ບຸກຄົນທີ່ຊ່ວຍເຫຼືອສັງຄົມຜ່ານການບໍລິຈາກເລືອດໄດ້ຮັບການຍ້ອງຍໍ

127

ສູນເລືອດແຫ່ງຊາດ ອົງການກາແດງລາວຈັດພິທີມອບໃບຍ້ອງຍໍໃຫ້ການຈັດຕັ້ງ ແລະ ບຸກຄົນທີ່ປະກອບສ່ວນບໍລິຈາກເລືອດແບບຕໍ່ເນື່ອງໃນໄລຍະ 3 ປີ ( 2016 – 2018 ) ຂຶ້ນໃນວັນທີ 13 ມີນາ 2020 ທີ່ສູນການຄ້າ ລາວ – ໄອເຕັກ ນະຄອນຫຼວງວຽງຈັນ.

ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ທັງເປັນຮອງປະທານຄະນະກຳມະການສົ່ງເສີມການບໍລິຈາກເລືອດ – ສົ່ງເລືອດແຫ່ງຊາດ ພ້ອມທັງການຈັດຕັ້ງ ແລະ ບຸກຄົນທີ່ຮ່ວມບໍລິຈາກເລືອດໂດຍບໍ່ຫວັງຜົນຕອບແທນເຂົ້າຮ່ວມ.

ທ່ານ ຄໍາຮຸ່ງ ເຮືອງວົງສີ ໄດ້ກ່າວວ່າ: ເພື່ອເປັນການສະແດງຄວາມຮູ້ບຸນຄຸນຂອງການຈັດຕັ້ງ ແລະ ບຸກຄົນທີ່ປະກອບສ່ວນບໍລິຈາກເລືອດຂອງຕົນເອງ ເພື່ອຊ່ວຍເຫຼືອສັງຄົມໂດຍບໍ່ຫວັງຜົນຕອບແທນໃດໆໃນໄລຍະ 3 ປີ ( 2016 – 2018 ) ພ້ອມທັງເປັນການກະຕຸກຊຸກຍູ້ນໍ້າໃຈ ແລະ ການອອກເຫື່ອແຮງຂອງການຈັດຕັ້ງແຕ່ລະຂັ້ນເຂົ້າໃນວຽກງານມະນຸດສະທໍາ, ການບໍລິຈາກເລືອດຊ່ວຍຊີວິດເປັນວຽກງານໜຶ່ງທີ່ມີ ຄວາມໝາຍສໍາຄັນ ເມື່ອຄົນເຮົາຫາກສູນເສຍເລືອດໃນຮ່າງກາຍເກີນປະລິມານແລ້ວ ສິ່ງທີ່ຈະມາທົດແທນໄດ້ຄືເລືອດຈາກຄົນເທົ່ານັ້ນ. ດັ່ງນັ້ນ, ການຍ້ອງຍໍຊົມເຊີຍຈຶ່ງເປັນການກະຕຸກຊຸກຍູ້ໃຫ້ແກ່ຊັ້ນຄົນຕ່າງໆເຫັນເຖິງຜົນງານ ແລະ ຄຸນງາມຄວາມດີຂອງຜູ້ບໍລິຈາກເລືອດໃນແຕ່ລະໄລຍະ.

ຈາກນັ້ນກໍໄດ້ມອບ – ຮັບຫຼຽນ ແລະ ໃບຍ້ອງຍໍຈາກລັດຖະບານ ປະກອບດ້ວຍຫຼຽນໄຊແຮງງານ ຊັ້ນ 2 ມອບໃຫ້ການຈັດຕັ້ງ 4 ພາກສ່ວນ ແລະ ບຸກຄົນ 16 ທ່ານ, ຫຼຽນໄຊແຮງງານ ຊັ້ນ 3 ມອບໃຫ້ການຈັດຕັ້ງ 1 ພາກສ່ວນ ແລະ ບຸກຄົນ 42 ທ່ານ, ຫຼຽນກາແຮງງານມອບໃຫ້ການຈັດຕັ້ງ 22 ພາກສ່ວນ ແລະ ບຸກຄົນ 56 ທ່ານ, ໃບຍ້ອງຍໍຈາກລັດຖະບານມອບໃຫ້ການຈັດຕັ້ງ 35 ພາກສ່ວນ ແລະ ບຸກຄົນ 127 ທ່ານ.

ນອກຈາກນີ້, ກໍຍັງມອບໃບຍ້ອງຍໍຈາກຄະນະກຳມະການເລືອດແຫ່ງຊາດໃຫ້ການຈັດຕັ້ງ 78 ພາກສ່ວນ ແລະ ບຸກຄົນ 425 ທ່ານ, ໃບຍ້ອງຍໍຈາກອົງການກາແດງລາວມອບໃຫ້ການຈັດຕັ້ງ 85 ພາກສ່ວນ ແລະ 309 ທ່ານ, ໃບຍ້ອງຍໍຈາກສູນເລືອດແຫ່ງຊາດມອບໃຫ້ການຈັດຕັ້ງ 70 ພາກສ່ວນ.