ພາກທຸລະກິດສະເໜີແກ້ບັນຫາ ຕິດພັນກັບການນຳເຂົ້າ – ສົ່ງອອກ

291

ພາກທຸລະກິດສະເໜີພາກລັດແກ້ບັນຫາ ຕິດພັນກັບຂັ້ນຕອນການອອກໃບອະນຸຍາດ, ໃບຢັ້ງຢືນຄຸນນະພາບ, ເວລາພິຈາລະນາ, ຄ່າທໍານຽມ, ບັນດານິຕິກໍາທີ່ຍັງບໍ່ສອດຄ່ອງກັບສະພາບຕົວຈິງ ທີ່ຕິດພັນກັບການນຳເຂົ້າ ແລະ ສົ່ງອອກສິນຄ້າ.

ຈາກຜົນຂອງກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດກ່ຽວກັບການຈັດຕັ້ງປະຕິບັດວຽກອໍານວຍຄວາມສະດວກທາງດ້ານການຄ້າ ທີ່ຈັດຂຶ້ນໂດຍກົມການນຳເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໃນວັນທີ 6 ມີນາ 2020 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ມົວວິໄຊ ປາລີ ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ພ້ອມດ້ວຍຄະນະກົມ ແລະ ມີຕົວແທນຈາກພາກທຸລະກິດເຂົ້າຮ່ວມ 50 ທ່ານ.

ໃນກອງປະຊຸມພາກທຸລະກິດໄດ້ນໍາສະເໜີຫຼາຍບັນຫາທີ່ພົບພໍ້ຈາກການດໍາເນີນທຸລະກິດຕົວຈິງໃນໄລຍະຜ່ານມາ ແລະ ຕີລາຄາວ່າບາງຂອດການບໍລິຫານຂອງພາກລັດແຕ່ສູນກາງຫາທ້ອງຖິ່ນ ແລະ ບາງນິຕິກໍາ ຫຼື ຂໍ້ກໍານົດຕ່າງໆມີຜົນກະທົບທາງກົງ ແລະ ທາງອ້ອມ ສົ່ງຜົນເຮັດໃຫ້ການດໍາເນີນທຸລະກິດມີ ຄວາມຫຍຸ້ງຍາກສົມຄວນ ເຊິ່ງສາມາດສັງລວມບາງບັນຫາ ແລະ ທິດທາງແກ້ໄຂເບື້ອງຕົ້ນຂອງກົມການນຳເຂົ້າ ແລະ ສົ່ງອອກລາຍລະອຽດດັ່ງນີ້:

1 ບັນຫາການສົ່ງອອກຜະລິດຕະພັນໄມ້ໄປຕ່າງປະເທດ: ທີ່ມີຂັ້ນຕອນ ແລະ ເອກະສານຊັກຊ້າ, ຊໍ້າຊ້ອນ ແລະ ບໍ່ເປັນເອກະພາບກັນທົ່ວປະເທດ ເຊັ່ນ: ຂັ້ນຕອນ ແລະ ເອກະສານຢູ່ຂັ້ນເມືອງ ແລະ ແຂວງ, ການແຕ່ງຕັ້ງຄະນະລົງກວດກາທີ່ຕາງໜ້າຂະແໜງການທີ່ກ່ຽວຂ້ອງທີ່ມີຈໍານວນຫຼາຍກວ່າ 1 ທ່ານ ແລະ ຫຼາຍກວ່າ 3 ພາກສ່ວນ ( ການຄ້າ, ປ່າໄມ້ ແລະ ການເງິນ ), ຂະແໜງການຮັບຜິດຊອບແມ່ນກົມອຸດສາຫະກໍາ ແລະ ຫັດຖະກໍາ, ກົມການນໍາເຂົ້າ ແລະ ສົ່ງອອກ, ກົມປ່າໄມ້, ກົມຄຸ້ມຄອງຊັບສິນຂອງລັດ

ເຊິ່ງບັນຫາເຫຼົ່ານີ້ແມ່ນຢູ່ໃນຂັ້ນຕອນກໍາລັງດໍາເນີນງານ ເຊິ່ງມີແນວທາງແກ້ໄຂແມ່ນສ້າງຄໍາແນະນໍາຜັນຂະຫຍາຍຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາລາຍການຜະລິດຕະພັນໄມ້ເພື່ອການສົ່ງອອກ ( ສະບັບປັບປຸງ ) 0939/ອຄ.ກອຫ ລົງວັນທີ 01 ສິງຫາ 2019 ເພື່ອກໍານົດເງື່ອນໄຂ, ຂັ້ນຕອນ, ເວລາ ແລະ ເອກະສານປະກອບ. ສໍາລັບການສົ່ງອອກຜະລິດຕະພັນໄມ້ໃຫ້ມີ ຄວາມຊັດເຈນ ແລະ ເປັນເອກະພາບ ໂດຍແຍກກັນລະຫວ່າງການສົ່ງອອກໄມ້ທໍາມະຊາດ ແລະ ໄມ້ປູກ ( ປັດຈຸບັນກົມການນຳເຂົ້າ ແລະ ສົ່ງອອກ ກໍາລັງຮ່າງນິຕິກໍາ ກ່ຽວກັບການສົ່ງອອກໄມ້ປູກ ເຊິ່ງຄາດວ່າຈະຖືກຮັບຮອງໃນໄວໆນີ້ ).

