ສະຫວັນນະເຂດ ວາງ 7ມາດຕະການເຂັ້ມງວດ! ປ້ອງກັນໂຄວິດ ທຸກການເຄື່ອນໄຫວ ຄະນະສະເພາະກິດຕ້ອງຮັບຮູ້

110

ແຂວງສະຫວັນນະເຂດ ອອກແຈ້ງການ ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດອັກເສບປອດຍ້ອນເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ໂດຍວາງຫຼາຍມາດຕະການໃຫ້ທຸກພາກສ່ວນເອົາໃຈໃສ່ຮ່ວມກັນ ເຊິ່ງໜຶ່ງໃນນັ້ນແມ່ນໃຫ້ເອົາໃຈໃສ່ວຽກງານປ້ອງກັນຊາຍແດນ ໃນກໍລະນີມີການລັກລອບນໍາສົ່ງຄົນເຈັບຂ້າມໄປ-ມາ ບໍ່ຖືກຕ້ອງຕາມກົດຫມາຍ ໃນບັນດາເມືອງທີ່ມີຊາຍແດນລະຫວ່າງປະເທດ.

ອີງຕາມໜັງສືແຈ້ງການ ເລື່ອງທິດຊີ້ນໍາກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດອັກເສບປອດຍ້ອນເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ໃຫ້ປະຕິບັດຕາມດັ່ງນີ້:

1 ໃຫ້ເຈົ້ານະຄອນໄກສອນ ແລະ ບັນດາເຈົ້າເມືອງ 14 ເມືອງ ຖືເອົາວຽກງານ ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດອັກເສບປອດຍ້ອນເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ເປັນວຽກງານບຸລິມະສິດສໍາຄັນ ແລະ ຮີບດ່ວນ ໂດຍໃຫ້ມີການຈັດຕັ້ງຄະນະສະເພາະກິດ, ກອງເລຂາສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ຕໍ່ການລະບາດຂອງພະຍາດດັ່ງກ່າວ, ໃຫ້ມີການກໍານົດພາລະບົດບາດການເຄື່ອນໄຫວຢ່າງຈະແຈ້ງ ພ້ອມທັງຈັດການປະຊຸມປະເມີນໃນແຕ່ລະວັງ.

2 ໃຫ້ແຈ້ງການໄປຍັງອໍານາດການປົກຄອງບ້ານ, ບັນດາບໍລິສັດ, ໂຮງງານຕ່າງໆ ຫາກມີຄົນໃນຂອບເຂດຂອງຕົນເດີນທາງມາຈາກປະເທດທີ່ມີການລະບາດ ຕ້ອງລາຍງານໃຫ້ກອງເລຂາສະເພາະກິດຮັບຮູ້ ເພື່ອລົງຕິດຕາມ, ແນະນໍາ ແລະ ມີມາດຕະການປະຕິບັດທາງດ້ານວິຊາການຢ່າງເຂັ້ມງວດແຕ່ຫົວທີເພື່ອປ້ອງກັນ ແລະ ຄວບຄຸມ ບໍ່ໃຫ້ມີການແຜ່ຂະຫຍາຍເຊື້ອພະຍາດນີ້ ໃນບໍລິເວນບ້ານ ຫຼື ຊຸມຊົນຕ່າງໆ.

3 ໃຫ້ຊີ້ນໍາຫ້ອງການສາທາທຸກມືອງ ຈັດຕັ້ງເຝົ້າລະວັງ ແລະ ຕອບໂຕ້ ການລະບາດຂອງພະຍາດດັ່ງກ່າວຢ່າງເຂັ້ມງວດ, ເອົາໃຈໃສ່ເຝົ້າລະວັງໃນຊຸມຊົນ, ປະຕິບັດຫຼັກການກວດກາ, ກັ່ນກອງຄົນເດີນທາງທີ່ກັບມາຈາກປະເທດທີ່ມີການລະບາດ ຕາມຂໍ້ແນະນໍາຂອງຄະນະສະເພາະກິດລະດັບຊາດຢ່າງເຂັ້ມງວດ. ພ້ອມດຽວກັນນັ້ນກໍ່ໃຫ້ຊີ້ນໍາທຸກໂຮງໝໍໄດ້ມີການກະກຽມຫ້ອງແຍກປ່ຽວຮອງຮັບກໍລະນີມີຄົນເຈັບສົງໃສ ເພື່ອເປັນບ່ອນກັກັນ ແລະ ປິ່ນປົວ, ກະກຽມອຸປະກອນທີ່ຈໍາເປັນໃນການຮັບໃຊ້ການປ້ອງກັນການຕິດເຊື້ອ ແລະ ປິ່ນປົວຄົນເຈັບ.

