ສາວ ວິສະວະກຳສາດ ໃນເວທີນາງສາວນະຄອນຫຼວງ MVT 18 ໂບ ອາລັນຍາ ສູນມາລາ

87

ສາວ ວິສະວະກຳສາດ ສາຂາວິສະວະກຳຄອມ ໂບ ອາລັນຍາ ສູນມາລາ MVT 18 ອາຍຸ 20 ປີ, ປັດຈຸບັນຢູ່ບ້ານທາດຫລວງເຫນືອ ,ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໜຶ່ງໃນຜູ້ເຂົ້າປະກວດນາງສາວນະຄອນຫຼວງວຽງຈັນ 2020.

ໂບບອກວ່າ: ບໍ່ເຄີຍປະກວດ ຫຼື ມີຜົນງານທາງດ້ານບັນເທີງມາກ່ອນ, ເຫດຜົນທີ່ເລືອກເວທີນີ້ຍ້ອນ ຢາກຮຽນຮູ້ກ່ຽວກັບວັດທະນາທຳຮີດຄອງປະເພນີລາວເຮົາ, ວັດທະນຳບຸນປີໃຫມ່ລາວທີ່ແທ້ຈິງ ແລະ ຢາກສຳຜັດເຖິງຄວາມງົດງາມຂອງແມ່ຍິງລາວ ຄວາມອ່ອນໂຍນອ່ອນຫວານ,

ທີ່ມາປະກວດໃນເວທີນີ້ ໂບ ກໍຫວັງຢາກໄດ້ເປັນ 1 ໃນ 7 ຂອງພະຍາກະບິນລະພົມ ແລະນ້ອງກໍຈະເຮັດເຕັມທີ່… ນ້ອງມີຄວາມຕັ້ງໃຈ ມີຄວາມຫມັ້ນໃຈແລະບໍ່ຍອມແພ້ຕໍ ອຸປະສັກເຊິ່ງນ້ອງຄິດວ່າມັນເປັນ 1 ໃນປັດໃຈຫຼັັກຂອງແມ່ຍິງລາວຍຸກໃຫມ່,

ຖ້ານ້ອງໄດ້ດໍາລົງຕໍາແຫນ່ງເວທີນີ້ກໍຄິດວ່າຈະມາສາຍນີ້ເລີຍ ຫຼື ອາດຈະເປັນວຽກໃນວົງການບັນເທີງ ແລະ ນ້ອງກໍຄິດວ່າເວທີນີ້ຈະບໍ່ເຮັດໃຫ້ນ້ອງຜິດຫວັງ ແຕ່ຖ້າບໍ່ໄດ້ນ້ອງກໍຈະນໍາເອົາປະສົບການໃນເວທີນີ້ໄປຝຶກພັດທະນາຕົນໃຫ້ດີ ແລະ ເກັ່ງຂຶ້ນໃນໂອກາດຕໍ່ໄປ ເຖິງວ່າຈະໄດ້ຫຼືບໍ່ໄດ້ຕໍາແໜ່ງ ແຕ່ນ້ອງໄດ້ປະສົບການ, ຄວາມຮູ້ ແລະ ໄດ້ຮຽນຮູ້ສິ່ງຕ່າງໆໃໝ່ໆ, ລວມທັງມິດຕະພາບທີ່ຫາບໍ່ໄດ້ແນ່ນອນຫາກນ້ອງບໍ່ໄດ້ມາປະກວດ ສໍ່ານີ້ມັນຖືວ່າຄຸ້ມຄ່າແລ້ວ.

ໃນອານາຄົດຢາກປະສົບຜົນສຳເລັດໃນຫນ້າທີ່ການງານ ໃຫ້ພໍ່ແມ່ໄດ້ຢູ່ສຸກສະບາຍ ນອກຈາກນັ້ນກໍຢາກມີສ່ວນຮ່ວມໃນການພັດທະນາສັງຄົມປະເທດຊາດລາວໃຫ້ຫນ້າຢູ່ຂຶ້ນ ແລະ ເປັນແບບຢ່າງທີ່ດີໃຫ້ກັບແມ່ຍິງລາວ.

ການຮັກສາສຸຂະພາບທີ່ດີຂອງນ້ອງແມ່ນ ດື່ມນໍ້າຫລາຍໆ ກິນອາຫານໃຫ້ຖືກຫລັກອານາໄມ ອອກກຳລັງກາຍສະຫມໍ່າສະເຫມີແລະພັກຜ່ອນໃຫ້ພຽງພໍ, ເວລາຫວ່າງມັກຫລິ້ນກິລາບານສົ່ງ

ຜູ້ຊາຍໃນສະເປັກຄົນ ບຸກຄະລິກຄະພາບດີ ມີນໍ້າໃຈ ນິໄສດີ ອີ່ຫຍັງປະມານນີ້555, ປັດຈຸບັນຢູ່ບ້ານທາດຫລວງເຫນືອ, ເມືອງໄຊຖານີ ນະຄອນຫຼວງວຽງຈັນ ມີອ້າຍນ້ອງຮ່ວມກັນ 2 ຄົນ ແລະນ້ອງເປັນລູກຄົນສຸດທ້ອງ (ລູກສາວຫຼ້າ).

ຈາກ: Bo ALunya