ເປີດນໍາໃຊ້ທາງການແລ້ວ! ຂົວຂ້າມນໍ້າຫ້ວຍເພ ບ້ານໜອງເຮືອທອງ ເມືອງໄຊບູລີ

175

ພິທີເປີດນຳໃຊ້ຂົວຫ້ວຍເພ ບ້ານໜອງເຮືອທອງ ເມືອງໄຊບູລີ ແຂວງ ສະຫວັນນະເຂດ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 11 ມີນາ 2020 ຜ່ານມາ, ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງພະອາຈານ ສົມບູນ ສິລິປັນໂຍ, ເຈົ້າຄະນະ ອພສ ແຂວງສະຫວັນນະເຂດ, ທ່ານ ສີວິໄລ ອິນທະລືໄຊ ຮອງເຈົ້າເມືອງໄຊບູລີ, ທ່ານ ວັນໄຊ ສີປັດໄຈຫົວໜ້າຫ້ອງການໂຍທາທິການ – ຂົນສົ່ງເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ຮວນ ນາຍບ້ານໆ ໜອງເຮືອທອງ ໄດ້ລາຍງານ ການພັດທະນາຂົວຫ້ວຍເພວ່າ: ເນື່ອງຈາກຂົວແຫ່ງນີ້ຖືກຕັດຂາດມາດົນແລ້ວ ເຖິງຍາມລະດູຝົນເຮັດໃຫ້ການສັນຈອນໄປມາຫາສູ່ຂອງປະຊາຊົນຫຍຸ້ງຍາກລໍາບາກຫຼາຍ, ດັ່ງນັ້ນຕົກມາໃນລະດູແລ້ງຂອງປີນີ້ ປະຊາຊົນພ້ອມອໍານາດການປົກຄອງບ້ານຕະຫຼອດເຖິງເຖົ້າແກ່ແນວໂຮມ ຊາວໜຸ່ມ ເຍົາວະຊົນທັງ 5 ບ້ານ, ບ້ານ ຊຽງຄານ, ບ້ານຍາງຄໍ້າ ຄຸ້ມນາຂະຫນາຍ, ຍາງຄໍ້າ ຄຸ້ມເຫຼົ່າດອກໄມ້, ບ້ານຍາງຄໍ້າ ແລະ ບ້ານ ໜອງເຮືອທອງໄດ້ລະດົມທຶນ ທຸ້ມເຮື່ອເທແຮງ ໃນການສ້າງຂົວຫ້ວຍເພແຫ່ງນີ້ ໂດຍພາຍໃຕ້ການຊີ້ນໍາພາຈາກການນໍາຂັ້ນເມືອງ ສົມທົບກັບວິຊາການໜ່ວຍງານກ່ຽວຂ້ອງ, ໃນການອອກແບບ ແລະ ສ້າງຂົວຫ້ວຍແຫ່ງນີ້ເຊິ່ງໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 10 /1/ 2020 ຫາ 28/2/2020 ຈຶ່ງສໍາເລັດ.

 

ຂົວດັ່ງກ່າວມີຄວາມກວ້າງ 3,20 ແມັດ ແລະ ຍາວ 28 ແມັດ ເຮັດດ້ວຍໄມ້ເນື້ອແຂງ ລວມມູນຄ່າໃນການກໍ່ສ້າງທັງໝົດ 24.222.000 ກິບ ແລະສາມາດຮັບນໍ້າໜັກໄດ້ 3 ໂຕນ (3T).

ໃນໂອກາດດຽວກັນນີ້ ທ່ານສີວິໄລ ອິນທະລືໄຊ ຮອງເຈົ້າເມືອງໄຊບູລີ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງອໍານາດການປົກຄອງ, ເຖົ້າແກ່ແນວໂຮມ, ປະຊາຊົນ ຕະຫຼອດຮອດຊາວໜຸ່ມ ທີ່ທຸ້ມເຫື່ອເທແຮງ, ໂດຍສະເພາະແມ່ນການລະດົມທຶນຮອນຂອງປະຊາຊົນ ແລະ ຈາກພາກສ່ວນຕ່າງໆ ໃນການກໍ່ສ້າງຂົວແຫ່ງນີ້ຈົນສໍາເລັດ. ທັງນີ້, ກໍ່ເພື່ອສ້າງຄວາມສະດວກສະບາຍໃນການສັນຈອນໄປມາຫາສູ່ ແລກປ່ຽນສິນຄ້າລະຫວ່າງບ້ານຕໍ່ບ້ານ, ບ້ານຕໍ່ເມືອງ ທັງເປັນການພັດທະນາພື້ນຖານໂຄງລ່າງໃຫ້ມີຄວາມຈະເລີນສີວິໄລ.

ທີ່ມາ: Media Laos