ບີ້ ພະທິດາ ສີຫາບັນທົມ MVT 09 ຂໍສານຕໍ່ຄວາມຝັນໃນເວທີນາງສາວນະຄອນຫຼວງ 2020

121

ໜຶ່ງສາວງາມຜູ້ຜ່ານເຂົ້າຮອບ 30 ຄົນໃນການປະກວດ ນາງສາວນະຄອນຫຼວງ 2020 ແປັກຄວາມໝັ້ນໃຈ, ຄວາມສາມາດມາເກີນລົ້ນທັງ ບໍ່ວ່າຈະເປັນການເດີນແບບ, ເດີນນາງງາມ, ຟ້ອນ, ຮ້ອງເພງ, ເຕັ້ນ ແລະ ພິທິກອນ ທີ່ຈະໂຊໃຫ້ທຸກຄົນໄດ້ເຫັນວ່າເຂົາມີດີ ແລະ ເຫມາະສົມກັບເວທີນີ້ຢ່າງແນ່ນອນ.

ທີ່ກ່າວເຖິງຢູ່ນີ້ຄືສາວງາມ ໝາຍເລກ MVT 09 ບີ້ ພະທິດາ ສີຫາບັນທົມ ອາຍຸ 21 ປີ ປັດຈຸບັນຢູ່ບ້ານຫາຍໂສກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ກຳລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ປີ 3 ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ,

ບີ້ບອກວ່າ: ເປົ້າໝາຍຊີວິດຄື Miss Vientiane ຄືສິ່ງທີ່ໄຝຝັນຂອງນ້ອງແຕ່ຍັງນ້ອຍແລ້ວ, ເພາະວ່າເວນີນີ້ເປັນເວທີອັນຊົງກຽດ ແລະ ເປີດໂອກາດໃຫ້ຜູ້ຍິງລາວໄດ້ມາໂຊສັກກະພາບບໍ່ວ່າທາງດ້ານຄວາມຮູ້ ຄວາມສາມາດ ຄວາມງາມ ແລະ ເຜີຍແຜ່ວັດທະນາທຳອັນດີງາມຂອງຊາດລາວ,

ຜ່ານມາເຄີຍປະກວດ Model vientiane center2018 & Miss world 2019 ແຕ່ຍັງບໍ່ມີຜົນງານທາງດ້ານບັນເທິງມາກ່ອນ ນ້ອງເອງຄາດຫວັງກັບເວທີນີ້ຫລາຍເພາະເວທີນີ້ຄືເວທີຈະເຮັດໃຫ້ປ່ຽນຜູ້ຍິງທຳມະດາແບບນ້ອງໃຫ້ມີຄົນຮູ້ຈັກຫລາຍຂື້ນ ແລະ ເປັນຕົວແທນໃຫ້ກັບປະຊາຊົນລາວໃນການເຜີຍແຜ່ວັດທະນາທຳລາວ.

ເຄັດລັບໃນການຮັກສາສຸຂະພາບ ແລະ ຮ່າງກາຍແມ່ນບີ້ຈະມັກອອກກຳລັງກາຍ ສະໝໍ່າສະເຫມີແລະດູແລຕົວເອງ ດື່ມນໍ້າເປັນປະຈຳ, ເວລາຫວ່າງນ້ອງມັກຟັງເພງ, ເຂົ້າGoogle ຊອກຫາຂໍ້ມູນມາຮຽນຮູ້ຜູ້ຊາຍໃນສະເປັກນ້ອງແມ່ນເປັນຜູ້ຊາຍທີ່ມີຄວາມຮັບຜິດຊອບ ນິໄສດີ, ບີ້ ມີອ້າຍເອື້ອຍນຳກັນ 4 ຄົນ ແລະ ນ້ອງເປັນຄົນທີ 5.

ຈາກ:B’Beegirl Syhabanthom