ໄຊຍະບູລີ ສະຫຼຸບວຽກງານກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ

160

ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2019 ໄດ້ຈັດຂຶ້ນໃນວັນທີ 12 ມີນາ 2020 ນີ້ຢູ່ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ ໂດຍການເຂົ້າຮ່ວມຂອງ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າ ແຂວງໄຊຍະບູລີ, ທ່ານ ກິແກ້ວ ສິງນາວົງ ຫົວໜ້າຫ້ອງການກະຊວງກະສິກໍາ ແລະ ປ່າໄມ້, ມີຄະນະພະແນກ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ຮອງເຈົ້າເມືອງ, ຫົວໜ້າຫ້ອງການກະສິກໍາຈາກ 11 ເມືອງ, ກຸ່ມຊາວກະສິກອນ, ຂະແໜງການ, ກອງ, ສູນອ້ອມຂ້າງພະແນກ ຕະຫຼອດຮອດນັກທຸລະກິດຜູ້ປະກອບການ ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ.

ທ່ານ ສົມຫວັງ ແກ້ວວິໄລສັກ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ກ່າວວ່າ: ກອງປະຊຸມປີນີ້ໄດ້ເປີດຂຶ້ນຢູ່ຈຸດເວລາທີ່ພວມຢູ່ໃນຂະບວນການ ແລະ ຖ່ວງທ່າອັນດີໃນການຕໍ່ສູ້ ແລະ ຜ່ານພົ້ນວິກິດຂອງການລະບາດສັດຕູພືດ ເຊິ່ງໄດ້ສ້າງຜົນເສຍຫາຍໃຫ້ແກ່ເນື້ອທີ່ການຜະລິດ ແລະ ເປັນສິ່ງທ້າທາຍຕໍ່ການຜະລິດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ເປັນປີທີ່ຂະແໜງກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດໃນທົ່ວແຂວງ ຕ້ອງສ້າງບາດລ້ຽວໃໝ່ທີ່ສໍາຄັນເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດມະຫາພາກ ດ້ວຍການຄົ້ນຄວ້າປັບປຸງແຜນຍຸດທະສາດພັດທະນາຂະແໜງການໃຫ້ສອດຄ່ອງ ແລະ ກົມກຽວຕາມທິດພັດທະນາຂົງເຂດກະສິກໍາໃຫ້ທັນສະໄໝ ໂດຍນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີໃໝ່ທີ່ເປັນມິດກັບສິ່ງແວດລ້ອມ, ແນໃສ່ສ້າງວັດຖຸດິບໃຫ້ພຽງພໍ ແລະ ມີຄຸນນະພາບສູງ ເພື່ອຮັບໃຊ້ໃຫ້ແກ່ການປຸງແຕ່ງ ເນັ້ນໃສ່ຜະລິດຕະພັນສົດ, ສະອາດ ແລະ ປອດສານເຄມີດ້ວຍຫຼາຍຜະລິດຕະພັນ, ປັບປຸງ ແລະ ຂະຫຍາຍພື້ນຖານໂຄງລ່າງກະສິກໍາຢູ່ຊົນນະບົດໃຫ້ມີຄວາມເຂັ້ມແຂງ.

ພ້ອມດຽວກັນນັ້ນ, ກໍຕ້ອງໄດ້ສືບຕໍ່ຫັນລົງຮາກຖານຢ່າງແຂງແຮງເພື່ອຊ່ວຍທ້ອງຖິ່ນ ແລະ ຮາກຖານ ເພື່ອນໍາເອົາເນື້ອໃນພັດທະນາຊົນນະບົດໄລຍະໃໝ່ຕາມທິດພົ້ນທຸກ ແລະ ພັດທະນາຂອງດໍາລັດ 348/ລບ ເພື່ອບັນລຸ ແລະ ສອດຫ້ອຍເຂົ້າໃນຂະບວນການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນໃນທົ່ວແຂວງຢ່າງທົ່ວເຖິງ.

( ຂ່າວ: ມະໄລວັນ )