2 ຄວາມຫຼ້າຊ້າຂອງການລົງກວດກາແຮ່ທາດ: ເພື່ອສົ່ງອອກຕົວຈິງຢູ່ບາງເມືອງ ແລະ ແຂວງຍັງມີຄວາມຊໍ້າຊ້ອນກັນ ຄື: 3 ຂະແໜງການທີ່ກ່ຽວຂ້ອງ ( ບໍ່ແຮ່, ການເງິນ ແລະ ອຄ ) ແຕ່ງຕັ້ງຄະນະລົງກວດກາ ແລະ ເຊັນບົດບັນທຶກການລົງກວດກາໃຜລາວ ເຊິ່ງສ້າງຄວາມຫຍຸ້ງຍາກໃຫ້ແກ່ພາກທຸລະກິດ. ແນວທາງແກ້ໄຂແມ່ນສ້າງນິຕິກໍາກ່ຽວກັບການແຕ່ງຕັ້ງຄະນະກໍາມະການລົງກວດກາ ແລະ ເຊັນບົດບັນທຶກການລົງກວດກາພ້ອມກັນເທື່ອດຽວ ໂດຍກໍານົດສິດ ແລະ ໜ້າທີ່ຂອງແຕ່ລະຂະແໜງການຢ່າງຊັດເຈນ.

3 ຄວາມຫຼ້າຊ້າໃນການອອກອະນຸຍາດສົ່ງອອກຊັບພະຍາກອນທຳມະຊາດທີ່ເປັນຢາ: ແມ່ນມີຄວາມຊັກຊ້າ ( ໃຊ້ເວລາ 1 – 3 ເດືອນ ) ມີແນວທາງແກ້ໄຂແມ່ນທົບທວນຄືນຂັ້ນຕອນ ແລະ ລະບຽບການໃນການອອກອະນຸຍາດສົ່ງອອກຊັບພະຍາກອນທໍາມະຊາດທີ່ເປັນຢາ.

ພາບປະກອບຂ່າວເທົ່ານັ້ນ

4 ຄວາມຫຼ້າຊ້າໃນການກວດສອບຄຸນນະພາບນໍ້າມັນເຊື້ອໄຟທີ່ນໍາເຂົ້າຢູ່ດ່ານ: ແມ່ນມີຄວາມຊັກຊ້າຫຼາຍ ເຊິ່ງເພີ່ມຄ່າໃຊ້ຈ່າຍ ແລະ ເວລາໃຫ້ແກ່ພາກທຸລະກິດ ຄື: ເມື່ອລົດບັນທຸກນໍ້າມັນມາຮອດດ່ານຕ້ອງໄດ້ລໍຖ້າໃຫ້ນໍ້າມັນທີ່ຢູ່ໃນລົດບັນທຸກໃຫ້ຄົງທີ່ ຫຼື ເໜັງຕີງໜ້ອຍທີ່ສຸດ ແລະ ຕ້ອງລໍຖ້າລົດບັນທຸກມາພ້ອມກັນ ( ໃຊ້ເວລາ 5 – 10 ນາທີ ). ຫຼັງຈາກນັ້ນ, ເຈົ້າໜ້າທີ່ກວດສອບຄຸນນະພາບຈຶ່ງເກັບເອົາຕົວຢ່າງນໍ້າມັນຢູ່ທຸກຫ້ອງຂອງລົດບັນທຸກນໍ້າມັນແຕ່ລະຄັນ ເຊິ່ງໃຊ້ເວລາໃນການເກັບຕົວຢ່າງ, ທົດສອບ ແລະ ຢັ້ງຢືນຄຸນນະພາບທັງໝົດປະມານ 5 – 10 ນາທີຕໍ່ຄັນ. ແນວທາງແກ້ໄຂແມ່ນສະເໜີໃຫ້ປະຕິບັດຕາມໂຄງປະກອບການຈັດຕັ້ງຂອງດ່ານຂອງ ດໍາລັດວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ ເລກທີ558/ລບ 31 ທັນວາ 2018.