ທຸລະກິດທ່ອງທ່ຽວກະທົບໜັກ ສຸດໃຈທ່ອງທ່ຽວ ລູກຄ້າຫຼຸດລົງ 80%

279

ການລະບາດຂອງພະຍາດໂຄວິດ – 19 ເຖິງຈະບໍ່ທັນກະທົບຕໍ່ຊີວິດຂອງປະຊາຊົນລາວເທື່ອ ແຕ່ ສປປ ລາວ ເຮົາໄດ້ຮັບຜົນກະທົບໂດຍກົງຕໍ່ເສດຖະກິດ ໂດຍສະເພາະຂະແໜງການທ່ອງທ່ຽວ ແລະ ຂະແໜງການປິ່ນອ້ອມ. ຫຼ້າສຸດຈາກການເປີດເຜີຍຂໍ້ມູນຈາກຜູ້ອຳນວຍການ ບໍລິສັດ ສຸດໃຈທ່ອງທ່ຽວ ພາຍຫຼັງເກີດການລະບາດພະຍາດດັ່ງກ່າວໄດ້ກະທົບໂດຍກົງຕໍ່ລາຍຮັບຂອງບໍລິສັດ ເຖິງ 80%.

ທ່ານ ເຄນ ວົງທອງຈິດ ຜູ້ອຳນວຍການ ບໍລິສັດ ສຸດໃຈທ່ອງທ່ຽວ ຈຳກັດຜູ້ດຽວ ໄດ້ໃຫ້ສຳພາດໃນວັນທີ 12 ມີນາຜ່ານມາ ວ່າ: ປີ 2019 ເປັນອີກປີທີ່ມີນັກທ່ອງທ່ຽວເຂົ້າມາ ສປປ ລາວ ເປັນຈຳນວນຫຼາຍ ເຮັດໃຫ້ ບໍລິສັດ ສຸດໃຈທ່ອງທ່ຽວ ເຕີບໃຫຍ່ຂະຫຍາຍຕົວສົມຄວນ ເຊິ່ງສະແດງອອກຄື ບໍລິສັດໄດ້ຂະຫຍາຍສາຂາໄປບັນດາແຂວງຕ່າງໆທີ່ມີທ່າແຮງດ້ານການທ່ອງທ່ຽວ ເປັນຕົ້ນ ສາຂາວັງວຽງ, ນະຄອນຫຼວງພະບາງ, ນະຄອນປາກເຊ ແລະ ດອນເດດ ແຂວງຈຳປາສັກ. ພ້ອມດຽວກັນນັ້ນ, ກໍມີແຫຼ່ງທ່ອງທ່ຽວທີ່ຂຶ້ນກັບບໍລິສັດເອງອີກ 2 ແຫ່ງ ຄື:

ຣີສອດສຸດໃຈ ເຊິ່ງເປັນສະຖານທີ່ເໝາະກັບການພັກຜ່ອນແບບຄອບຄົວ ແລະ ໝູ່ຄະນະ, ມີກິດຈະກໍາຫຼາຍຢ່າງຕັ້ງຢູ່ບ້ານຈຳປາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ນອກນັ້ນ, ບໍລິສັດຍັງໄດ້ພັດທະນາສະຖານທີ່ທ່ອງທ່ຽວ ຖໍ້າຂຸນລາງ ຢູ່ບ້ານຫ້ວຍສ້ານ ເມືອງກາສີ ແຂວງວຽງຈັນ ແລະ ຄາດວ່າຈະເປີດໃຫ້ບໍລິການຂີ່ສະລິງ ແລະ ໝູ່ບ້ານຊົນເຜົ່າໃຫ້ແກ່ນັກທ່ອງທ່ຽວໄດ້ໄປທ່ຽວຊົມ ໃນປີ 2020 ນີ້ ( ໃນປັດຈຸບັນຄືບໜ້າໄປຫຼາຍແລ້ວ ແຕ່ເມື່ອເກີດມີການລະບາດຂອງ ໂຄວິດ – 19 ພວກເຮົາໄດ້ໂຈະການປຸກສ້າງສິ່ງຕ່າງໆຊົ່ວຄາວ ) ເຊິ່ງທັງໝົດໄດ້ສ້າງໃຫ້ຄົນມີວຽກເຮັດງານທຳ 125 ກວ່າຄົນ.

