ໂຊລູຊັນ Tencent Cloud Meeting ສາມາດຊ່ວຍໃຫ້ການປະຊຸມອອນລາຍແບບໄຮ້ສາຍໄດ້ທຸກທີ່ທຸກເວລາ

104

ໃນຍຸກຂອງການທີ່ອຸປະກອນຊ່ວຍໃຫ້ຜູ້ຄົນສາມາດເຮັດວຽກຢູ່ໃສກໍໄດ້ ໜຶ່ງໃນເຕັກໂນໂລຊີທີ່ເຮັດໃຫ້ເກີດ ຄວາມສະດວກກໍຄື Cloud Meeting ສາມາດຊ່ວຍໃຫ້ຜູ້ຄົນປະຊຸມໄດ້ທຸກທີ່ທຸກເວລາ ໂດຍທີ່ບໍ່ຕ້ອງມາພົບກັນ, ບໍ່ວ່າຈະເປັນການປະຊຸມທາງສຽງ ຫຼື ຈະເປັນແບບວິດີໂອ HD ແລະ ອື່ນໆທີ່ມາພ້ອມກັບຄຸນສົມບັດ ຄື:

ພາຍໃນໂປຣແກຣມຂອງ Tencent Cloud Meeting ຊ່ວຍໃຫ້ຜູ້ເຂົ້າຮ່ວມປະຊຸມສາມາດເຂົ້າຮ່ວມການປະຊຸມໄດ້ຢ່າງວ່ອງໄວຜ່ານໂທລະສັບມືຖື, ພີຊີ, ແທັບເລັດ ແລະ ໜ້າເວັບ ໃນທຸກແພຼັດຟອມໄດ້ ແລະ ເກີດຄວາມວ່ອງໄວ ແລະ ຕໍ່ເນື່ອງບໍ່ວ່າທ່ານຈະຢູ່ທີ່ໃດກໍຕາມ.

ສ່ວນລະບົບສຽງໃນການສື່ສານຈະມີ AI-Base ເຮັດໃຫ້ທ່ານສົ່ງສຽງທີ່ຈະແຈ້ງ ແລະ ຫຼຸດສຽງລົບກວນ, ທັງການພິມ Keyboard, ຄລິກເມົ້າ ແລະ ສາມາດຫຼຸດຂະໜາດຂອງ File, ແຕ່ຍັງໄດ້ ຄວາມຈະແຈ້ງພ້ອມກັບໂປຣແກຣມ Messenger ໃນຕົວ, ພ້ອມກັບຟີເຈີ Realtime Screen Sharing ຊ່ວຍໃຫ້ທ່ານສາມາດເບິ່ງຂໍ້ມູນ ແລະ ຍັງຄົງໃຊ້ໄດ້ຟຣີ ຫຼື ເອີ້ນໄດ້ວ່າເປັນອີກໂຊລູຊັນທີ່ທ່ານເລືອກໃຊ້ງານເພື່ອຄວາມສະດວກບໍ່ຕິດຂັດ.

ນອກນັ້ນ Tencent Cloud Meeting ຍັງມາພ້ອມກັບຄຸນສົມບັດ ຄື: Tencent Meeting ຊ່ວຍໃຫ້ຜູ້ເຂົ້າຮ່ວມປະຊຸມສາມາດເຂົ້າຮ່ວມການປະຊຸມໄດ້ຢ່າງວ່ອງໄວຜ່ານໂທລະສັບມືຖື, ພີຊີ, ແທັບເລັດ ແລະ ໜ້າເວັບໄດ້ໃນທຸກແພຼັດຟອມ; ໂປຣແກຣມ WeChat Mini ນອກຂອບໂດຍບໍ່ຕ້ອງໃຊ້ປລັກອິນ ( Plug-in ) ຫຼື ດາວໂຫຼດ, ສາມາດໃຊ້ງານຮ່ວມກັບແອັບພລິເຄຊັນປະຕິທິນທີ່ໃຊ້ງານຢູ່ໃນໂທລະສັບ, ເຮັດໃຫ້ສາມາດອັບເດດຕາຕະລາງການປະຊຸມລ່ວງໜ້າແບບທີ່ບໍ່ເຮັດໃຫ້ຫຍຸ້ງຍາກ, ເຮັດໃຫ້ເກີດຄວາມສະດວກ ແລະ ຍັງຄົງໃຊ້ງານໄດ້ທັງມືຖື ແລະ ຄອມພິວເຕີໃນຫຼາກຫຼາຍລະບົບປະຕິບັດການ ແລະ ຍັງເຮັດວຽກໄດ້ດີຄືກັບໂປຣ      ແກຣມໃຫຍ່ໆ, ສາມາດເຂົ້າຮ່ວມການປະຊຸມທາງໂທລະສັບໄດ້ຕະຫຼອດເວລາພ້ອມສົນທະນາໄດ້ທຸກເວລາເຊັ່ນກັນ. ຖືວ່າເປັນ Tencent Meeting ອີກໜຶ່ງຜະລິດຕະພັນທີ່ສາມາດຊ່ວຍແກ້ບັນຫາ ແລະ ປ້ອງກັນບັນຫາການລະບາດພະຍາດໂຄວິດ – 19 ໄດ້ໃນລະດັບໜຶ່ງ ແລະ ເໝາະສຳລັບສະຖານະການໃນປັດຈຸບັນ ເພາະຫຼາຍໆອົງກອນເລີ່ມໃຫ້ພະນັກງານຂອງຕົນເອງເຮັດວຽກຢູ່ເຮືອນ.

Tencent Cloud Meeting ມາພ້ອມກັບເຕັກໂນໂລຊີລະດັບສູງທີ່ສາມາດຊ່ວຍໃຫ້ເຮົາເຮັດວຽກໄດ້ ເຖິງຈະເປັນການເຮັດແບບອອນລາຍກໍຕາມ, ຊ່ວຍໃຫ້ຜູ້ເຂົ້າຮ່ວມປະຊຸມສາມາດເຂົ້າຮ່ວມການປະຊຸມໄດ້ຢ່າງວ່ອງໄວຜ່ານໂທລະສັບມືຖື, ໂທລະສັບພື້ນຖານ ແລະ ໂທລະສັບສຳລັບການປະຊຸມເພື່ອການປະຊຸມທີ່ປະສົບຜົນສຳເລັດ ໂດຍບໍ່ມີຄ່າໃຊ້ຈ່າຍໃຫ້ບໍລິການການປະຊຸມ HD ໃນຄລາວ ( Cloud ) ທີ່ມີຄວາມປອດໄພ ແລະ ເຊື່ອຖືໄດ້ ເຊິ່ງຊ່ວຍໃຫ້ສາມາດເຂົ້າຮ່ວມການປະຊຸມໄດ້ງ່າຍ ແລະ ໄດ້ທຸກທີ່ທຸກເວລາ, ສາມາດປົກປ້ອງຄວາມປອດໄພຂອງຂໍ້ມູນໂດຍໃຊ້ໂປຣແກຣມ Photo call ການເຂົ້າລະຫັດ ແລະ ຊ໊ອຟແວຣ໌.

Tencent Meeting ສາມາດເຮັດວຽກໄດ້ທັງໃນລະບົບ macOS, Windows, iOS ແລະ Android.

( ໂດຍ: ສົມລົດ )

( ທີ່ມາ: sanook.com/hitech/1497093/ )