ຊິມບັບເວ ອັດຕາເງິນເຟີ້ ເພິ່ມຂຶ້ນ 540%

242

ອັດຕາເງິນເຟີ້ປະຈຳປີຂອງຊິມບັບເວ ປະເທດໃນເຂດພາກຕາເວັນອອກສຽງໃຕ້ຂອງທະວີບອາຟຣິກາ ເພິ່ມຂຶ້ນຫຼາຍກວ່າ 500% ໃນເດືອນກຸມພາ ຜ່ານມາ ຈາກການເປີດເຜີຍຂອງສຳນັກງານສະຖິຕິແຫ່ງຊາດຊິມບັບເວ ເມື່ອວັນຈັນ ເຊິ່ງເປັນການເປີດເຜີຍຂໍ້ມູນລາຄາຜູ້ບໍລິໂພກເປັນຄັ້ງທຳອິດ ນັບຕັ້ງແຕ່ເດືອນມິຖຸນາ ປີຜ່ານມາ.

ສຳນັກຂ່າວເອເອັຟພີ ລາຍງານຈາກນະຄອນຫຼວງຮາຣາເຣ ປະເທດຊິມບັບເວ ເມື່ອວັນອັງຄານ ທີ 16 ມີນາ ວ່າ ຖະແຫຼງການຜ່ານທາງທະວິດເຕີ ຂອງສຳນັກງານສະຖິຕິແຫ່ງຊາດຂອງປະເທດຊິມບັບເວ ລະບຸວ່າ ອັດຕາເງິນເຟີ້ປີຕໍ່ປີຂອງຊິມບັບເວ ໃນເດືອນກຸມພາປີ 2020 ໂດຍກວດກາດັດຊະນີລາຄາຜູ້ບໍລິໂພກ (CPI) ໂດຍລວມ ຢູ່ທີ່ 540,16% ເມື່ອປີຜ່ານມາ ຊິມບັບເວໄດ້ໂຈະການປະກາດ ຂໍ້ມູນລາຄາຜູ້ບໍລິໂພກປະຈຳປີ ໃນເດືອນມິຖຸນາ ເມື່ອອັດຕາເງິນເຟີ້ຢູ່ທີ່ 176%.

ມູນຄ່າເງິນຕາທ້ອງຖິ່ນຫຼຸດລົງ ເມື່ອທຽບກັບເງິນໂດລາສະຫະລັດ ເມື່ອປີຜ່ານມາ ປະມານ 18 ໂດລາຊິມບັບເວ ຕໍ່ 1 ໂດລາສະຫະລັດ ແຕ່ອັດຕາແລກປ່ຽນໃນຕະຫຼາດມືດ ສູງກວ່າ 30 ໂດລາ.

ເດືອນກຸມພາ 2019 ຊິມບັບເວ ປະຕິຮູບສະກຸນເງິນຕາຂອງປະເທດ ລວມທັງການອອກສະກຸນເງິນຂອງປະເທດໃໝ່ ແລະ ຫ້າມໃຊ້ເງິນໂດລາສະຫະລັດ ເພື່ອພະຍາຍາມແກ້ໄຂວິກິດການເງິນຂອງປະເທດ. ທັງນີ້, ຊິມບັບເວໃຊ້ສະກຸນເງິນໂດລາສະຫະລັດ ແຕ່ປີ 2009 ເມື່ອຊິມບັບເວຍົກເລີກການໃຊ້ສະກຸນເງິນທີ່ບໍ່ມີມູນຄ່າຂອງຕົນເອງ. ເນື່ອງຈາກອັດຕາເງິນເຟີ້ສູງເຖິງ 500.000% (ຫ້າແສນເປີເຊັນ).

ຕົວເລກເງິນເຟີ້ຫຼ້າສຸດເຮັດໃຫ້ມີຄວາມວິຕົກກັງວົນ ການກັບມາຂອງອັດຕາເງິນເຟີ້ທີ່ຮ້າຍແຮງ ເຊິ່ງເຮັດໃຫ້ເງິນຝາກປະຢັດເສຍຫາຍທັນທີ ເມື່ອ 10 ປີກ່ອນ ຂະນະເສດຖະກິດພາຍໃນປະເທດລົ້ມລະລາຍ ລາຄາສິນຄ້າ ແລະ ການບໍລິການເພິ່ມຂຶ້ນທຸກໆມື້.

ປະທານາທິບໍດີເອັມເມີສັນ ເອັນ ມັນກາວາ ຜູ້ນຳປະເທດ ທີ່ຮັບຕຳແໜ່ງຕໍ່ຈາກອະດີດປະທານາທິບໍດີໂຣເບີດ ມູກາເບ ໄດ້ໃຫ້ຄຳໝັ້ນວ່າ ຈະຟື້ນຟູເສດຖະກິດຂອງປະເທດ ແຕ່ເກືອບ 2 ປີຕໍ່ມາ ເສດຖະກິດຂອງຊິມບັບເວຍັງຊົງຕົວ ສິນຄ້າຈຳເປັນພື້ນຖານຈຳນວນຫຼາຍ ລວມເຖິງນ້ຳມັນເຊື້ອໄຟ, ຢາປົວພະຍາດ ແລະ ອາຫານ ຂາດແຄນ. ປະຊາຊົນຊິມບັບເວຈຳນວນຫຼາຍກ່າວວ່າ ການດຳລົງຊີວິດໃນປັດຈຸບັນນີ້ ຍິ່ງຮ້າຍແຮງກວ່າຍຸກສະໄໝຂອງທ່ານມູກາເບ ອີກ.