ທ່ານ ເຄນ ວົງທອງຈິດ ກ່າວຕື່ມວ່າ: ໃນປີ 2019 ນັກທ່ອງທ່ຽວຕ່າງປະເທດທີ່ມາໃຊ້ບໍລິການ ອັນດັບໜຶ່ງແມ່ນມາຈາກ ສປ ຈີນ ກວມເອົາ 50% ແລະ ຮອງລົງມາແມ່ນ ສ.ເກົາຫຼີ ກວມເອົາ 30% ແລະ ອີກ 20% ແມ່ນນັກທ່ອງທ່ຽວຈາກປະເທດອື່ນໆ ແລະ ພາຍໃນ. ພາບລວມການບໍລິການຂອງບໍລິສັດໃນປີ 2019 ມີລູກຄ້າທີ່ເປັນນັກທ່ອງທ່ຽວຕ່າງປະເທດມາໃຊ້ບໍລິການເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈົນມາຮອດເດືອນມັງກອນ 2020 ເມື່ອມີລູກຄ້າເພີ່ມຂຶ້ນຈົນບໍລິສັດໄດ້ມີແຜນຮອງຮັບບໍລິການລູກຄ້າໃນເດືອນກຸມພາ ຫາ ເດືອນມີນາ 2020 ທີ່ລູກຄ້າຍິ່ງຈະເພີ່ມຂຶ້ນ ອີງຕາມຕົວເລກການສັ່ງຈອງລ່ວງໜ້າຂອງລູກຄ້າທີ່ສົ່ງມາໃຫ້ບໍລິສັດທີ່ຈະມາທ່ຽວປະເທດລາວ.

ພາຍຫຼັງເກີດມີການລະບາດຂອງພະຍາດໂຄວິດ – 19 ໜັກສຸດແມ່ນເດືອນກຸມພາ 2020 ບັນດານັກທ່ອງທ່ຽວທີ່ຈອງມາເປັນຈຳນວນຫຼາຍແມ່ນໄດ້ໂຈະທັງໝົດ ໂດຍສະເພາະແມ່ນນັກທ່ອງທ່ຽວຈາກ ສປ ຈີນ ແລະ ສ.ເກົາຫຼີ ເຮັດໃຫ້ລາຍຮັບຂອງບໍລິສັດ 80% ກວ່າຕ້ອງສູນເສຍໄປ ແຕ່ດ້ານລາຍຈ່າຍການບໍລິຫານຈັດການພາຍໃນອົງກອນຍັງຕ້ອງໄດ້ຈ່າຍປົກກະຕິ. ດັ່ງນັ້ນ, ເພື່ອຫຼຸດຜ່ອນລາຍຈ່າຍລົງ ພວກເຮົາຈຶ່ງໄດ້ມີມາດຕະການດ້ວຍການຫຼຸດເງິນເດືອນພະນັກງານ ປະມານ 20 – 30% ເພື່ອຮັກສາພະນັກງານທັງໝົດໄວ້, “ ທ່ານ ເຄນ ວົງທອງຈິດ ” ກ່າວ.

