ປະເທດບຣູໄນ ຫ້າມປະຊາຊົນເດີນທາງອອກນອກປະເທດ ໃນໄລຍະວິກິດການໂຄວິດ-19

160

ລັດຖະບານບຣູໄນບໍ່ອະນຸຍາດໃຫ້ປະຊາຊົນເດີນທາງໄປຕ່າງປະເທດ “ແບບບໍ່ມີກຳນົດ” ຂະນະທີ່ ຜູ້ປ່ວຍສະສົມຈາກການຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ເພິ່ມຂື້ນ 50 ຄົນ ແລ້ວ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງບັນດາ ເສຣີ ເບກາວັນ ປະເທດບຣູໄນ ເມື່ອວັນຈັນ ທີ 16 ມີນາ ວ່າ ກະຊວງສາທາລະນະສຸກບຣູໄນໄດ້ລາຍງານສະຖານະການຂອງໄວຣັດໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ວ່າ ຜູ້ປ່ວຍສະສົມພາຍໃນປະເທດ ຕັ້ງແຕ່ ວັນທີ 9 ເດືອນມີນາ ຜ່ານມາ ເພິ່ມເປັນຢ່າງໜ້ອຍ 50 ຄົນ ໂດຍແບ່ງເປັນຜູ້ປ່ວຍໃໝ່ 10 ຄົນ ໃນຮອບ 24 ຊົ່ວໂມງ ຜ່ານມາ.

ທັງນີ້, ຈາກຈຳນວນຜູ້ປ່ວຍທັງໝົດມີຢ່າງໜ້ອຍ 45 ຄົນ ມີປະຫວັດການເຂົ້າຮ່ວມການຊຸມນຸມທາງສາສະໜາ ທີ່ມັສຢິດ ສຣີເປຕາລິງ ໃນນະຄອນຫຼວງກົວລາລຳເປີ ປະເທດມະເລເຊຍ ລະຫວ່າງວັນທີ 27 ກຸມພາ – 2 ມີນາ ຜ່ານມາ ລວມທັງຜູ້ປ່ວຍຄົນທຳອິດໃນປະເທດດ້ວຍ ເພື່ອຄວບຄຸມວິກິດການດ້ານສາທາລະນະສຸກຄັ້ງນີ້ ລັດຖະບານບຣູໄນ ຈຶ່ງມີມະຕິຕົກລົງຫ້າມປະຊາຊົນພາຍໃນ ແລະ ຄົນຕ່າງປະເທດທີ່ອາໄສຢູ່ໃນປະເທດຖາວອນ ເດີນທາງອອກຈາກຣາຊະອານາຈັກ.

ມາດຕະການດັ່ງກ່າວມີຜົນບັງຄັບໃຊ້ “ຈົນກວ່າຈະມີການປ່ຽນແປງ” ເຊັ່ນດຽວກັນກັບການຮວມກຸ່ມ, ງານດອງ ແລະ ການແຂ່ງຂັນກີລາທຸກປະເພດ ເຊິ່ງປັດຈຸບັນປະເທດບຣູໄນ ມີພົນລະເມືອງ ປະມານ 433.000 ຄົນ.