ຊົມເຊີຍ 2 ສາວນ້ອຍລາວອາຍຸພຽງ 13 ຄວ້າແຊັມການແຂ່ງມ້າ ທີ່ປະເທດໄທ

71

2 ສາວນ້ອຍອາຍຸ 13 ຈາກ ສປປ ລາວ ສ້າງຜົນງານໂດດເດັ່ນ ໂດຍສະເພາະ ນາງ ມຸທິຕາ ສາມາດຄວ້າແຊັມ ການແຂ່ງຂັນຂີ່ມ້າຂ້າມສິ່ງກີດຂວາງ ຫຼື PONY THAILAND CHAMPION SHIP 2020 ໃນຮຸ່ນອາຍຸ 7-20 ປີ ລະຫວ່າງວັນທີ 6-8 ມີນາ ຜ່ານມາ ທີ່ຈັງຫວັດຣະຢອງ ປະເທດໄທ ຈາກນັກກີລາ 50 ກວ່າຄົນເຂົ້າຮ່ວມ ມາຈາກໃນຂອບເຂດທົ່ວປະເທດໄທ.

ຫຼ້າສຸດ ທ່ານ ສົມພອນ ແສງສຸລີ ຄູຝຶກ ແລະ ທັງເປັນຜູ້ນໍາພາຄະນະເຂົ້າຮ່ວມລາຍການດັ່ງກ່າວ ໄດ້ລາຍງານໃຫ້ຮູ້ວ່າ: ນັກກີລາແຂ່ງມ້າຈາກ ສປປ ລາວ ສົ່ງເຂົ້າຮ່ວມແຂ່ງຂັນລາຍການດຽວຄື Jumping show class b optimum time ແລະ ກໍຖືວ່າເປັນການສະແຫວງຫາປະສົບການໃໝ່ໆ ຫຼັງຈາກທີ່ປີກ່ອນກໍໄດ້ຮັບເຊີນຈາກເຈົ້າພາບ ແຕ່ບໍ່ປະສົບຜົນສໍາເລັດ

ປະກົດວ່າ: ຮອບຄັດເລືອກມື້ທີ 1 ນາງ ມຸທິຕາ ກັບ ນາງ ສົມພູ ສາມາດຍາດໄດ້ອັນດັບທີ 4 ແລະ ທີ 5 ຕາມລໍາດັບ ແລະ ຮອບຄັດເລືອກມື້ທີ 2 ໄດ້ນາງ ສົມພູ ຍາດອັນດັບທີ 5 ແຕ່ ນາງ ມຸທິຕາ ບໍ່ຕິດອັນດັບ ຈາກຜົນງານຮອບຄັດເລືອກ ເຮັດໃຫ້ທັງສອງ ຜ່ານເຂົ້າໄປຊີງໄຊໃນຮອບສຸດທ້າຍ ປາກົດວ່າ ນາງ ມຸທິຕາ ສາມາດຍາດໄດ້ແຊັມ ສ່ວນ ນາງ ສົມພູ ແມ່ນໄດ້ອັນດັບທີ 8 ສະຫຼຸບນັກກີລາຈາກລາວສາມາດຕິດອັນດັບໄດ້ທຸກໆມື້ ເຊິ່ງຖືວ່າເປັນຜົນສໍາເລັດເກີນຄວາມຄາດຫວັງ
(ຂ່າວ: ຄໍາສອນ; ພາບ: ທ່ານ ສົມພອນ ແສງສຸລີ )