ກາຕາປິດຊາຍແດນບໍ່ໃຫ້ຄົນຕ່າງປະເທດເດີນທາງເຂົ້າ ປ້ອງກັນໂຄວິດ-19 ລະບາດ

117

ລັດຖະບານກາຕາ ໂຈະການເຂົ້າເມືອງຂອງຄົນຕ່າງປະເທດຢ່າງໜ້ອຍ 14 ວັນ ເພື່ອຫຼຸດຄວາມສ່ຽງຂອງການແຜ່ລະບາດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ທີ່ພາຍໃນປະເທດກາຕາມີຜູ້ປ່ວຍສະສົມ ກວ່າ 400 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂດຮາ ປະເທດກາຕາ ເມື່ອວັນຈັນ ທີ 16 ມີນາ ວ່າ ກະຊວງການຕ່າງປະເທດກາຕາໄດ້ອອກຖະແຫຼງການ ວ່າ ນັບຕັ້ງແຕ່ ໄລຍະແລງ ວັນພຸດ ທີ 18 ມີນາ ຕາມເວລາທ້ອງຖິ່ນ ແລະ ມີຜົນບັງຄັບໃຊ້ຢ່າງໜ້ອຍ 2 ອາທິດ ປະເທດກາຕາຈະໂຈະການຈ້ຳກາຜ່ານວີຊາ ສຳລັບຄົນຕ່າງປະເທດ ຍົກເວັ້ນບຸກຄົນທີ່ມີໃບອະນຸຍາດພັກອາໄສຖາວອນ, ນັກການທູດ ແລະ ເຈົ້າໜ້າທີ່ອົງການສາກົນ.

ຂະນະທີ່ ຜູ້ໂດຍສານຊາວຕ່າງປະເທດ ທີ່ເດີນທາງມາກັບຖ້ຽວບິນ ກາຕາ ແອຣ໌ເວ ສາມາດປ່ຽນຖ້ຽວບິນໄດ້ທີ່ສະໜາມບິນໃນນະຄອນຫຼວງໂດຮາໄດ້ ແຕ່ຈະບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າປະເທດເດັດຂາດໃນໄລຍະນີ້ ສ່ວນຍົນຂົນສົ່ງສິນຄ້າທຸກສາຍການບິນ ຍັງສາມາດໃຊ້ບໍລິການທີ່ສະໜາມບິນຂອງກາຕາໄດ້ຕາມປົກກະຕິ ດ້ານລະບົບການຂົນສົ່ງສາທາລະນະ ໃນນະຄອນຫຼວງໂດຮາ ໄດ້ໂຈະໃຫ້ບໍລິການຕັ້ງແຕ່ໄລຍະຫົວຄ່ຳວັນອາທິດ ຜ່ານມາ.

ນອກຈາກນີ້, ລັດຖະບານກາຕາ ໄດ້ປະກາດໃຊ້ງົບປະມານສຸກເສີນ ປະມານ 23 ຕື້ໂດລາ (ປະມານ 204.860 ຕື້ກີບ) ເພື່ອຮັກສາສະຖຽນລະພາບດ້ານເສດຖະກິດຂອງປະເທດ ໃນຈຳນວນນີ້ ລວມທັງວົງເງິນ 2,75 ຕື້ໂດລາ (ປະມານ 24,4 ພັນຕື້ກີບ) ສຳລັບການຈັດຕັ້ງກອງທຶນຟື້ນຟູສະຖຽນລະພາບໃຫ້ກັບຕະຫຼາດທຶນ.

ທັງນີ້, ກາຕາ ເປັນປະເທດທີ່ຜະເຊີນກັບວິກິດການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ຮ້າຍແຮງເປັນອັນດັບ 2 ໃນຕາເວັນອອກກາງຮອງຈາກອິຣານ ໂດຍນັບຕັ້ງແຕ່ ມີລາຍງານຜູ້ປ່ວຍຄົນທຳອິດ ເມື່ອວັນທີ 27 ເດືອນກຸມພາ ສະຖິຕິເຖິງວັນທີ 15 ມີນາ ມີຜູ້ປ່ວຍສະສົມ ຢ່າງໜ້ອຍ 401 ຄົນ ເຊິ່ງສ່ວນໃຫຍ່ມີປະຫວັດການເດີນທາງໄປປະເທດອິຣານ ແລະ ໄດ້ຮັບການປິ່ນປົວເຊົາແລ້ວ 4 ຄົນ.