ເອັສທີທີ ຄວ້າແຊັມ ບານເຕະ ຄາເມວ ຄັບ 2020

114

ທີມເຕະບານ ວິສາຫະກິດສ່ວນບຸກຄົນ ຮ້ານ ເອັສທີທີ ບໍລິການເຄື່ອງໃຫ້ເຊົ່າ ຫຼື STT ຮຸ່ນອາຍຸ 35 ປີ ຂຶ້ນໄປ ຄວ້າແຊັມການແຂ່ງຂັນບານເຕະ 8 ຄົນ ( ເຕະ 7 ຮັບ 1 ) ຮຸ່ນອາຍຸ 35 ປີ ຂຶ້ນໄປ ລາຍການ ຄາເມວ ຄັບ 2020 ພ້ອມເງິນລາງວັນ 6 ລ້ານກີບ ຫຼັງສາມາດເອົາຊະນະ ທີມມາຊດ້າ ດີກຣີ ແຊັມຊ້າງລີກຄັບ 2019 ໄປແບບຫວຸດຫວິດ 3-2 ປະຕູ ຂະນະທີ່ ອັນດັບທີ 3 ຕົກເປັນຂອງສະໂມສອນ ປະສານໃຈ ເອັຟຊີ.

ການແຂ່ງຂັນເຕະບານນັດຊີງຊະນະເລີດ ລາຍການ ຄາເມວ ຄັບ 2020 ໃນຄັ້ງນີ້ ໄດ້ມີຂຶ້ນ ເມື່ອວັນທີ 14 ມີນາ ຜ່ານມາ ທີ່ສະໜາມເຕະບານຫຍ້າທຽມ ປະສານໃຈ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນການພົບກັນລະຫວ່າງ ທີມເອັດທີທີ ພົບກັບ ມາຊດ້າ ດີກຣີ ແຊັມຊ້າງລີກຄັບ 2019 ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ບຸນທົງ ສີຫາລາດ ເຈົ້າຂອງສະໜາມເຕະບານຫຍ້າທຽມ ປະສານໃຈ, ມີບັນດາຄະນະນຳ, ຄູຝຶກ ແລະ ນັກກີລາ ຕະຫຼອດຮອດກອງເຊຍ ເຂົ້າຮ່ວມຊົມ ແລະ ເຊຍຢ່າງຫຼວງຫຼາຍ.
ໃນນັດຊີງດັ່ງກ່າວ ທັງສອງທີມຕ່າງກໍໄດ້ສົ່ງນັກເຕະຫົວໃຈສຳຄັນຂອງທີມລົງສະໜາມ ໂດຍສະເພາະ ທີມມາຊດ້າ ກໍມີບັນດາອະດິດນັກເຕະທີມຊາດ ເປັນກຳລັງສຳຄັນ ຜ່ານການແຂ່ງຂັນ ຕະຫຼອດໄລຍະ 60 ນາທີ ຜົນປະກົດວ່າ: ທັງສອງກໍພັດປ່ຽນກັນບຸກ ແລະ ຮັບ ແຂ່ງຂັນຢ່າງສູສີ ແລະ ດຸເດືອດ ແຕ່ທີມເອັສທີທີ ຈົບສະກໍໄດ້ຄົມກວ່າ ເປັນຝ່າຍເອົາຊະນະ ໄປແບບຫວຸດຫວິດ 3-2 ປະຕູ ຄວ້າແຊັມລາຍການດັ່ງກ່າວໄປຄອງ ພ້ອມທັງໄດ້ຮັບເງິນລາງວັນ 6 ລ້ານກີບ, ສ່ວນ ທີມມາຊດ້າ ໄດ້ອັນດັບທີ 2 ໄດ້ຮັບຂັນ ແລະ ເງິນລາງວັນ 4 ລ້ານກີບ. ຂະນະທີ່ອັນດັບ 3 ຕົກເປັນຂອງ ສະໂມສອນ ປະສານໃຈ ໄດ້ຮັບເງິນລາງວັນ 2 ລ້ານກີບ ແລະ ທີ 4 ທີມເອວທີ ກຣຸບ ໄດ້ຮັບລາງວັນຊົມເຊີຍ ເງິນສົດ 9 ແສນກີບ.