ການາດາ ປິດຊາຍແດນຊົ່ວຄາວ ອະນຸຍາດສະເພາະຄົນອາເມຣິກາເທົ່ານັ້ນ

77

ລັດຖະບານການາດາ ປະກາດປິດຊາຍແດນຫ້າມຄົນຕ່າງປະເທດເຂົ້າຊົ່ວຄາວ ເພື່ອປ້ອງກັນເຊື້ອໄວຣັສໂຄວິດ-19 ແຕ່ຍົກເວັ້ນສະເພາະຊາວອາເມລິກັນ ເນື່ອງຈາກ “ການຮ່ວມມືດ້ານເສດຖະກິດຂອງສອງຝ່າຍ” ມີມູນຄ່າມະຫາສານ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງອັອດຕາວາ ປະເທດການາດາ ເມື່ອວັນຈັນ ທີ 16 ມີນາ ຜ່ານມາ ວ່ານາຍົກລັດຖະມົນຕີຈັສຕິນ ທຣູໂດ ໄດ້ຖະແຫຼງຢູ່ເຮືອນພັກສ່ວນຕົວ ໃນນະຄອນຫຼວງອັອດຕາວາ ເມື່ອວັນຈັນ ເນື່ອງຈາກກຳລັງກັກຕົວເປັນໄລຍະ 14 ວັນ ນັບຕັ້ງແຕ່ວັນທີ 12 ມີນາ ຜ່ານມາ ເນື່ອງຈາກພັນລະຍາ ທ່ານນາງໂຊຟີ ກຣີກົວ ທຣູໂດ ຕິດເຊື້ອໄວຣັສໂຄວິດ-19 ວ່າ ຊາວການາດາ ແລະ ຜູ້ທີ່ມີໃບອະນຸຍາດອາໄສຖາວອນ ທີ່ເດີນທາງກັບເຂົ້າປະເທດໃນໄລຍະນີ້ ຕ້ອງກັກຕົວເອງເປັນໄລຍະ 2 ອາທິດ.

ຂະນະທີ່ ປະຊາຊົນທົ່ວໄປ “ໃຫ້ຢູ່ໃນເຮືອນໃຫ້ຫຼາຍທີ່ສຸດ” ນອກຈາກນີ້, ທ່ານທຣູໂດ ໄດ້ປະກາດປິດຊາຍແດນ ທັງທາງບົກ, ທະເລ ແລະ ທາງອາກາດ “ຊົ່ວຄາວ” ຈາກພົນລະເມືອງຕ່າງປະເທດ ແຕ່ຍົກເວັ້ນທູດ, ເຈົ້າໜ້າທີ່ອົງການສາກົນ, ຜູ້ທີ່ມີໃບອະນຸຍາດຢູ່ອາໄສຖາວອນ, ລູກເຮືອສາຍການບິນ ແລະ ຊາວອາເມລິກັນ ໂດຍໃນສ່ວນຂອງຊາວອາເມຣິກັນນັ້ນ ທ່ານທຣູໂດ ໄດ້ໃຫ້ເຫດຜົນກ່ຽວກັບ “ການຮ່ວມມືດ້ານເສດຖະກິດທີ່ມີມູນຄ່າມະຫາສານ” ລະຫວ່າງສອງປະເທດ.

ຢ່າງໃດກໍ່ຕາມ, ທ່ານທ່ານທຣູໂດ ກ່າວວ່າ ມີທ່າອ່ຽງສູງທີ່ນັກທ່ອງທ່ຽວຈາກສະຫະລັດຈະຂ້າມຊາຍແດນຫຼຸດລົງ ເນື່ອງຈາກມາດຕະການຄວບຄຸມພະຍາດຢ່າງເຂັ້ມງວດຂອງລັດຖະບານວໍຊິງຕັນດ້ວຍ ແລະ ຕ້ອງກັກຕົວ 2 ອາທິດ ຖ້າເດີນທາງເຂົ້າປະເທດການາດາ.

ທັງນີ້, ກ່ຽວກັບການຄັດເລືອກຄົນທີ່ເດີນທາງດ້ວຍຖ້ຽວບິນໂດຍສານ ສຳນັກງານການບິນພົນລະເຮືອນ ແລະ ກະຊວງ ສາທາລະນະສຸກຂອງການາດາ ໄດ້ປັບປ່ຽນໃຫ້ທຸກສາຍການບິນລົງຈອດທີ່ສະໜາມບິນ 1 ໃນ 4 ສະໜາມບິນຄື: ສະໜາມບິນໂຕຣອນໂຕ, ສະໜາມບິນມອນທຣິອອລ, ສະໜາມບິນແວນຄູເວີ ແລະ ສະໜາມບິນຄາລກາຣີ ເຊິ່ງເປັນຈຸດຜ່ານແດນຄວບຄຸມພະຍາດຂະໜາດໃຫຍ່.

ປັດຈຸບັນ, ການາດາ ມີຜູ້ປ່ວຍສະສົມເຊື້ອໂຄວິດ-19 ໃນປະເທດຢ່າງນ້ອຍ 441 ຄົນ ນັບຕັ້ງແຕ່ມີການຢືນຢັນຜູ້ຕິດເຊື້ອຄົນທຳອິດ ເມື່ອວັນທີ 25 ມັງກອນ ຜ່ານມາ, ປິ່ນປົວເຊົາແລ້ວ 11 ຄົນ ແລະ ເສຍຊີວິດຢ່າງໜ້ອຍ 4 ຄົນ.