ເຕືອນ! ອາທິດນີ້ ອາກາດຈະສືບຕໍ່ຮ້ອນພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ

102

ອາກາດໃນອາທິດນີ້ຈະສືບຕໍ່ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ຫາ ພາກກາງ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກບົດລາຍງານສະພາບອາກາດໃນໄລຍະວັນທີ 9 ຫາ 15 ມີນາ ແລະ ຄາດຄະເນສະພາບອາກາດໃນໄລຍະວັນທີ 16 ຫາ 22 ມີນາ 2020 ສະບັບເລກທີ 0338/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 16 ມີນາ 2020 ວ່າ: ໃນໄລຍະວັນທີ 16 ຫາ 18 ມີນານີ້ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ແລະ ສົມທົບກັບກະແສລົມຕາເວັນຕົກ – ຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດຮ້ອນ ແລະ ຈະມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ, ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອຫາພາກກາງ.

ຈາກນັ້ນວັນທີ 19 ຫາ 22 ມີນາ 2020 ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ – ຕາເວັນຕົກສ່ຽງໃຕ້ ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພ້ອມນັ້ນ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງມີຄຳເຕືອນໃນໄລຍະວັນທີ 16 ຫາ 18 ມີນາ 2020 ຄວາມກົດດັນຕໍ່ຂອງອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງອ່ອນຫາປານກາງ, ສົມທົບກັບກະແສລົມຕາເວັນຕົກ – ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ເກີດມີ ( ພາຍຸລະດູຮ້ອນ ) ຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນໃຫ້ປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິຕໍ່ສະພາບຝົນຕົກ, ລົມແຮງ ແລະ ໃຫ້ຢູ່ຫ່າງໄກຈາກຕົ້ນໄມ້ໃຫຍ່ ແລະ ສິ່ງທີ່ປຸກສ້າງບໍ່ທັນສຳເລັດ.