ທ່ານ ສັກດາວັນ ສາຍນໍລາດ ເປັນຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງວຽງຈັນ ຄົນໃໝ່

304

ພິທີມອບ – ຮັບໜ້າທີ່ຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງວຽງຈັນ ລະຫວ່າງ ທ່ານ ຈຳປາທອງ ວົງເດືອນ ( ຜູ້ເກົ່າ ) ແລະ ທ່ານ ສັກດາວັນ ສາຍນໍລາດ ( ຜູ້ໃໝ່ ) ຂຶ້ນໃນວັນທີ 11 ມີນາ 2020 ຜ່ານມາ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ທອງຂັນ ພິມວິໄລ ຫົວໜ້າກົມຈັດຕັ້ງ – ພະນັກງານ ກະຊວງພະລັງງານ ແລະ ບໍ່ແຮ່, ມີ ທ່ານ ຄຳປະເສີດ ເທບປັນຍາ ຮອງຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ, ທ່ານ ຄຳບົງ ຄອນສະຫວັນ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງວຽງຈັນ, ມີບັນດາຫົວໜ້າສູນບໍລິການໄຟຟ້າເມືອງ ແລະ ພະນັກງານຫຼັກແຫຼ່ງພາຍໃນໄຟຟ້າສາຂາແຂວງວຽງຈັນເຂົ້າຮ່ວມ.

ທ່ານ ຈຳປາທອງ ວົງເດືອນ ຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງວຽງຈັນ ( ຜູ້ເກົ່າ ) ໄດ້ກ່າວມອບໜ້າທີ່ ແລະ ລາຍງານບາງຜົນສຳເລັດທີ່ສຳຄັນຕະຫຼອດໄລຍະ 9 ປີ ທີ່ຕົນເອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເພື່ອຊີ້ນຳ – ນຳພາອ້າຍນ້ອງພະນັກງານພາຍໃນສາຂາ ກໍຄືພາຍໃນກົມກອງໃຫ້ມີຄວາມສະຫງົບ, ມີຄວາມສາມັກຄີ, ເພື່ອພ້ອມກັນປະຕິບັດໜ້າທີ່ວຽກງານທີ່ພັກ – ລັດກໍຄືຂັ້ນເທິງມອບໝາຍໃຫ້ສຳເລັດ, ບັນລຸເປົ້າໝາຍທີ່ວາງໄວ້ເປັນແຕ່ລະໄລຍະມາ, ຕົນເອງກໍໄດ້ລົງຮາກຖານຢ່າງເປັນປະຈຳ ເພື່ອຊີ້ນຳ – ນຳພາອ້າຍນ້ອງພະນັກງານຢູ່ແຕ່ລະບ່ອນໃຫ້ເອົາໃຈໃສ່ຢ່າງຕັ້ງໜ້າ ເຮັດໜ້າທີ່ການເມືອງຢ່າງຮອບດ້ານ ແລະ ໃຫ້ເອົາຈິງເອົາຈັງຕໍ່ໜ້າທີ່ການງານທີ່ຖືກມອບໝາຍໃຫ້ໄດ້ເຮັດສຳເລັດ ແລະ ລ້ອນໜ້າທີ່.

ທ່ານ ສັກດາວັນ ສາຍນໍລາດ ຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງວຽງຈັນ ( ຜູ້ໃໝ່ ) ກໍໄດ້ຂຶ້ນກ່າວຮັບໜ້າທີ່ຢ່າງສົມກຽດ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະພ້ອມກັນກັບໝູ່ຄະນະສືບຕໍ່ຊີ້ນຳ – ນຳພາວຽກງານຂອງລັດວິສາຫະກິດໄຟຟ້າລາວ ສາຂາແຂວງວຽງຈັນ ໃຫ້ໄດ້ຮັບຜົນສຳເລັດໃໝ່ຍິ່ງໃຫຍ່ກວ່າເກົ່າ.

( ຂ່າວ – ຮູບ: ບຸນມາ ແກ້ວບຸດດາ )