ກະຊວງສາທາລະນະສຸກຂອງໄທລາຍງານໃນ ວັນທີ16 ມີນາ 2020 ວ່າ: ມາຮອດວັນທີ16 ມີນາ ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ33 ກໍລະນີ ເຮັດໃຫ້ຍອດສະສົມຜູ້ຕິດເຊື້ອ ເພີ່ມເປັນ 147 ກໍລະນີແລ້ວ; ຂະນະທີ່ນາຍົກ ປະຍຸດ ຈັນໂອຊາ ຂອງໄທ ໄດ້ອອກຖະແຫຼງຂ່າວຜ່ານໂທລະພາບວ່າລັດຖະບານບໍ່ໄດ້ນິ້ງນອນໃຈ ທຸກຝ່າຍຮ່ວມມືກັນຢ່າງມີປະສິດທະພາບ ວອນປະຊາຊົນຢ່າກັກຕຸນສິນຄ້າ.
ອີງຕາມການລາຍງານຂອງໜັງສືພິມໄທຣັດຂອງໄທໃຫ້ຮູ້ວ່າ: ມາຮອດວັນທ່ີ 16 ມີນາ 2020 ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 33 ກໍລະນີ ເຮັດໃຫ້ຍອດສະສົມຜູ້ຕິດເຊື້ອຂອງປະເທດໄທລວມເປັນ147ກໍລະນີ
ຂະນະທີ່ນາຍົກປະຍຸດ ຈັນໂອຊາ ຂອງໄທ ໄດ້ອອກຖະແຫຼງຂ່າວຜ່ານໂທລະພາບວ່າ: ປະຈຸບັນນີ້ມີການລະບາດຢູ່ໃນ 154 ປະເທດທົ່ວໂລກ. ໃນໄລຍະຜ່ານມາປະເທດໄທໄດ້ເຮັດໃຫ້ການແຜ່ລະບາດຂອງພະຍາດຊ້າລົງ. ແຕ່ວ່າການລະບາດໃນອາທິດທີ່ຜ່ານມາເພີ່ມຂຶ້ນຢ່າງໄວວາ ປະຊາຊົນຍ່ອມມີຄວາມກັງວົນໃຈ ຢ້ານຕິດເຊື້ອ ແຕ່ວ່າມັນບໍ່ມີຄວາມຈຳເປັນໃນການກັກຕຸນສິນຄ້າ
ພ້ອມຢໍ້າວ່າລັດຖະບານບໍ່ເຄີຍນິ້ງນອນໃຈ ທຸກພາກສ່ວນຮ່ວມກັນເຮັດວຽກຕາມມາດຕະຖານຢ່າງມີປະສິດທິຜົນເພື່ອຮອງຮັບຜູ້ທີ່ຕິດເຊື້ອ ແລະສ້າງຄວາມໝັ້ນໃຈໃຫ້ກັບ ໜ່ວຍ ງານແລະບຸກຄະລາກອນທີ່ຕ້ອງດຳເນີນງານ.
ກ່ອນໜ້ານີ້ປະລັດກະຊວງສາທາລະນະສຸກ ໄດ້ຮຽກຮ້ອງໃຫ້ປະຊາຊົນງົດການຈັດງານທີ່ມີຫລາຍກວ່າ 100 ຄົນ ລວມເຖິງງານແຕ່ງດອງ.
.