ສະຫວັນທອງ ນັກທຸລະກິດຍິງຜູ້ບໍ່ຍອມທໍ້ຖອຍຕໍ່ອຸປະສັກ ຈົນກ້າວເປັນຮອງສູນພັດທະນາເສດຖະກິດ ວຽງຈັນຕອນເໜືອ

208

ປັດຈຸບັນຖ້າເວົ້າເຖິງບົດບາດ, ຄວາມສາມາດຂອງເອື້ອຍນ້ອງແມ່ຍິງ ແມ່ນໄດ້ຮັບການຍອມຮັບຫຼາຍຂຶ້ນບໍ່ວ່າຈະເປັນວຽກງານລະດັບຜູ້ບໍລິຫານປະເທດ, ວຽກງານການເຮັດທຸລະກິດ, ບົດບາດທາງສັງຄົມ ຕະຫຼອດຮອດການເປັນເສົາຫຼັກໃຫ້ຄອບຄົວ.

ມື້ນີ້ຜູ້ຂຽນຈະນຳພາມາຮູ້ຈັກນັກທຸລະກິດຍິງຄົນໜຶ່ງທີ່ມີຜົນງານເດັ່ນ, ມີຄວາມສາມາດ ແລະ ຜ່ານຜ່າອຸປະສັກໃນການປະກອບອາຊີບທີ່ຫຼາຍຄົນວ່າເປັນວຽກຂອງຜູ້ຊາຍ ແຕ່ແມ່ຍິງຊື່ ສະຫວັນທອງ ອຸ່ນມີໄຊ ຜ່ານມາໄດ້ແນວໃດ.

ທ່ານ ນາງ ສະຫວັນທອງ ອຸ່ນມີໄຊ ເຊິ່ງປັດຈຸບັນເປັນຮອງ ສູນພັດທະນາເສດຖະກິດ ການຄ້າ ວຽງຈັນ ຕອນເໜືອ ຈຳກັດ ໃຫ້ສຳພາດວ່າ: ຊີວິດ ແລະ ວຽກງານຂອງຕົນເອງນັ້ນ ເສັ້ນທາງຊີວິດກໍບໍ່ໄດ້ຫຍຸ້ງຍາກປານໃດ ເນື່ອງຈາກມີພື້ນຖານຄອບຄົວເປັນຄົນນະຄອນຫຼວງວຽງຈັນ, ພໍ່ – ແມ່ເຮັດວຽກນຳລັດ ເປັນນັກປະຕິວັດທີ່ໄດ້ຮັບໃຊ້ສັງຄົມ, ຮັບໃຊ້ປະເທດຊາດ ໂດຍພໍ່ໄດ້ເສຍຊີວິດແຕ່ 20 ກວ່າປີກ່ອນ.

ຊີວິດການຮຽນ ແລະ ເຮັດວຽກ: ສະຫວັນທອງ ອຸ່ນມີໄຊ ຮຽນຈົບລະດັບປະລິນຍາຕີ ຈາກມະຫາວິທະຍາໄລແຫ່ງຊາດ ໃນ 2 ສາຂາ ຄື: ສາຂາບໍລິຫານທຸລະກິດ ແລະ ສາຂາພິເສດ ພາສາອັງກິດ ໃນປີ 2005, ແຕ່ເມື່ອຈົບອອກມາວິຊາຄວາມຮູ້ທີ່ໄດ້ມາກໍບໍ່ໄດ້ຖືກນຳໃຊ້ເຮັດວຽກໃນປັດຈຸບັນ ເພາະວ່າພາຍຫຼັງທີ່ຮຽນຈົບກໍໄດ້ເຮັດທຸລະກິດກໍ່ສ້າງນຳເອື້ອຍ ແລະ ອ້າຍເຂີຍ.

ເລີ່ມທຳອິດໃນການເຮັດວຽກດ້ານກໍ່ສ້າງນັ້ນ ຕົນກໍບໍ່ມີຄວາມຮູ້ຫຍັງເລີຍ ຖືວ່າພົບຄວາມຫຍຸ້ງຍາກຫຼາຍໂດຍຕ້ອງໄດ້ຮຽນຮູ້ໃໝ່ໝົດທຸກຢ່າງ ເພາະຕົນເອງບໍ່ໄດ້ຮຽນຈົບດ້ານການກໍ່ສ້າງ ຫຼື ຂົວທາງ. ແຕ່ວ່າກໍໂຊກດີທີ່ມີເອື້ອຍ ແລະ ອ້າຍເຂີຍ ເປັນຄູສອນ ເຊິ່ງເພິ່ນສອນໄດ້ດີຫຼາຍຈົນຈື່ຮອດປັດຈຸບັນນີ້ ໂດຍບອກວ່າການຮຽນຮູ້ໃນໜ້າວຽກຕ່າງໆທີ່ເຮົາຈະເຮັດນັ້ນ ບໍ່ຈຳເປັນຕ້ອງຈົບດ້ານວິຊາໃດມາກໍໄດ້ ແຕ່ການຮຽນຮູ້ຕ້ອງມີສະຕິປັນຍາ, ເບິ່ງ ກວ້າງ, ຕ້ອງຄ່ອຍຖາມຢາກຮູ້ຫຍັງຕ້ອງຖາມ ແລະ ການຈື່ຈໍາເປັນສິ່ງທີ່ສໍາຄັນໃຫ້ມີປຶ້ມບັນທຶກໄວ້ ເພາະວ່າການເຂົ້າມາເຮັດທຳອິດແມ່ນບໍ່ຮູ້ຫຍັງເລີຍກ່ຽວກັບກໍ່ສ້າງ ແມ່ນກະທັງແມັດກາເລຄືຫຍັງ? ເລີ່ມຊອກຮູ້ເອົາເອງ, ຊອກຖາມຄວາມຮູ້ນຳກຳມະກອນ ຫຼື ນຳຜູ້ຮັບເໝົາຕ່າງໆຈົນໄດ້ມີການພັດທະນາເຖິງປັດຈຸບັນ, ສະຫວັນທອງ ອຸ່ນມີໄຊ ກ່າວ.

