ເລື່ອນກອງປະຊຸມຜູ້ນຳແມ່ນ້ຳຂອງ – ແມ່ນ້ຳລ້ານຊ້າງ ແລະ ກອງປະຊຸມກ່ຽວຂ້ອງ

121

ກະຊວງການຕ່າງປະເທດ ແຈ້ງເລື່ອນກອງປະຊຸມຜູ້ນຳແມ່ນ້ຳຂອງ – ແມ່ນ້ຳລ້ານຊ້າງ ຄັ້ງທີ 3, ກອງປະຊຸມສຸດຍອດ ACMECS ຄັ້ງທີ 9, ກອງປະຊຸມສຸດຍອດ CLMV ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ CLV ຄັ້ງທີ 11 ທີ່ຈະຈັດຂຶ້ນໃນວັນທີ 25 – 27 ມີນາ 2020 ທີ່ນະຄອນຫຼວງວຽງຈັນ ອອກໄປກ່ອນຈົນກວ່າສະພາບການ ແຜ່ລະບາດຂອງພະຍາດ ໂຄວິດ – 19 ຈະມີທ່າອ່ຽງຫຼຸດລົງ ແລະ ສາມາດຄວບຄຸມໄດ້ໃນລະດັບທີ່ແນ່ນອນ.

ພາບປະກອບຂ່າວເທົ່ານັ້ນ

ຕາມແຈ້ງການຂອງກະຊວງການຕ່າງປະເທດ ເລກທີ 843/ຫກ.ກຂ ລົງວັນທີ 13 ມີນາ 2020 ເຖິງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນການເຜີຍແຜ່ແຈ້ງເລື່ອນກອງປະຊຸມດັ່ງກ່າວວ່າ: ປັດຈຸບັນເຫັນວ່າທົ່ວໂລກກຳລັງປະເຊີນໜ້າກັບການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ( ໂຄວິດ – 19 ) ນັບມື້ເພີ່ມຂຶ້ນລວມທັງມີຜູ້ເສຍຊີວິດ, ຫຼາຍປະເທດໄດ້ດຳເນີນທຸກວິທີທາງເພື່ອສະກັດກັ້ນ ແລະ ຄວບຄຸມພະຍາດດັ່ງກ່າວ. ໃນນັ້ນ, ລວມໄປເຖິງການໃຊ້ມາດຕະການຫຼີກລຽງການເດີນທາງໄປຕ່າງແຂວງ/ເຂດແຄວ້ນ ແລະ ຕ່າງປະເທດທີ່ມີຄວາມສ່ຽງ, ການກວດສຸຂະພາບທີ່ເຄັ່ງຄັດ, ມີການກັກຕົວເພື່ອກວດຫາເຊື້ອພະຍາດ ແລະ ອື່ນໆ.

ສປປ ລາວ ກໍໄດ້ຮ່ວມມືກັບປະຊາຄົມໂລກຢ່າງໃກ້ຊິດ ເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວ ລວມໄປເຖິງມາດຕະການຕ່າງໆທີ່ກ່າວມາຂ້າງເທິງ. ພ້ອມດຽວກັນນີ້, ລັດຖະບານ ແຫ່ງ ສປປ ລາວ ກໍໄດ້ຕົກລົງເລື່ອນກອງປະຊຸມຜູ້ນຳແມ່ນ້ຳຂອງ – ແມ່ນ້ຳລ້ານຊ້າງ ຄັ້ງທີ 3, ກອງປະຊຸມສຸດຍອດ ACMECS ຄັ້ງທີ 9, ກອງປະຊຸມສຸດຍອດ CLMV ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ CLV ຄັ້ງທີ 11 ທີ່ມີແຜນຈະຈັດຂຶ້ນໃນວັນທີ 25 – 27 ມີນາ 2020 ທີ່ນະຄອນຫຼວງວຽງຈັນ ອອກໄປກ່ອນຈົນກວ່າສະພາບການແຜ່ລະບາດຂອງພະຍາດ ໂຄວິດ – 19 ຈະມີທ່າອ່ຽງຫຼຸດລົງ ແລະ ສາມາດຄວບຄຸມໄດ້ໃນລະດັບທີ່ແນ່ນອນ.