ການລະບາດດັ່ງກ່າວນອກຈາກກະທົບຕໍ່ທຸລະກິດ ບໍລິສັດ ສຸດໃຈທ່ອງທ່ຽວແລ້ວ ຍັງກະທົບຕໍ່ທຸລະກິດໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວຕ່າງໆຂາດລາຍຮັບຢ່າງມະຫາສານ ສະເພາະ ບໍລິສັດ ສຸດໃຈທ່ອງທ່ຽວ ນັບແຕ່ວັນທີ 1 ກຸມພາ 2020 ເປັນຕົ້ນມາຮອດປັດຈຸບັນຍັງບໍ່ທັນມີລູກຄ້າທົວມາໃຊ້ບໍລິການ ແລະ ຖ້າຍັງເປັນແບບນີ້ຕໍ່ໄປອີກຫຼາຍວັນຫຼາຍເດືອນແກ່ຍາວໄປ ຄາດວ່າຈະໄດ້ປິດບໍລິສັດຊົ່ວຄາວຍ້ອນໄປບໍ່ລອດບໍ່ມີລູກຄ້າມາໃຊ້ບໍລິການ ລົດຫຼາຍຄັນໄດ້ຈອດປະໄວ້.
ອີງຕາມບົດປະເມີນເສດຖະກິດມະຫາພາກຂອງ ສປປ ລາວ ແລະ ບາງປະເດັນທີ່ຄວນເອົາໃຈໃສ່ໃນຕໍ່ໜ້າທີ່ໄດ້ເຜີຍແຜ່ໃນເດືອນມັງກອນ 2020 ຜ່ານມາໃຫ້ຮູ້ວ່າ: ຂໍ້ມູນນັກທ່ອງທ່ຽວໃນປີ 2019 ເຫັນວ່າໄດ້ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາລາວ ປະມານ 4,79 ລ້ານເທື່ອຄົນ ເພີ່ມຈາກປີຜ່ານມາ 14%, ໃນນັ້ນ: ນັກທ່ອງທ່ຽວຈີນ ແລະ ສ.ເກົາຫຼີ ມີທ່າອ່ຽງສືບຕໍ່ເພີ່ມຂຶ້ນ 27% ແລະ 17% ຕາມລຳດັບ.

ເຖິງຢ່າງໃດກໍຕາມ, ໃນປີ 2020 ຍັງມີຫຼາຍຄວາມສ່ຽງຕໍ່ການເຕີບໂຕຂອງເສດຖະກິດ ໂດຍສະເພາະ ຄວາມສ່ຽງຈາກໄພທຳມະຊາດ ເຊັ່ນ: ໄພແຫ້ງແລ້ງທີ່ຕໍ່ເນື່ອງມາແຕ່ປີ 2019 ອາດກະທົບຕໍ່ການຜະລິດກະສິກຳ ແລະ ປະລິມານນ້ຳສຳລັບການຜະລິດໄຟຟ້າໃນໄລຍະຕົ້ນປີ 2020. ນອກນັ້ນ, ການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ມີຜົນກະທົບຕໍ່ຂະແໜງການທ່ອງທ່ຽວໃນພາກພື້ນ ແລະ ລວມທັງ ສປປ ລາວ.

ອີງຕາມຂໍ້ມູນສະເລ່ຍປີ 2019 ມີຈຳນວນນັກທ່ອງທ່ຽວຈາກ ສປ ຈີນ ເຂົ້າມາລາວ ປະມານ 85.000 ຄົນຕໍ່ເດືອນ ຫຼື ສ້າງລາຍຮັບໄດ້ປະມານ 15 ລ້ານໂດລາສະຫະລັດຕໍ່ເດືອນ. ສະນັ້ນ, ໃນສະພາບປັດຈຸບັນທີ່ທາງການຈີນສັ່ງຫ້າມນັກທ່ອງທ່ຽວທີ່ໃຊ້ບໍລິສັດທົວຈີນອອກນອກປະເທດ ໃນໄລຍະ 2 ເດືອນທຳອິດຂອງປີ 2020 ຈະເຮັດໃຫ້ ສປປ ລາວ ສູນເສຍລາຍຮັບຈາກການທ່ອງທ່ຽວບໍ່ຫຼຸດ 20 – 25 ລ້ານໂດລາສະຫະລັດ ເຊິ່ງຕົວເລກອາດຈະເພີ່ມຂຶ້ນເມື່ອນັກທ່ອງທ່ຽວຈາກປະເທດອື່ນໆຫຼຸດການທ່ອງທ່ຽວພາກພື້ນລົງ ແລະ ເຂົ້າມາລາວໜ້ອຍລົງ.