4 ໃຫ້ເອົາໃຈໃສ່ວຽກງານປ້ອງກັນຊາຍແດນ ໃນກໍລະນີມີການລັກລອບນໍາສົ່ງຄົນເຈັບຂ້າມໄປ-ມາ ບໍ່ຖືກຕ້ອງຕາມກົດຫມາຍ ໃນບັນດາເມືອງທີ່ມີຊາຍແດນລະຫວ່າງປະເທດ ແລະ ຊີ້ນໍາຫນ່ວຍງານທີ່ກ່ຽວຂ້ອງ ເອົາໃຈໃສ່ໃນການເຝົ້າລະວັງກັ່ນກອງຄົນເດີນທາງເຂົ້າ-ອອກ ທີ່ດ່ານທ້ອງຖິ່ນຂອງເມືອງ ແລະ ນະຄອນໄກສອນພົມວິຫານ.

5 ໃຫ້ຕິດຕາມກຸ່ມຄົນທີ່ບໍ່ຫວັງດີ ໃນການອອກຂ່າວກ່ຽວກັບການເຈັບເປັນຍ້ອນພະຍາດ Covid-19 ທີ່ບໍ່ແມ່ນຄວາມຈິງ ເພື່ອສ້າງຄວາມປັ່ນປ່ວນ ແລະ ໂຈມຕີ ລະບົບການບໍລິຫານຈັດການຂອງລັດຖະບານໃນການຄວບຄຸມພະຍາດ, ຖ້າພົບເຫັນແມ່ນໃຫ້ມີການປະຕິບັດຕາມລະບຽບກົດຫມາຍ.

6 ເອົາໃຈໃສ່ຊີ້ນໍາວຽກງານໂຄສະນາສຸຂະສຶກສາ ໃຫ້ແກ່ປະຊາຊົນໂດຍສົມທົບກັບຫຼາຍພາກສ່ວນ ແລະ ປະຕິບັດໃນຫຼາຍຮູບການ ເພື່ອໃຫ້ປະຊາຊົນເຂົ້າເຖິງຂໍ້ມູນຂ່າວສານວິທີການປ້ອງກັນການຕິດເຊື້ອສ່ວນບຸກຄົນ ແລະ ປ້ອງກັນ ການແຜ່ເຊື້ອໃນຊຸມຊົນ ໂດຍການໃສ່ຜ້າອັດປາກ-ດັງ ໃນກໍລະນີຈໍາເປັນ ຕົວຢ່າງ: ຢູ່ສະຖານທີ່ຊຸມຊົນແອອັດ, ການເດີນທາງໄປໃນງານຕ່າງໆ, ຢູ່ໃກ້ຄົນທີ່ມີອາການໄຂ້ຫວັດ ແລະ ວິທີການປ້ອງກັນອື່ນໆ ຕາມການແນະນໍາຂອງສາທາລະນະສຸກ.

7 ໃຫ້ເອົາໃຈໃສ່ວຽກງານປະສານງານກັບຄະນະສະເພາະກິດຂອງແຂວງເປັນປະຈໍາ, ໂດຍມີພະແນກສາທາລະນະສຸກ ແຂວງເປັນກອງເລຂາ ໃນດ້ານການເຄື່ອນໄຫວປະຕິບັດມາດຕະການຕ່າງໆ ເພື່ອຮັບປະກັນການເຄື່ອນໄຫວວຽກງານ ຕ້ານລະບາດພະຍາດດັ່ງກ່າວໃຫ້ທັນການ ແລະ ມີປະສິດທິພາບ.