບໍລິສັດໄດ້ເອົາໃຈໃສ່ ແລະ ຈັດຕັ້ງປະຕິບັດເປັນຕົ້ນ: ວຽກໂຄງສ້າງຂອງອາຄານ, ວຽກສະຖາປັດອາຄານ, ວຽກໂຄງສ້າງທາງສັນຈອນ, ບ່ອນຈອດລົດ, ວຽກສະຖາປັດພາຍນອກອາຄານ, ລະບົບນ້ໍາໃຊ້, ນ້ໍາເສຍພ້ອມອ່າງເກັບນ້ໍາໃຕ້ດິນ, ວຽກລະບົບກົນຈັກ, ລະບົບໄຟຟ້າ ແລະ ລະບົບສື່ສານສຳເລັດ ຕອນນີ້ມີແຕ່ກະກຽມເປີດໃຫ້ບໍລິການຢ່າງເປັນທາງການ.

ທີ່ມາ: ຂ່າວເຊກອງ