ສະຫຼັດໝາກໄມ້ລວມຊ໋ອດນ້ຳເຜິ້ງ

152

ແນະນໍາອາຫານເຊົ້າເບົາໆແຕ່ມີປະໂຫຍດຈາກໝາກໄມ້ຫຼາກຫຼາຍຊະນິດ ແລະ ໄດ້ປະໂຫຍດຈາກນໍ້າເຜິ້ງອີກດ້ວຍ ເຊິ່ງວິທີເຮັດບໍ່ຫຍຸ້ງຍາກ ແລະ ໃຊ້ເວລາບໍ່ດົນສາມາດກຽມໄວ້ໃນຕອນແລງແລ້ວນໍາມາປຸງແຕ່ງໃນຕອນເຊົ້າໄດ້ເລີຍ.

ສ່ວນປະສົມ: ໝາກໄມ້ຕາມລະດູການຕາມໃຈມັກ; ນ້ຳເຜິ້ງ 1/2 ຖ້ວຍນ້ອຍ; ນ້ຳໝາກນາວ 1/2 ຖ້ວຍນ້ອຍ; ເກືອເລັກໜ້ອຍ; ຜັກຫອມຫໍ້ສັບ 1 ບ່ວງແກງ ແລະ ຜັກຫອມຫໍ້ສຳລັບແຕ່ງຈານຕາມໃຈມັກ.

ວິທີປຸງແຕ່ງ: ນຳໝາກໄມ້ມາລ້າງໃຫ້ສະອາດຈຶ່ງນຳມາປອກເປືອກແລ້ວຊອຍເປັນຕ່ອນສີ່ຫຼຽມຂະໜາດພໍດີຄຳ ແລະ ນຳມາຈັດໃສ່ຈານ ຫຼື ຖ້ວຍ ໂຮຍໜ້າດ້ວຍໃບຫອມຫໍ້ແລ້ວນຳໄປແຊ່ໃນຕູ້ເຢັນກຽມໄວ້; ຈາກນັ້ນ, ກຽມປຸງຊ໋ອດໂດຍເອົານ້ຳເຜິ້ງໃສ່ຖ້ວຍ ໃຫຍ່ພ້ອມກັບນ້ຳໝາກນາວ ແລະ ເກືອຄົນໃຫ້ເຂົ້າກັນດີ ສຸດທ້າຍຈຶ່ງເອົາໃບຫອມຫໍ້ສັບຄົນໃຫ້ເຂົ້າກັນຖອກໃສ່ຖ້ວຍນ້ອຍ. ເວລາຈະກິນນຳມາລາດໃສ່ໝາກໄມ້ຄົນໃຫ້ເຂົ້າກັນເລັກໜ້ອຍພ້ອມເສີບ ແລະ ກໍລະນີທີ່ມີໝາກໄມ້ລົດຫວານແລ້ວໃຫ້ຫຼຸດປະລິມານນ້ຳເຜິ້ງລົງ ຫຼື ເພີ່ມນ້ຳໝາກນາວຕື່ມອີກກໍ ໄດ້.

( ຂໍ້ມູນຈາກ: sistacafe.com )