ບໍລິສັດຂອງພວກເຮົາໄດ້ຜ່ານຫຼາຍໂຄງການກໍ່ສ້າງທັງພາກລັດ ແລະ ເອກະຊົນ ເຊັ່ນ: ໂຄງການທຳອິດແມ່ນເຮັດສະໜາມກີລາຫຼັກ 16, ສູນການຄ້າວຽງຈັນເຊັນເຕີ, ໂຮງແຮມແລນມາກ, ຕຶກໄລເຊັນເຕີ ທີ່ກຳລັງສ້າງຂ້າງວຽງຈັນເຊັນເຕີ, ວຽງຈັນນິວເວີ ແລະ ໂຄງການກໍ່ສ້າງອື່ນໆ.

ບົດຮຽນ ແລະ ປະສົບການ: ຈາກບົດຮຽນ ແລະ ປະສົບການເຮັດທຸລະກິດ ນັບແຕ່ 2003 ເຖິງປັດຈຸບັນເກືອບ 20 ປີ ຖາມວ່າເຮົາປະສົບຜົນສໍາເລັດບໍ? ໃນທັດສະນະຂອງຕົນແລ້ວ ຄໍາວ່າປະສົບຜົນສໍາເລັດນັ້ນມັນກວ້າງເກີນໄປ ແລະ ຄິດວ່າຕົນເອງຍັງບໍ່ປະສົບຜົນສຳເລັດ ເຊິ່ງຕ້ອງໄດ້ຮຽນຮູ້ປັບຕົວຢູ່ຕະຫຼອດ ເພາະວ່າໂລກເຮົາມັນມີການປ່ຽນແປງທີ່ໄວຫຼາຍ, ທຸລະກິດກໍມີການປ່ຽນແປງເຊັ່ນກັນໃນແຕ່ລະປີ. ສະນັ້ນ, ຈະຕ້ອງມີໄຫວພິບໃນການຮັບມືກັບສະພາບທີ່ມີການປ່ຽນແປງຢູ່ຕະຫຼອດເວລາ.

ໃນຂະນະທີ່ຖ້າເວົ້າເຖິງດ້ານຄວາມພາກພູມໃຈໃນການເຮັດທຸລະກິດດັ່ງກ່າວທີ່ສາມາດຂະຫຍາຍດ້ວຍເງິນທຶນກ້ອນນ້ອຍໆ ຈົນກ້າວມາເຖິງຈຸດນີ້ສາມາດເຮັດໃຫ້ສັງຄົມ ແລະ ພາກລັດຍອມຮັບໄດ້ ທາງຄອບຄົວແມ່ນສຸດທີ່ມີຄວາມພາກພູມໃຈ. ພ້ອມນັ້ນ, ທັງຢາກບອກວ່າການເຮັດວຽກດ້ານການກໍ່ສ້າງນັ້ນ ແມ່ຍິງກໍເຮັດໄດ້ບໍ່ແມ່ນສະເພາະແຕ່ຜູ້ຊາຍ ຫຼື ວຽກງານອື່ນໆກໍຕາມຍິງ – ຊາຍເຮັດໄດ້ໝົດ ຂໍແຕ່ຢ່າໄດ້ຈຳແນກໃຫ້ກັນວ່າວຽກນັ້ນເປັນວຽກຜູ້ຊາຍ, ວຽກນີ້ເປັນວຽກຂອງແມ່ຍິງ ເຊິ່ງໃນແຕ່ລະວຽກທຸກຄົນມີຄວາມສາມາດເຮັດໄດ້ໝົດ.

ຫຼັກການບໍລິຫານພະນັກງານ: ຕົນເອງໃນນາມເປັນຜູ້ບໍລິຫານຍິງ ແຕ່ຈະຕ້ອງມາຄຸມພະນັກງານ, ກຳມະກອນທີ່ເປັນເພດຊາຍຈຳນວນຫຼາຍໃນງານກໍ່ສ້າງໄລຍະທຳອິດ ຕົນເອງກໍອາຍຸຍັງນ້ອຍເອີ້ນໄດ້ວ່າຄຸມຍາກຫຼາຍ. ແຕ່ວິທີທີ່ໃຊ້ໃນການບໍລິຫານຜ່ານມາ ຄື: “ ການໃຫ້ກຽດ ” ໃນກົນລະຍຸດການບໍລິຫານ ຖ້າຢາກໃຫ້ເຂົາເຊື່ອຟັງເຮົາຕ້ອງໃຫ້ກຽດເຂົາກ່ອນ ເມື່ອໃຫ້ກຽດນັບຖືເຂົາແລ້ວບໍ່ວ່າຈະເປັນກຳມະກອນ, ຜູ້ຮັບເໝົາ ແລະ ພະນັກງານຕ່າງໆ ເຂົາກໍໃຫ້ກຽດເຮົາຕອບກັບມາເຊັ່ນດຽວກັນ ເຊິ່ງການໃຫ້ກຽດເຊິ່ງກັນ ແລະ ກັນ ແມ່ນເປັນສິ່ງສຳຄັນທີ່ສຸດ.

[ ໂດຍ: ສັນຕິ, ຮູບ: ນັນທະເສນ ]