ເອີຣົບ ກຳລັງວິກິດຈາກ ໂຄວິດ-19 ທົ່ວທະວີບ

121

ເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ກຳລັງແຜ່ຂະຫຍາຍລັດສະໝີໃນທະວີບເອີຣົບ ໂດຍນອກເໜືອຈາກປະເທດອີຕາລີ ທີ່ເປັນປະເທດວິກິດທີ່ສຸດແລ້ວ ແອັດສະປາຍ ແລະ ຝຣັ່ງ ມີຜູ້ປ່ວຍ ແລະ ຜູ້ເສຍຊີວິດເພິ່ມຂຶ້ນຢ່າງຫຼວງຫຼາຍ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຣມ ປະເທດອິຕາລີ ເມື່ອວັນຈັນ ທີ 16 ມີນາ ວ່າ ໃນຂະນະທີ່ສະຖານະການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ໃນອິຕາລີຢູ່ລະດັບທີ່ຮ້າຍແຮງທີ່ສຸດໃນເອີຣົບ ໂດຍມີຜູ້ເສຍຊີວິດແລ້ວ 1.809 ຄົນ ຈາກຈຳນວນຜູ້ປ່ວຍສະສົມ 24.747 ຄົນ ແລະ ປິ່ນປົວເຊົາແລ້ວ 2.335 ຄົນ ສະຖານະການຂອງທຸກປະເທດໃນພາກພື້ນຜະເຊີນກັບວິກິດດັ່ງກ່າວບໍ່ຕ່າງກັນ.

ປະເທດແອັດສະປາຍ ລາຍງານວ່າມີຜູ້ເສຍຊີວິດຢ່າງໜ້ອຍ 292 ຄົນ ຈາກຜູ້ຕິດເຊື້ອສະສົມ 7.844 ຄົນ ແລະ ປິ່ນປົວເຊົາແລ້ວ 517 ຄົນ ເປັນອັນດັບສອງຂອງທະວີບເອີຣົບ, ເຢຍລະມັນລາຍງານມີຜູ້ເສຍຊີວິດຢ່າງໜ້ອຍ 13 ຄົນ ຈາກຜູ້ປ່ວຍສະສົມ 5.813 ຄົນ ແລະ ປິ່ນປົວເຊົາແລ້ວ 46 ຄົນ ສ່ວນປະເທດຝຣັ່ງ ມີຜູ້ເສຍຊີວິດແລ້ວ 127 ຄົນ ຈາກຜູ້ປ່ວຍສະສົມ 5.423 ຄົນ ແລະ ປິ່ນປົວເຊົາແລ້ວ 12 ຄົນ.

ປະເທດສະວິດເຊີແລນລາຍງານ ມີຜູ້ເສຍຊີວິດຢ່າງໜ້ອຍ 14 ຄົນ ຈາກຈຳນວນຜູ້ປ່ວຍສະສົມ 1.563 ແລະ ປິ່ນປົວເຊົາແລ້ວ 4 ຄົນ, ໃນປະເທດອັງກິດ ມີຜູ້ເສຍຊີວິດ 35 ຄົນ ຈາກຜູ້ປ່ວຍສະສົມ 1.391 ຄົນ ແລະ ປິ່ນປົວເຊົາແລ້ວ 19 ຄົນ, ປະເທດນັອກແວມີຜູ້ປ່ວຍສະສົມຢ່າງໜ້ອຍ 1.256 ຄົນ ເສຍຊີວິດແລ້ວ 3 ຄົນ ແລະ ປິ່ນປົວເຊົາແລ້ວ 1 ຄົນ. ສ່ວນປະເທດເນເທີແລນ ມີຜູ້ປ່ວຍສະສົມ 1.135 ຄົນ ແລະ ເສຍຊີວິດແລ້ວ 20 ຄົນ.

ທັງນີ້, ຖ້າວິເຄາະສະຖານະການໃນແຕ່ລະປະເທດພົບວ່າ ບັນດາປະເທດທີ່ກຳລັງຜະເຊີນກັບສະຖານະການວິກິດທີ່ສຸດ 5 ອັນດັບທຳອິດ ໃນທະວີບເອີຣົບ ໂດຍນັບຈາກຜູ້ປ່ວຍສະສົມ ຄືປະເທດອິຕາລີ, ແອັດສະປາຍ, ເຢຍລະມັນ, ຝຣັ່ງ ແລະ ສະວິດເຊີແລນ. ສ່ວນປະເທດທີ່ມີຜູ້ເສຍຊີວິດເພິ່ມຂຶ້ນຫຼາຍທີ່ສຸດໃນຮອບ 24 ຊົ່ວໂມງທີ່ຜ່ານມາ ໄດ້ແກ່ປະເທດອິຕາລີ, ແອັດສະປາຍ ແລະ ຝຣັ່ງ.

ທ່ານນາງ ອົວຊູລາ ຟອນ ແດຮ໌ ເລເຢນ ປະທານຄະນະກຳມາທິການກິດຈະການເອີຣົບ ເຊິ່ງເປັນຝ່າຍບໍລິຫານຂອງສະຫະພາບເອີຣົບ (EU) ກ່າວວ່າ ໄດ້ສັ່ງການໃຫ້ຜູ້ປະກອບການໃນສະຫະພາບເອີຣົບເພີ່ມການຜະລິດເຄື່ອງມືກວດພະຍາດ ແລະ ອຸປະກອນການແພດ ໂດຍສະເພາະໜ້າກາກ, ເຄື່ອງກອງອາກາດ ແລະ ຖັງອົກຊີເຈນ ເພື່ອແຈກຈ່າຍໃຫ້ທົ່ວເຖິງແກ່ສະມາຊິກສະຫະພາບເອີຣົບ 27 ປະເທດ ເຊິ່ງທ່ານນາງ ຟອນ ແດຮ໌ ເລເຢນ ກ່າວວ່າ ການຜະລິດພາຍໃຕ້ການຊີ້ນຳຂອງສ່ວນກາງຈະມີປະສິດທິພາບສູງກວ່າໃຫ້ແຕ່ລະປະເທດຜະລິດເອງ ຂະນະທີ່ ປະເທດທີ່ບໍ່ແມ່ນສະມາຊິກອີຢູກໍ່ຈະໄດ້ຮັບການຊ່ວຍເຫຼືອເຊັ່ນກັນ ແຕ່ຈະມີການຈຳກັດໂຄຕ້າ.